ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ເມສາ ໒໐໒໖

ASEAN ຄາດວ່າ ຈະສະຫຼຸບການປະຕິບັດກົດຂໍ້ບັງຄັບສໍາລັບທະເລຈີນໃຕ້ ພາຍໃນປີ 2026

ແຟ້ມຮູບ-ກໍາປັ່ນຍາມຝັ່ງຂອງຈີນ, ຊ້າຍ, ແລະກໍາປັ່ນທະຫານອາສາສະໝັກຂອງຈີນ, ຂວາ, ຂັດຂວາງກໍາປັ່ນຍາມຝັ່ງຈາກຟີລິບປິນ ໃນຂະນະທີ່ພວກເຂົາເຈົ້າກໍາລັງມຸ້ລໜ້າໄປຫາດໂທມັສທີສອງ ໃນຂົງເຂດທະເລຈີນໃຕ້, ວັນທີ 4 ຕຸລາ 2023. ASEAN ຫວັງວ່າ ຈະຫຼຸດຄວາມຂັດແຍ້ງໃນຂົງເຂດດັ່ງກ່າວ ດ້ວຍກົດລະບຽບທີ່ວາງອອກ.
ແຟ້ມຮູບ-ກໍາປັ່ນຍາມຝັ່ງຂອງຈີນ, ຊ້າຍ, ແລະກໍາປັ່ນທະຫານອາສາສະໝັກຂອງຈີນ, ຂວາ, ຂັດຂວາງກໍາປັ່ນຍາມຝັ່ງຈາກຟີລິບປິນ ໃນຂະນະທີ່ພວກເຂົາເຈົ້າກໍາລັງມຸ້ລໜ້າໄປຫາດໂທມັສທີສອງ ໃນຂົງເຂດທະເລຈີນໃຕ້, ວັນທີ 4 ຕຸລາ 2023. ASEAN ຫວັງວ່າ ຈະຫຼຸດຄວາມຂັດແຍ້ງໃນຂົງເຂດດັ່ງກ່າວ ດ້ວຍກົດລະບຽບທີ່ວາງອອກ.

ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ກຸ່ມ​ເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ກ່າວ​ວ່າ ASEAN ຈະ​ເລັ່ງການ​ເຈລະຈາຫາລື​ກັບ​ຈີນ​ກ່ຽວ​ກັບ​ກົດ​ລະບຽບ ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຂອງ​ການຂັດແຍ້ງ​ຢູ່ບໍລິເວນ​ທະ​ເລ​ຈີນ​ໃຕ້ ​ທີ່​ມີ​ການ​ປະ​ທະ​ກັນ​ຢ່າງ​ຮຸນແຮງ, ​ເຊິ່ງ​ມີ​ເປົ້າ​ໝາຍ​ຈະເຮັດໃຫ້​ສຳ​ເລັດ​ພາຍໃນ​ປີ 2026 ນີ້.

ແຕ່​ວ່າ ການ​ທີ່​ລະ​ບຽບ​ການດັ່ງກ່າວ​ຈະ​ມີ​ຜົນ​ບັງ​ຄັບໃຊ້​ຕາມ​ກົດ​ໝາຍນັ້ນ ​ແມ່ນ​ຍັງ​ຢູ່​ພາຍໃຕ້​ການ​ປຶກ​ສາ​ຫາ​ລືກັນຢູ່.

ທ່ານ ເກົາ ກິມ ຮວນ (Kao Kim Hourn), ເລຂາທິການໃຫຍ່ຂອງສະມາຄົມ ປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ກ່າວຕໍ່ບັນດານັກ ຂ່າວລະຫວ່າງກອງປະຊຸມໂຕະມົນໃນວັນພຸດວານນີ້ວ່າ “ພວກເຮົາຍັງຄົງສືບຕໍ່ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງໃຊ້ຄວາມອົດທົນ, ພວກເຮົາບໍ່ສາມາດປະຕິ ເສດຄວາມຈິງທີ່ວ່າ ສະຖານະການຕ່າງໆຍັງຄົງສືບຕໍ່ຮຸນ​ແຮງຂື້ນ.”

ທ່ານ ເກົາ ຢູ່ທີ່ນະຄອນຫຼວງວໍຊິງຕັນໃນອາທິດນີ້ ສໍາລັບການຢ້ຽມຢາມໃນໜ້າ ທີ່ຄັ້ງທໍາອິດຂອງທ່ານ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງກຸ່ມພາກພື້ນ ແລະ ສະຫະລັດ.

ໃນລະຫວ່າງກອງປະຊຸມສໍາມະນາຢູ່ທີ່ສູນ Stimson ໃນມື້ວັນພຸດວານນີ້, ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານເຄີດ ແຄັມເບລ (Kurt Campbell) ໄດ້ຮຽກຮ້ອງໃຫ້ ASEAN ຈົ່ງ “ສົ່ງຂໍ້ຄວາມທີ່ບໍ່ມີຄວາມຜິດພາດ ກ່ຽວກັບຄວາມກັງວົນ ພ້ອມດ້ວຍການເກາະຜິດໃນສິ່ງທີ່ເປັນນ່ານນ້ໍາຂອງ ຟີລິບປິນຢ່າງຈະແຈ້ງ.”

ອ່ານຂ່າວນີ້ເປັນພາສາອັງກິດ

This item is part of

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG