ລາຍງານຂ່າວຈາກອິນໂດເນເຊຍກ່າວວ່າ ພວກລັດຖະມົນຕີຕ່າງປະເທດຂອງກຸ່ມອາຊຽນໄດ້ໃຫ້ການສະໜັບສະໜຸນແກ່ຄວາມພະຍາຍາມຂອງມຽນມາ ທີ່ຈະຂຶ້ນເປັນປະທານຂອງກຸ່ມອາຊຽນໃນປີ 2014 ນັ້ນ.
ພວກລັດຖະມົນຕີເຫລົ່ານີ້ພົບປະກັນໃນວັນອັງຄານມື້ນີ້ ທີ່ເກາະຕາກອາກາດບາຫລີ ໃນມື້ທໍາອິດຂອງກອງປະຊຸມດ້ານການທູດທີ່ໃຫຍ່ໂຕເປັນເວລາ 4 ມື້ ທີ່ຈະອັດລົງດ້ວຍກອງປະຊຸມສຸດຍອດເອເຊຍຕາເວັນອອກຂອງ 18 ປະເທດໃນທ້າຍສັບປະດານີ້.
ໃນປີນີ້ ມຽນມາໄດ້ທໍາການປະຕິຮູບຕ່າງໆຈໍານວນນຶ່ງ ຊຶ່ງໄດ້ສົ່ງເສີມໂອກາດໃນການທີ່ຈະໄດ້ເປັນເຈົ້າພາບຈັດກອງປະຊຸມກຸ່ມອາຊຽນ ອັນເປັນກຽດທີ່ໄດ້ຖືກປະຕິເສດມາກ່ອນນັ້ນ. ກ່ອນການພົບປະກັນນີ້ ລັດ ຖະມົນຕີຕ່າງປະເທດອິນໂດເນເຊຍ ທ່ານ Marty Natalegawa ໄດ້ສະແດງຄວາມຍິນດີນໍາລາຍງານຂ່າວ ທີ່ວ່າມຽນມາວາງແຜນຈະປ່ອຍພວກນັກໂທດການເມືອງບາງສ່ວນໃນຈໍານວນທີ່ອາດມີຫລາຍເຖິງ 2000 ຄົນ ໃນຕົ້ນສັບປະດານີ້ກໍເປັນໄດ້ນັ້ນ.
ຍັງຄາດກັນອີກວ່າ ພວກລັດຖະມົນຕີເຫລົ່ານີ້ຈະທໍາການໂອ້ລົມສົນທະນາກັນເລື້ອງໄພຄຸກຄາມທາງດ້ານເສດຖະກິດ ທີ່ເກີດຈາກການຂາດສະຖຽນລະພາບໃນເຂດຢູໂຣ ແລະບັນຫາຂັດແຍ່ງເລື່ອງເຂດນໍ້າແດນດິນກັນ ຫວ່າງໄວໆມານີ້ ໃນທະເລຈີນໃຕ້ນັ້ນ.
ກອງປະຊຸມຂອງພວກລັດຖະມົນຕີຕ່າງປະເທດອາຊຽນ ຈະຕິດຕາມມາດ້ວຍກອງປະຊຸມສຸດຍອດຂອງຫົວໜ້າລັດຖະບານຂອງເຂົາເຈົ້າ ຊຶ່ງຈະມີຜູ້ນໍາຄົນອື່ນໆໃນຂົງເຂດໄປສົມທົບນໍາໃນກອງປະຊຸມສຸດຍອດເອເຊຍຕາເວັນອອກ ບ່ອນທີ່ສະຫະລັດແລະຣັດເຊຍຈະໄປຮ່ວມນໍາຢ່າງເຕັມສ່ວນເປັນເທື່ອທໍາອິດ.