ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາຊ່ຽນຮຽກຮ້ອງໃຫ້ມຽນມາ ຮັບປະກັນ​ການ ເລືອກຕັ້ງທີ່ເສລີ ເພື່ອຄວາມປອງດອງຊາດ


ທ່ານສຸຮິນ ພິດສຸວັນ ເລຂາທິການໃຫຍ່ສະມາຄົມອາຊ່ຽນ, ວັນທີ 13 ຕຸລາ 2010.
ທ່ານສຸຮິນ ພິດສຸວັນ ເລຂາທິການໃຫຍ່ສະມາຄົມອາຊ່ຽນ, ວັນທີ 13 ຕຸລາ 2010.

ເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນ ໄດ້ຮຽກຮ້ອງໃຫ້ມຽນມາຮັບປະກັນ​ໃຫ້ການ ເລືອກ ຕັ້ງທີ່ຈະມາເຖິງນີ້ ຊ່ວຍນໍາພາໄປສູ່ຄວາມປອງດອງຊາດ. ນອກ​ນີ້ ທ່ານສຸຣິນ ພິດສຸວັນ ສະ​ແດງ​ຄວາມຫວັງວ່າ ຂໍ້ຂັດແຍ້ງ ຂອງມຽນມາກັບປະຊາຄົມນາໆຊາດ ກ່ຽວກັບປະຫວັດດ້ານ ສິດທິມະນຸດຂອງຕົນນັ້ນ ຈະຖືກແກ້ໄຂ​ໄດ້ ຫລັງຈາກການເລືອກຕັ້ງຄັ້ງນີ້ ສິ້ນສຸດລົງແລ້ວ.

ເວລາປະເທດພະມ້າ ຫລືຮູ້ກັນໃນຊື່ໃໝ່ວ່າ ມຽນມາ ໄດ້ເຂົ້າເປັນສະມາຊິກສະມາຄົມ
ກຸ່ມ​ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລືອາຊ່ຽນ ໃນປີ 1997 ນັ້ນ
ມີຫລາຍໆປະເທດໄດ້ຕໍາໜິຕິຕຽນພວກຜູ້ນໍາອາຊ່ຽນ ທີ່​ຮັບ​ເອົາ​ມຽນມາ​ເຂົ້າ​ຮ່ວມ​ນໍາ
ຍ້ອນປະວັດດ້ານສິດທິມະນຸດທີ່​ບໍ່​ຂາ​ວ ສະອາດ​ຂອງມຽນມາ.

ນອກນີ້ແລ້ວ ມຽນມາຍັງສ້າງຄວາມແຕກແຍກຂື້ນພາຍໃນສະມາຄົມອາຊ່ຽນ ເນື່ອງຈາກ
ວ່າມີບາງປະເທດສະມາຊິກ ເຊັ່ນຟິລິບປິນ ມາເລເຊຍ ແລະສິງກະໂປ ໄດ້ກົດດັນໃຫ້ລັດຖະ
ບານທະຫານມຽນມາທໍາການປະຕິຮູບທາງການເມືອງ. ແຕ່ກໍມີສະມາຊິກອື່ນໆ ​ໂດຍ
ສະ​ເພາະປະເທດລາວ ແລະກໍາປູເຈຍ ທີ່ບໍ່​ເຫັນ​ພ້ອມ​ນໍາ​ການ​ກົດ​ດັນ​ມຽນມາ​ດັ່ງກ່າວ.

ຫລັງຈາກ​ໄດ້ຖືກຊຸກຍູ້ມາ​ເປັນ​ເວລາຫລາຍປີ ມຽນມາກໍ​ໄດ້ຕົກລົງທີ່​ຈະ ຈັດການເລືອກ
ຕັ້ງທົ່ວປະເທດຂື້ນ ໃນວັນທີ່ 7 ພະຈິກ ​ເດືອນ​ໜ້ານີ້ ຊຶ່ງເປັນການເລືອກຕັ້ງເທື່ອທໍາອິດ ໃນຮອບ 20 ປີ.

ເລຂາທິການໃຫຍ່ສະມາຄົມອາຊ່ຽນ ທ່ານ ສຸຣິນ ພິດສຸວັນ ກ່າວ​ໃນ ວັນພຸດອາທິດ​ແລ້ວ​ນີ້
ວ່າ ທ່ານຫວັງວ່າການເລືອກຕັ້ງໃນມຽນມາຄັ້ງນີ້ ຈະເປີດໂອກາດສໍາລັບການສ້າງ​ຄວາມ
ປອງດອງຊາດ ແລະຊ່ວຍຍຸຕິ ການຖືກໂດດດ່ຽວຈາກນານາຊາດຂອງມຽນມາ. ຊຶ່ງທ່ານ
ສຸຣິນ ກ່າວຕໍ່ໄປວ່າ:

ມຽນມາ​ໄດ້​ເປັນ​ບັນຫາ​ໃຫຍ່​ ​ສໍາລັບ​ກຸ່ມ​ອາ​ຊ່ຽນ​ ໃນ​ການ​ຮ່ວມ​ໄມ້​ຮ່ວມ​ມື ແລະ​ການ​ພົວພັນ​ກັບ​ປະຊາ​ຄົມ​ໂລກ. ພວກ​ເຮົາ​ຢາກ​ໃຫ້​ບັນຫາ​ນີ້​ໝົດ ສິ້ນໄປ ​ແລະ​ມີ​ຊ່ອງ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ສາມາດ​ຈະ​ເຮັດ​ໄດ້ ນັ້ນ​ກໍ​ຄືເຮັດ ໃຫ້ແນ່ໃຈ​ວ່າ ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ຈະເປັນ​ກົນ​ໄກ​ທີ່​ມີ​ປະສິດ​ທິຜົນ​ຫລາຍ​ ສົມຄວນ​ ສໍາລັບການ​ສ້າງ​ຄວາມ​ປອງ​ດອງ​ຊາດ​ນັ້ນ.

ທ່ານ​ສຸຣິນ​ໄດ້ຖະ​ແຫລ​ງ​ເຊ່ນ​ນັ້ນ ຕໍ່​ສື່​ມວນ​ຊົນຢູ່​ທີ່​ບາງກອກ​ ຊຶ່ງທ່ານ​ ຍັງ​ໄດ້​ເວົ້າອີກ​ວ່າ ການ​ເລືອກ​ຕັ້ງນັ້ນ​ຄວນ​ຈະ​ຖືກ​ຮັບ​ເອົາ ໂດຍປະຊາຊົນສ່ວນ​ໃຫຍ່​ຂອງ​ມຽນມາ ວ່າໄດ້​ດໍາ​ເນີນ​ໄປ​ຢ່າງ​ຖືກຕ້ອງຕາມ​ກົດໝາຍ.

ບັນດາກຸ່ມ​ສິດທິມະນຸດ ​ແລະ​ຫລາຍ​ໆປະ​ເທດ​ຕາ​ເວັນ​ຕົກ ​ເອີ້ນ​ການເລືອກ​ຕັ້ງ​ຄັ້ງ​ນີ້​ ເປັນການ​ເລືອກ​ຕັ້ງ​ຈອມ​ປອມ ທີ່​ແນ​ໃສ່ເພື່ອ​ຮັບປະກັນ​ໃຫ້​ຝ່າຍ​ທະຫານ ​ໄດ້ກໍາ​ອໍານາດ​ປົກຄອງ​ປະ​ເທດ​ຢູ່​ຕໍ່​ໄປ ຊຶ່ງ​ກອງທັບ​ມຽນມາ​ໄດ້​ຮັບ​ການ​ຄໍ້າ​ປະກັນ ບ່ອນ​ນັ່ງ​ໃນ​ຈໍານວນ ນຶ່ງ​ສ່ວນສີ່ ຂອງ​ ​ບ່ອນນັ່ງ​ທັງ​ໝົດ​ໃນ​ສະພາ​ຊຸດ​ໃໝ່ນັ້ນ.

ກ່ອນ​ໜ້າ​ນີ້ ລັດຖະບານ​ມຽນມາ​ໄດ້ອອກກົດໝາຍ​ເລືອກ​ຕັ້ງ​ທີ່​ເຂັ້ມ​ງວດ​ກວດ​ຂັນ​ ທີ່​ເຮັດ​ໃຫ້​ຫລາຍໆພັກການ​ເມືອງ​ ​ໂຮມ​ທັງພັກ​ຝ່າຍ​ຄ້ານ​ແຖວ​ໜ້າ ​ຄື​ພັກ​ສັນນິບາດ​ແຫ່ງ​ຊາດເພື່ອ​ປະຊາທິປະ​ໄຕ​ ຫລື NLD ນັ້ນ ​ບໍ່​ສາມາດ​ເຂົ້າປະກອບ​ສ່ວນ​ໃນ​ການເລືອກ​ຕັ້ງ​ໄດ້ ຍ້ອນ
ກົດໝາຍ​ເລືອກ​ຕັ້ງ​ໃໝ່​ດັ່ງກ່າວ​ ກໍານົດ​ໃຫ້​ໝົດ​ທຸກ​ພັກ​ການ​ເມືອງ​ຂັບໄລ່​ສະມາຊິກ​ຂອງ​ຕົນ ​ທີ່​ຖືກ​ກັກ​ຂັງ​ຢູ່​ນັ້ນ ອອກ​ຈາກ​ພັກ ອັນ​ໂຮມ​ທັງ​ທ່ານ​ນາງອອງຊານ ​ຊູ​ຈີ ຜູ້​ນໍາ​ພັກ NLD ​ທີ່​ເວລາ​ນີ້​ກໍາລັງ​ຖືກ​ກັກ​ບໍລິ​ເວນຢູ່​ນັ້ນ. ​ແຕ່​ພັກ NLD ​ໄດ້​ປະຕິ​ເສດ​ທີ່​ຈະ​ປະຕິບັດ​ຕາມ ​ແລະລັດຖະບານ​ກໍ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ຍຸບ​ພັກ.

ນອກ​ນີ້​ແລ້ວ ລັດຖະບານ​ທະຫານ​ມຽນມາ​ ຈະ​ບໍ່​ຈັດໃຫ້​ມີບ່ອນ​ປ່ອນ​ບັດ​ຢູ່ໃນ​ຫລາຍໆ​ຂົງ​ເຂດ​ທີ່​ຕິດ​ກັບ​ຊາຍ​ແດນ ທີ່​ຢູ່​ໃຕ້​ການຄວບ​ຄຸມ​ຂອງ​ພວກທະຫານບ້ານ​ຊົນ​ເຜົ່ານັ້ນ. ທ່ານ​ສຸຣິນ​ ກ່າວ​ວ່າ ຈຸດ​ມຸ້ງ​ໝາຍ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ຄວນ​ຈະ​ແມ່ນການ​ໃຫ້​ໄດ້​ມາ​ຊຶ່ງລັດຖະບານ​ຊຸດ​ໃໝ່ ທີ່ເປັນ​ທີ່​ຮັບ​ເອົາ​ໄດ້ໂດຍ​ປະຊາ​ຄົມນາ​ນາ​ຊາດ. ທ່ານ​ເວົ້າ​ວ່່າ:

ບັດ​ນີ້​ ວັນ​ເວລາ​ກໍໄດ້​ກໍານົດ​ໄວ້​ແລ້ວ​. ​ທຸກໆ​ຄົນ​ກໍ​ກໍາລັງ​ຄອງ​ຖ້າ ດ້ວຍ​ຄວາມ​ຮູ້ສຶກ
ໂຫລ່ງ​ອົກ​ໂຫລ່ງ​ໃຈ​ວາດ​ໃດ​ວາດ​ນຶ່ງ ​ວ່າການ​ເລືອກ​ຕັ້ງ​ຈະ​ມີ​ຂຶ້ນ​ແທ້ ​ແລະຢ່າງ​ແນ່
ນອນ. ພວກ​ເຮົາ​ຫວັງ​ວ່າການ​ເລືອກ​ຕັ້ງ​ຄັ້ງນີ້​ຈະ​ຖືກ​ຮັບ​ເອົາ ແລະ​ຈະ​ດໍາ​ເນີນໄປ
ຢ່າງໄດ້​ຜົນ ​ແລ​ະ​ໄດ້​ຮັບການ​ຮັບ​ຮູ້ ​ຫລັງ​ຈາກ​ນັ້ນ​. ສິ່ງ​ເຫລົ່າ​ນີ້​ທັງ​ໝົດແມ່ນ​ຢູ່​
ໃນ​ການ​ຄາດ​ໄວ້​ລ່ວງ​ໜ້າ. ​ ​ພວກ​ເຮົາ​ກໍ​ພຽງ​ແຕ່​ຕ້ອງ​ລໍຖ້າ​ເບິ່ງ​ຜົນ​ອັນ​ແທ້​ຈິງ
ຂອງມັນ​ວ່າ​ ອອກ​ມາ​ໃນ​ຮູບ​ໃດ​ ​ແຕ່​ພວກ​ເຮົາ​ທັງ​ໝົດ​ຫວັງ​ວ່າ ມຽນມາ​ຈະ​ເຊົາ
ເປັນບັນ​ຫາ​ເລື້ອງ ຄວາມຂຸ່ນຂ້ອງ​ໝອງ​ໃຈ ລະຫວ່າງ​ກຸ່ມອາ​ຊ່ຽນແລະປະ​ເທດ
ອື່ນໆຂອງ​ປະຊາ​ຄົມ​ໂລກ​.

ເວລາ​ນີ້​ມີ​ຫລາຍໆ​ປະ​ເທດ ​ໂຮມ​ທັງ​ສະຫະລັດ ​ໄດ້​ນໍາ​ໃຊ້ການ​ລົງ​ໂທດ ດ້ານ​ເສດຖະກິດ​ຕໍ່​ລັດຖະບານ​ທະຫານ​ມຽນມາ ຍ້ອນ​ປະວັດ​ທີ່​ບໍ່​ດີໃນ​ການ​ເຄົາລົບ​ນັບຖືສິດທິ​ມະນຸດ ຂອງ​ມຽນມາ​ນັ້ນ. ສະຫະລັດ​ ສະຫະພາບ​ຢຸ​ໂຣບ ​ແລະ​ອີກຫລາຍໆ​ປະ​ເທດ​ ໄດ້​ຮຽກຮ້ອງ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ ໃຫ້ສະມາຄົມ​ອາ​ຊ່ຽນ ​ກົດດັນ​ໃຫ້ມຽນມາ​ທໍາ​ການ​ປະຕິ​ຮູ​ບຫລາຍ​ຢ່າງ ​ແຕ່​ກໍ​ປາກົດ​ວ່າ​ ​ໄດ້ມີການ​ປ່ຽນ​ແປງ​ພຽງ​ເລັກ​ນ້ອຍເທົ່າ​ນັ້ນ. ພວກ​ກຸ່ມ​ສິດທິ​ມະນຸດກ່າວ​ວ່າ​ ເວລາ​ນີ້ລັດຖະບານ​ທະຫານ​ມຽນມາ​ ຍັງ​ສືບ​ຕໍ່​ກັກ​ຂັງ​ພວກ​ນັກ​ໂທດ​ການ​ເມືອງຫລາຍ​
ກວ່າ 2000 ຄົນ ​ແລະ​ສືບ​ຕໍ່​ປາບ​ປາມ​ການ​ປາກ​ເວົ້າທີ່​ເສລີ ແລະ​ໃຊ້​ແຮງ​ງານ​ແບບ​ບັງຄັບ​ເພື່ອ​ກົດປະຊາຊົນໃຫ້​ຢູ່​ໃຕ້ກອບ​ການ​ປົກຄອງ​ຂອງຕົນ​ຕໍ່​ໄປ.

XS
SM
MD
LG