ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດອາຊ່ຽນ ທີ່ຮາ​ໂນ​ຍ


ບັນດາຜູ້ນຳທາງດ້ານການທູດຂອງອາຊ່ຽນຈະໃຊ້ກອງປະຊຸມວ່າດ້ວຍຄວາມໝັ້ນຄົງ
ນາໆຊາດທີ່ຫວຽດນາມ ຊຸກຍູ້ໃຫ້ມີການຮື້ຟື້ນການເຈລະຈາ 6 ຝ່າຍກ່ຽວກັບ ໂຄງ
ການອາວຸດນິວເຄລຍຂອງເກົາຫຼີເໜືອ. ເປັນທີ່ຄາດກັນວ່າ ບັນຫາດັ່ງກ່າວ ນີ້ຈະຄອບ
ງຳກອງປະຊຸມຄວາມໝັ້ນຄົງພູມີພາກຂອງອາຊ່ຽນ ຊຶ່ງຈະເລີ້ມຂຶ້ນທີ່ ນະຄອນຫຼວງ
ຮາໂນ່ຍ ໃນວັນສຸກມື້ອື່ນນີ້.

ພວກເຈົ້າໜ້າທີ່ອະວຸໂສຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກ
ສຽງໃຕ້ຫຼືອາຊ່ຽນ ກ່າວໃນມື້ວັນພຸດວານນີ້ວ່າ ພວກທ່ານຫວັງວ່າ ຈະສວຍໂອກາດ
ໃນການມີໜ້າຂອງລັດຖະມົນຕີການຕ່າງປະເທດເກົາຫຼີເໜືອທ່ານ PAK UI CHUN
ຍົກເອົາບັນຫາດັ່ງກ່າວຂຶ້ນມາສົນທະນາຫາລື. ທ່ານ PAKແມ່ນ ເຈົ້າໜ້າທີ່ອະວຸໂສສຸດ
ຂອງເກົາຫຼີເໜືອ ທີ່ໄດ້ເດີນທາງໄປຮ່ວມກອງປະຊຸມຄວາມ ໝັ້ນຄົງພູມີພາກຂອງອາຊ່ຽນ
ໃນຮອບ 10 ປີ.

ທັງ 6 ປະເທດ ທີ່ພົວພັນໃນການເຈລະຈາ ກ່ຽວກັບເລື່ອງນິວເຄລຍຂອງເກົາຫຼີ ເໜືອ
ຕ່າງກໍຈະໄປຮ່ວມກອງປະຊຸມໃນວັນສຸກມື້ອື່ນ ຊຶ່ງຈະເປີດໂອກາດໃຫ້ເກົາ ຫຼີເໜືອໄດ້
ພົບປະໂດຍກົງເປັນເທື່ອທຳອິດ ກັບເກົາຫຼີໃຕ້ແລະສະຫະລັດ ນັບແຕ່ ໄດ້ມີການຈົມ
ກຳປັ່ນລົບ CHEONAN ຂອງເກົາຫຼີໃຕ້ ໃນເດືອນມີນາ ຜ່ານມາ. ຣັດເຊຍ ຈີນ
ແລະຍີ່ປຸ່ນ ແມ່ນອີກ 3 ຝ່າຍ​ ໃນການເຈລະຈາ 6 ຝ່າຍນັ້ນ.

ສະຫະລັດແລະເກົາຫຼີໃຕ້ກ່າວວ່າ ພຽງຢາງຕ້ອງໄດ້ຂໍຂະມາໂທດໃນການຈົມກຳປັ່ນ
ລົບ CHEONAN ກ່ອນທີ່ການເຈລະຈາ 6 ຝ່າຍຈະສາມາດໄຂຄືນໃໝ່ໄດ້. ເກົາຫຼີ
ເໜືອໄດ້ປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃດໆກ່ຽວກັບເລື່ອງນີ້.

ນອກນັ້ນແລ້ວໃນມື້ວານນີ້ ກຸ່ມປົກປ້ອງສິດທິມະນຸດທີ່ສຳຄັນກຸ່ມນຶ່ງໃນສະຫະລັດ ຍັງ
ກ່າວວ່າ ລັດຖະມົນຕີການຕ່າງປະເທດຂອງສະຫະລັດທ່ານນາງ HILLARY CLINT
-ON ຄວນເນັ້ນໜັກເຖິງຄວາມສຳຄັນ ທີ່ສະຫະລັດໄດ້ໃຫ້ກ່ຽວກັບເລື່ອງ ສິດທິມະນຸດ
ຢູ່ໃນວຽດນາມ ໃນລະຫວ່າງທີ່ໄປຮ່ວມກອງປະຊຸມສຸດຍອດອາຊ່ຽນ ຢູ່ຮາ​ໂນ​ຍນັ້ນ.

XS
SM
MD
LG