ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄະນະຜູ້ແທນກັງວົນ ກ່ຽວກັບ ການເລືອກຕັ້ງ ໃນມຽນມາ


ເຄື່ອງໝາຍ ຂອງ ສະມາຄົມອາຊ່ຽນ
ເຄື່ອງໝາຍ ຂອງ ສະມາຄົມອາຊ່ຽນ

ຄະນະຜູ້ແທນ ທີ່ໄປຮ່ວມກອງ ປະຊຸມ ຂອງສະມາຄົມ ບັນດາ ປະຊາຊາດ ໃນເຂດເອເຊຍ ຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ທີ່ປະເທດຫວຽດນາມ ຮຽກຮ້ອງໃຫ້ ລັດຖະມົນຕີ ການຕ່າງປະເທດມຽນມາ ຄໍ້າປະກັນວ່າ ປະເທດຂອງທ່ານ ຈັດການເລືອກຕັ້ງ ແບບເສລີ ຍຸຕິທຳ ແລະ ໜ້າເຊື່ອ ໃນປີນີ້.

ເລຂາທິການໃຫຍ່ ຂອງສະມາຄົມອາຊ່ຽນ ທ່ານສຸຣິນ ພິດສຸວັນ ກ່າວຕໍ່ພວກນັກຂ່າວ ໃນວັນອັງຄານ ມື້ນີ້ວ່າ ລັດຖະມົນຕີ ການຕ່າງປະເທດ ມຽນມາ ທ່ານ NYAN WIN ໄດ້ຮັບຟັງ ການສະແດງ ຄວາມວິຕົກກັງວົນ ຫຼືການຕຳໜິຕິຕຽນ ຢ່າງໃຫຍ່ ໃນງານ​ລ້ຽງ ຮັບປະທານ ອາຫານຄໍ່າ ແລະເຮັດວຽກໄປພ້ອມ ທີ່ນະຄອນຫຼວງຮາໂນ່ຍ ໃນແລງວັນຈັນ ວານນີ້.

ທ່ານສຸຣິນ ກ່າວວ່າ ມີການກ່າວ ຕໍ່ທ່ານ NYAN WIN ວ່າ ການເລືອກຕັ້ງ ທີ່ວ່ານີ້ ອາດຈະສົ່ງ​ ຜົນ​ສະທ້ອນ ໃນທາງບວກ ຫຼືທາງລົບກໍ​ໄດ້ ຕໍ່ສະມາຄົມອາຊ່ຽນ ຊຶ່ງຕາມ ປົກກະຕິແລ້ວ ຈະລະເວັ້ນ ຈາກການເຂົ້າຍຸ່ງກ່ຽວ ແຊກແຊງ ໃນກິດຈະການ ພາຍໃນ ຂອງສະມາຊິກ. ທ່ານສຸຣິນ ກ່າວຕື່ມວ່າ ສະມາຊິກອາຊ່ຽນ ມີຄວາມວິຕົກ ກັງວົນຫຼາຍວ່າ​ ຈະ​ບໍ່​ມີ ການເລືອກຕັ້ງ ແບບເສລີ ຢູ່ໃນມຽນມາ.

ແຜນການ ຂອງມຽນມາ ທີ່ຈະຈັດ ການເລືອກຕັ້ງຂຶ້ນ ພາຍໃນປີນີ້ ຊຶ່ງເປັນເທື່ອທຳອິດ ໃນຮອບ ສອງທົດສະວັດນັ້ນ ໄດ້ຖືກຕຳໜິຕິຕຽນ ຢ່າງໜັກວ່າ ເປັນແຜນການຫຼອກລວງ ທີ່ແນໃສ່ ເພື່ອໃຫ້ພວກທະຫານ ໄດ້ສືບຕໍ່ ກຳອຳນາດ ຢູ່ໃນມຽນມາ.

XS
SM
MD
LG