ບັນດາລັດຖະມຸນຕີການຕ່າງປະເທດທີ່ໄປຮ່ວມກອງປະຊຸມປະ ຈຳປີຂອງກຸ່ມອາຊ່ຽນທີ່ຫວຽດນາມ ໄດ້ສະແດງຄວາມເປັນຫ່ວງອອກມາກ່ຽວກັບການເລືອກຕັ້ງທີ່ມຽນມ້ານັ້ນ.
ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງອາຊຽນກ່າວຕໍ່ບັນດານັກຂ່າວ ເມື່ອວັນອັງຄານຜ່ານມານີ້ວ່າ ໃນລະຫວ່າງງານລ້ຽງຮັບຮອງໃນແລງວັນຈັນນັ້ນ ພວກນັກການທູດທັງຫລາຍໄດ້ກ່າວອອກມາຢ່າງຈະແຈ້ງວ່າ ການເລືອກຕັ້ງທີ່ຈະມີຂຶ້ນນັ້ນ ຄວນຈະເປັນທ່ີໜ້າເຊື່ອຖືໄດ້ໃນມຽນມາ ຊຶ່ງທ່ານສຸຣິນ ກ່າວຊີ້ແຈງດັ່ງນີ້:
“ຂ້າພະເຈົ້າຄິດວ່າ ມື້ຄືນນີ້ ຜູ້ແທນມຽນມາໄດ້ຮັບຟັງຢ່າງເຕັມຫູ ເຖິງຄວາມເຕັມໃຈແລະຄວາມປາດຖະໜາຂອງບັນດາປະເທດ ອາຊ່ຽນທັງໝົດ ທີ່ຢາກເຫັນການເລືອກຕັ້ງໃນມຽນມາຄັ້ງນີ້ ນຳພາປະເທດຊາດ ໄປສູ່ຄວາມເປັນປົກກະຕິສຸກ ແລະຄວາມປອງ ດອງກັນຢ່າງແທ້ຈິງ.”
ທ່ານສຸຣິນ ກ່າວວ່າ ນອກນີ້ ພວກປະເທດໃນກຸ່ມອາຊ່ຽນຍັງໄດ້ສະເໜີໃຫ້ການຊ່ອຍເຫລືອ ເພື່ອສະໜັບສະໜຸນຂັ້ນຕອນການເລືອກຕັ້ງທີ່ມຽນມາ ຊຶ່ງກໍເປັນສະມາຊິກຂອງກຸ່ມອາຊ່ຽນເຊັ່ນກັນນັ້ນ. ທ່ານສຸຣິນກ່າວວ່າ:
“ຖ້າຫາກມີວີທີທາງໃດທີ່ສະມາຄົມອາຊຽນສາມາດຊ່ວຍເຫລືອ ສາມາດປະກອບສ່ວນ ສະໜັບສະໜຸນ ຄື ສະມາຊິກຂອງສະມາຄົມ ອາຊຽນສາມາດຊ່ວຍເຫລືອແລະປະກອບສ່ວນນຳໄດ້ແລ້ວ ພວກເຂົາເຈົ້າກໍພ້ອມທີ່ຈະເຮັດ ເນຶ່ອງຈາກວ່າມັນເປັນການສຳຄັນ ຫລາຍທີ່ສຸດຕໍ່ຂົງເຂດນີ້ ຕໍ່ສະມາຄົມອາຊ່ຽນເອງ ແລະຕໍ່ປະເທດມຽນມາເອງນຳ ທີ່ການເລືອກຕັ້ງໃນຄັ້ງນີ້ ຕ້ອງເປັນໄປຢ່າງໜ້າ ເຊື່ອຖືໄດ້.”
ລັດຖະບານທະຫານມຽນມາ ຍັງບໍ່ທັນໄດ້ປະກາດວັນເວລາສຳລັບການເລືອກຕັ້ງໃຫ້ຊາບເທື່ອອັນເປັນການເລືອກຕັ້ງຄັ້ງທໍາອິດໃນຮອບສອງທົດສະວັດຜ່ານມາ. ພວກທີ່ຕຳໜິຕິຕຽນພາກັນຖືເບົາການເລືອກຕັ້ງທີ່ວ່ານີ້ ໂດຍເວົ້າວ່າ ເປັນການເລືອກຕັ້ງ ຫລອກໆແລະຈອມປອມ ທີ່ມີວັດຖຸປະສົງເພື່ອໃຫ້ພວກທະຫານໄດ້ຄອງອຳນາດຢູ່ຕໍ່ໄປ.
ແຕ່ທ່ານ George Yeo ລັດຖະມຸນຕີການຕ່າງປະເທດສິງກະໂປ ສະແດງຄວາມຮູ້ສຶກໃນແງ່ດີວ່າ ການເລືອກຕັ້ງຄັ້ງນີ້ ອາດ ສາມາດນຳໄປສູ່ການປ່ຽນແປງເທື່ອລະກ້າວໄດ້:
“ພວກເຮົາຍັງບໍ່ເຫັນມີການຫັນປ່ຽນຢ່າງໃຫຍ່ໃດໆ ໄປຈາກສະພາບການທີ່ເປັນຢູ່ໃນປັດຈຸບັນນີ້ ແຕ່ພວກເຮົາກໍເຫັນບາດລ້ຽວທີ່ສໍາຄັນ ທີ່ຈະນໍາພາມຽນມາໄປສູ່ສະຖານະການທີ່ແຕກຕ່າງໄປ ຄືມີລັດຖະບານ ທີ່ມີລັດຖະທຳມະນູນ ແລະລັດຖະບານທີ່ຈະມີເສດ ຖະກິດ ທີ່ເປີດກວ້າງຫລາຍຂຶ້ນ.
ກຸ່ມອາຊ່ຽນກຳລັງມີປະຊຸມປະຈຳປີລະດັບລັດຖະມຸນຕີ ວ່າດ້ວຍຄວາມໝັ້ນຄົງປະຈຳຂົງເຂດຂອງຕົນ ຢູ່ນະຄອນຫລວງຮາໂນຍ ຂອງຫວຽດນາມ. ນອກຈາກມຽນມາແລະຫວຽດນາມແລ້ວ ພວກປະເທດສະມາຊິກອື່ນໆກໍມີ ບຣູໄນ ກຳປູເຈຍ ອິນໂດເນເຊຍ ລາວ ມາເລເຊຍ ຟີລິບປິນ ສິງກະໂປ ແລະໄທ.
ນອກນີ້ ພວກລັດຖະມຸນຕີການຕ່າງປະເທດອາຊ່ຽນຍັງເຫັນພ້ອມນໍາກັນວ່າ ຣັດເຊຍແລະສະຫະລັດອະເມຣິກາ ຄວນຈະມີການພົວພັນໃນຂົງເຂດຂອງຕົນຫລາຍຂຶ້ນ ໂດຍຜ່ານການພົບປະທີ່ເອີ້ນກັນວ່າ ກອງປະຊຸມສຸດຍອດເອເຊຍຕາເວັນອອກນັ້ນ. ແຕ່ທ່ານສຸຣິນ ເລຂາທິການໃຫຍ່ຂອງອາຊ່ຽນກ່າວວ່າ ພວກລັດຖະມຸນຕີເຫລົ່ານີ້ໄດ້ເຕືອນວ່າ ລາຍການປະຊຸມຄວນຈະຢູ່ພາຍໃຕ້ການຄວບຄຸມຂອງກຸ່ມອາຊຽນ ຊຶ່ງທ່ານສຸຣິນກ່າວຊີ້ແຈງວ່າ:
“ພວກເຂົາເຈົ້າເຊື່ອວ່າ ຄວາມສົນໃຈຂອງສະຫະລັດແລະຣັດເຊຍນັ້ນ ເປັນສິ່ງນຶ່ງທີ່ຄວນຈະສະແດງຄວາມຍິນດີນຳ ແຕ່ວ່າ ນອກນີ້ ແລ້ວ ພວກຄະນະລັດຖະມົນຕີຍັງໄດ້ມອບໝາຍໃຫ້ພວກເຈົ້າໜ້າທີ່ອາວຸໂສຂອງຕົນ ພິຈາລະນາໄກ່ກອງເບິ່ງຜົນທີ່ຈະຕິດຕາມມາ ແລະຄວາມບໍ່ແນ່ໃຈ ຕະຫລອດທັງຄວາມເປັນຫ່ວງດ້ານຕ່າງໆ ດ້ວຍຄວາມລະມັດລະວັງ ລະອຽດຖີ່ຖ້ວນຫລາຍຂຶ້ນ ກ່ອນຈະສະເໜີຄຳແນະນຳແກ່ພວກຜູ້ນຳ ໃນກອງປະຊຸມເດືອນຕຸລາ ທ້າຍປີນີ້.”
ກອງປະຊຸມສຸດເອເຊຍຍອດຕາເວັນອອກ ແມ່ນຮວມເອົາກຸ່ມອາຊ່ຽນ ກັບປະເທດອອສເຕຣເລຍ ຈີນ ອິນເດຍ ຍີ່ປຸ່ນ ເກົາຫລີໃຕ້ ແລະນີວຊີແລນ.
ໃນວັນສຸກມື້ນີ້ ບັນດາລັດຖະມຸນຕີຕ່າງປະເທດອາຊ່ຽນ ພົບປະກັບຄູ່ຕໍາແໜ່ງ ຈາກພວກປະເທດເຫລົ່ານັ້ນ ພ້ອມກັບສະຫະພາບຢູໂຣບແລະອີກ 8 ປະເທດທີ່ຮວມທັງເກົາຫລີເໜືອນໍາ. ເລື່ອງຄວາມເປັນຫ່ວງກັງວົນກ່ຽວກັບຄວາມເຄັ່ງຕຶງລະຫວ່າງເກົາຫລີເໜືອແລະໃຕ້ ຄາດວ່າຈະເປັນເລື່ອງທີ່ຢູ່ໃນລະດັບສູງສຸດຂອງລາຍການປະຊຸມ.
ເກົາຫລີໃຕ້ໄດ້ຖິ້ມໂທດໃສ່ເກົາຫລີເໜືອວ່າ ເປັນຜູ້ຈົມກຳປັ່ນລົບລຳນຶ່ງຂອງຕົນໃນເດືອນມີນາຜ່ານມາ ທ່ີໄດ້ເອົາຊີວິດທະຫານ ເຮືອເກົາຫລີໃຕ້ໄປ 46 ຄົນ ແຕ່ທາງເກົາຫລີເໜືອປະຕິເສດວ່າ ຕົນບໍ່ມີສ່ວນຮັບຜິດ ຊອບໃດໆໃນເລື່ອງນີ້.
ບັນດາປະເທດໃນກຸ່ມອາຊ່ຽນໄດ້ຮຽກຮ້ອງໃຫ້ມຽນມາ ປ່ອຍໃຫ້ມີການປະກອບສ່ວນແລະລົງຄະແນນສຽງຢ່າງເສລີແລະຍຸຕິທໍາ ໃນລະຫວ່າງການເລືອກຕັ້ງ ທີ່ຄາດວ່າຈະມີຂຶ້ນໃນທ້າຍປີນີ້. ຄໍາຮຽກຮ້ອງໃຫ້ມີການເລືອກຕັ້ງທີ່ເຊື່ອຖືໄດ້ນັ້ນ ໄດ້ມີຂຶ້ນໃນຂະນະທີ່ບັນດາລັດຖະມຸນຕີ ການຕ່າງປະເທດຂອງກຸ່ມອາຊ່ຽນ ເລີ້ມຕົ້ນກອງປະຊຸມວ່າດ້ວຍຄວາມປອດໄພໃນຂົງເຂດ ເປັນເວລາ 1 ສັບປະດາທີ່ຫວຽດນາມ ທີ່ຮວມທັງພວກປະເທດໃນຍ່ານມະຫາສະມຸດປາຊີຟິກ ແລະພວກປະເທດຕາເວັນຕົກ.