ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ພະຍາຍາມເພີ້ມການພົວພັນກັບນາໆຊາດ ໃນຂະນະທີ່ຜູ້ນໍາໂລກ ເຕົ້າໂຮມກັນ ຢູ່ກອງປະຊຸມສຸດຍອດ APEC


ເຈົ້າໜ້າທີ່ຂອງໄທ ຍ່າງຜ່ານທາງໜ້າປ້າຍທີ່ຂຽນວ່າ ການຮ່ວມມືທາງດ້ານເສດຖະກິດໃນຂົງເຂດເອເຊຍ-ປາຊີຟິກ (APEC) ໃນບາງກອກ, ວັນທີ 14 ພະຈິກ 2022.
ເຈົ້າໜ້າທີ່ຂອງໄທ ຍ່າງຜ່ານທາງໜ້າປ້າຍທີ່ຂຽນວ່າ ການຮ່ວມມືທາງດ້ານເສດຖະກິດໃນຂົງເຂດເອເຊຍ-ປາຊີຟິກ (APEC) ໃນບາງກອກ, ວັນທີ 14 ພະຈິກ 2022.

ປະເທດໄທ ມີເປົ້າໝາຍເພື່ອເລັ່ງຊຸກຍູ້ການພົວພັນທາງດ້ານເສດຖະກິດ ແລະການເມືອງຂອງພວກເຂົາເຈົ້າ ກັບບັນດານານາຊາດຫຼາຍກວ່າຊາວປະເທດ, ໃນຂະນະທີ່ຜູ້ນໍາລະດັບໂລກ ຈະມາເຕົ້າໂຮມກັນເພື່ອ​ເຂົ້າ​ຮ່ວມກອງປະຊຸມສຸດຍອດ APEC ຢູ່ທີ່ບາງກອກໃນທ້າຍອາທິດນີ້.

ແຕ່ນັກສັງເກດການກ່າວວ່າ ເນື່ອງຈາກຄວາມເຄັ່ງຕຶງ ທີ່ສູງຂຶ້ນທາງດ້ານພູມສາດການເມືອງລະຫວ່າງສະຫະລັດແລະຈີນ, ແລະການເຮັດສົງຄາມຢູ່ໃນຢູເຄຣນຂອງຣັດເຊຍ, ປະເທດໄທ ກໍາລັງມອງຫາຜົນປະໂຫຍດຂອງພວກເຂົາເຈົ້າເອງ ໃນລະຫວ່າງກອງປະຊຸມສຸດຍອດດັ່ງກ່າວ.

ການຮ່ວມມືທາງດ້ານເສດຖະກິດ ຢູ່ໃນຂົງເຂດເອເຊຍ-ປາຊີຟິກ ຫຼື APEC, ແມ່ນກຸ່ມຂອງບັນດາ 21 ປະເທດ ໃນເອເຊຍ-ປາຊີຟິກ ທີ່ເປັນເຈົ້າໜ້າທີ່ລະດັບສູງ ແລະເປັນຕົວແທນທາງດ້ານເສດຖະກິດ ຈະມາພົບປະເພື່ອປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ແນເປົ້າໝາຍໃສ່ດ້ານການຄ້າ, ການລວມກັນຂອງລະບົບເສດ ຖະກິດ, ການພັດທະນາທີ່ຍືນຍົງແລະການສະໜັບສະໜຸນກິດຈະການທາງດ້ານທຸລະກິດ.

ເຈົ້າໜ້າທີ່ຄົນນຶ່ງ ຍ່າງຜ່ານປ້າຍ ການຮ່ວມມືທາງດ້ານເສດຖະກິດ ໃນຂົງເຂດ ເອເຊຍ-ປາຊີຟິກ (APEC) ໃນບາງກອກ, ປະເທດໄທ, ວັນທີ 14 ພະຈິກ 2022.
ເຈົ້າໜ້າທີ່ຄົນນຶ່ງ ຍ່າງຜ່ານປ້າຍ ການຮ່ວມມືທາງດ້ານເສດຖະກິດ ໃນຂົງເຂດ ເອເຊຍ-ປາຊີຟິກ (APEC) ໃນບາງກອກ, ປະເທດໄທ, ວັນທີ 14 ພະຈິກ 2022.

ການປະຊຸມສຸດຍອດດັ່ງກ່າວນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 18 ຫາ 19 ພະຈິກ, ແລະເປັນປະທານໂດຍນາຍົກລັດຖະມົນຕີຂອງໄທ ທ່ານປຣະຢຸດ ຈັນໂອຊາ ຢູ່ທີ່ສູນກາງການປະຊຸມພະຣາຊີນີສິຣິກິດໃນບາງກອກ. ໃນນັ້ນ ປະທານປະເທດຈີນ ທ່ານສີ ຈິ້ງຜິງ ກໍຈະເຂົ້າຮ່ວມເຊັ່ນກັນ, ແຕ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຈະບໍ່ໄດ້ເຂົ້າຮ່ວມການປະຊຸມສຸດຍອດໃນຄັ້ງນີ້, ເຊິ່ງ ທ່ານນາງຄາມາລາ ແຮຣິສ ຮອງປະທານາທິບໍດີ ຈະເຂົ້າຮ່ວມແທນ.

ປະທານາທິບໍດີຂອງຣັດເຊຍ ທ່ານວະລາດີເມຍ ປູຕິນ ກໍຈະບໍ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດໃນຄັ້ງນີ້ເຊັ່ນກັນ, ແຕ່ ຮອງນາຍົກລັດຖະມົນຕີຜູ້ທີນຶ່ງ ຈະໄດ້ເຂົ້າຮ່ວມເປັນຕົວແທນຂອງຣັດເຊຍ, ອີງຕາມລາຍງານ​ຂອງ​ສື່ມວນ​ຊົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG