ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຫຼ່ງ​ຂ່າວ: ໃນ​ຂະ​ນະ​ທີ່​ສົງ​ຄາມ​ເລີ້ມ​ຂຶ້ນ ທ່ານ​ປູ​ຕິນ ໄດ້​ປະ​ຕິ​ເສດ​ ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ກັບ​ຢູ​ເຄ​ຣນ ທີ່​ສະ​ເໜີ​ໂດຍຜູ້​ຊ່ວຍ​ຂອງ​ທ່ານ


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປ​ູ​ຕິນ ເປັນ​ປະ​ທານກອງ​ປະ​ຊຸມ ສະ​ພາ​ທີ່​ປຶກ​ສາ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ທີ່ວ​ລາ​ດີວອ​ສ​ຕັອກ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 6 ກັນ​ຍາ 2022. (Valeriy Sharifulin/TASS Host Photo Agency/Handout via Reuters)
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປ​ູ​ຕິນ ເປັນ​ປະ​ທານກອງ​ປະ​ຊຸມ ສະ​ພາ​ທີ່​ປຶກ​ສາ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ທີ່ວ​ລາ​ດີວອ​ສ​ຕັອກ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 6 ກັນ​ຍາ 2022. (Valeriy Sharifulin/TASS Host Photo Agency/Handout via Reuters)

ຫົວ​ໜ້າທູດພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານ​ວ​ລາ​ດີ​ເມຍ​ ປູ​ຕິນ ຮັບ​ຜິດ​ຊອບ​ເລື້ອງ​ຢູ​ເຄ​ຣນ ກ່າວ​ຕໍ່​ຜູ້​ນຳ​ຣັດ​ເຊຍ​ໃນ​ຂະ​ນະ​ທີ່​ສົງ​ຄາມ​ເລີ້ມ​ຂຶ້ນ​ວ່າ ທ່ານ​ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ຊົ່ວ​ຄາວ​ກັບ​ກີ​ຢິບ ​ຊຶ່ງ​ເປັນ​ທີ່​ພໍ​ໃຈ​ກັບ​ຄວາມ​ຮຽກ​ຮ້ອງຂອງ​ຣັດ​ເຊຍ​ທີ່​ຕ້ອງ​ການ​ບໍ່​ຢາກ​ໃຫ້​ຢູ​ເຄ​ຣນ​ເຂົ້າ​ຮ່ວມ​ອົງ​ການ​ເນ​ໂຕ້ ແຕ່​ທ່ານ​ປູ​ຕິນ​ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ແລະ​ສັ່ງ​ໃຫ້​ດຳ​ເນີນ​ການ​ຕໍ່​ໄປ​ກັບ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ ນັ້ນ​ຄື​ຄຳ​ເວົ້າ​ຂອງຄົນ​ໃກ້​ຊິດ​ກັບ​ຜູ້​ນຳ​ຂອງ​ຣັ​ດ​ເຊຍ​ສາມ​ຄົນ ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

​ທ່ານດ​ມີ​ຕ​ຣີ ໂຄ​ແຊັກ (Dmitry Kozak) ທູດ​ພິ​ເສດຣັດ​ເຊຍ​ທີ່​ເປັນ​ຄົນ​ຢູ​ເຄ​ຣນ​ໂດຍ​ກຳ​ເນີດ ກ່າວ​ຕໍ່​ທ່ານ​ປູ​ຕິນ​ວ່າ ທ່ານ​ເຊື່ອ​ວ່າ​ຂໍ້​ຕົກ​ລົງ​ທີ່​ທ່ານ​ໄດ້​ເຈ​ລະ​ຈານັ້ນ ເຮັດ​ໃຫ້​ຣັດ​ເຊຍ​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ທຳ​ການ​ຢຶດ​ຄອງ​ຢູ​ເຄ​ຣນ​ຂະ​ໜາດ​ໃຫຍ່ ອີງ​ຕາມ​ແຫຼ່ງ​ຂ່າວ​ເຫຼົ່າ​ນີ້. ​ການ​ໃຫ້​ຄຳ​ແນະ​ນຳ​ຂອງ​ທ່ານ​ໂຄ​ແຊັກ​ຕໍ່​ທ່ານ​ປູ​ຕິນ​ເພື່ອ​ຮັບ​ເອົາ​ຂໍ້​ຕົກ​ລົງນີ້ ແມ່ນ​ລາຍ​ງານເປັນ​ເທື່ອ​ທຳ​ອິດ​ໂດຍ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ​ປູ​ຕິນ​ໄດ້​ກ່າວ​ຢ້ຳ​ຫຼາຍໆ​ຄັ້ງ​ກ່ອນ​ການ​ເຮັດ​ສົງ​ຄາມ​ວ່າ ອົງ​ການ​ເນ​ໂຕ້​ແລະ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ທະ​ຫານ​ຂອງ​ອົງ​ການ​ດັ່ງ​ກ່າວ ພວມ​ຫຍັບ​ເຂົ້າ​ມາ​ໃກ້​ກັບ​ຊາຍ​ແດນ​ຣັດ​ເຊຍ​ຫຼາຍ​ຂຶ້ນ​ນັບ​ມື້ ໂດຍ​ຮັບ​ເອົາ​ປະ​ເທດ​ສະ​ມາ​ຊິກ​ໃໝ່​ໃນ​ເຂດ​ຢູ​ໂຣບ​ຕາ​ເວັນ​ອອກ ແລະ​ວ່າ​ໃນ​ເວ​ລານີ້ ກຸ່ມ​ພັນ​ທະ​ມິດ​ພວມ​ກະ​ກຽມ​ທີ່​ຈະ​ຮັບ​ເອົາ​ຢູ​ເຄ​ຣນ​ເຂົ້າ​ເປັນ​ສະ​ມາ​ຊິກ​ເຊັ່ນ​ດຽວ​ກັນ. ທ່ານ​ປູ​ຕິນ​ໄດ້​ກ່າວ​ຢ່າງ​ເປັນ​ການ​ເປີດເຜີຍ​ວ່າ ນັ້ນ​ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ຢູ່​ລອດ​ຂອງ​ຣັດ​ເຊຍ ຈຶ່ງ​ໄດ້​ບັງ​ຄັບ​ໃຫ້ທ່ານ​ຕ້ອງ​ໄດ້​ດຳ​ເນີນ​ການ.

ແຕ່​ເຖິງ​ແມ່ນ​ໄດ້​ມີ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ໃນ​ຕອນ​ຕົ້ນໆ​ຂອງ​ການ​ເຈ​ລະ​ຈາກໍ​ຈິງ ທ່ານ​ປູ​ຕິນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເວ​ລາ​ມີ​ການ​ນຳ​ສະ​ເໜີ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ໂຄ​ແຊັກ​ນັ້ນ​ວ່າ ການ​ເຈ​ລະ​ຈາ​ເພື່ອ​ໃຫ້​ມີ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໂດຍ​ຜູ້​ຊ່ວຍ​ຂອງ​ທ່ານນັ້ນ ບໍ່​ໄດ້​ໄປ​ພໍ ແລະ​ທ່ານ​ໄດ້​ຂະ​ຫຍາຍ​ຈຸດ​ປະ​ສົງ​ຂອງ​ທ່ານ ​ທີ່​ຈະ​ຮວມ​ເອົາ​ດິນ​ແດນ​ຂອງ​ຢູ​ເຄ​ຣນ​ຈຳ​ນວນ​ນຶ່ງ ອີງ​ຕາມ​ຄຳ​ເວົ້າ​ຂອງ​ແຫຼ່ງ​ຂ່າວ.

ເມື່ອ​ຖາມ​ກ່ຽວ​ກັບ​ການ​ພົບ​ເຫັນ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້ ໂຄ​ສົກ​ຂອງວັງ​ເຄ​ຣັມ​ລິນ ທ່ານດ​ມີ​ຕ​ຣີ ເພັ​ສ​ຄັອບ ກ່າ​ວ​ວ່າ “ນັ້ນ​ແມ່ນ​ແນ່ນອນ ບໍ່​ມີ​ຄວາມ​ສຳ​ພັນ​ໃດໆ​ກັບ​ສະ​ພາບ​ການ​ໂຕ​ຈິງ. ສິ່ງ​ເຫຼົ່າ​ນັ້ນ​ບໍ່​ເຄີຍ​ເກີດ​ຂຶ້ນ. ແນ່ນອນ​ມັນ​ເປັນ​ຂໍ້​ມູນ​ທີ່​ບໍ່​ຖືກ​ຕ້ອງ.”

ທ່ານ​ໂຄ​ແຊັກ​ບໍ່​ໄດ້​ໃຫ້​ຄຳ​ຕອບ​ໃດໆ​ຕໍ່​ການ​ຂໍ​ຄວາມ​ເຫັນ​ທີ່​ສົ່ງ​ໄປ​ຫາ ໂດຍ​ຜ່ານ​ທາງວັງ​ເຄ​ຣັມ​ລິນ.

ທ່ານ​ມີ​ຄາຍ​ໂລ ໂພ​ໂດ​ລ​ຢັກ (Mykhailo Podolyak) ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ກ່າວ​ວ່າ ຣັດ​ເຊຍ​ໄດ້​ໃຊ້​ການ​ເຈ​ລະ​ຈາ​ເພື່ອ​ກະ​ກຽມ​ການ​ຮຸກ​ຮານ ແຕ່​ທ່ານ​ບໍ່​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເນື້ອ​ໄນ​ຂອງ​ການ​ເຈ​ລະ​ຈາ ຫຼື​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ຂອບ​ເຂດ​ຂອງ​ຂໍ້​ຕົກ​ລົງ​ທີ່​ໄດ້​ບັນ​ລຸ​ກັນ. ທ່ານໂພ​ໂດ​ລ​ຢັກ ກ່າວ​ວ່າ “ມື້ນີ້ ພວກ​ເຮົາ​ໄດ້​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງວ່າ ຝ່າຍ​ຣັດ​ເຊຍ​ບໍ່​ເຄີຍ​ໃຫ້​ຄວາມ​ສົນ​ໃຈ​ທີ່​ຈະ​ແກ້​ໄຂ​ດ້ວຍ​ສັນ​ຕິ​ວິ​ທີ​ເລີຍ.”

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG