ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂຕເລກ ຜູ້ເສຍຊີວິດ ໃນການປະທ້ວງ ຢູ່ ເວເນຊູເອລາ ເພີ້ມຂຶ້ນເປັນ 20 ຄົນ


ຕຳຫຼວດຊ່ອຍເຈົ້າໜ້າທີ່ໆໄດ້ຮັບບາດເຈັບ ໃນການປະທະ ກັບພວກສະໜັບສະໜຸນຝ່າຍຄ້ານ. (19 ເມສາ 2017)
ຕຳຫຼວດຊ່ອຍເຈົ້າໜ້າທີ່ໆໄດ້ຮັບບາດເຈັບ ໃນການປະທະ ກັບພວກສະໜັບສະໜຸນຝ່າຍຄ້ານ. (19 ເມສາ 2017)

ຈຳ​ນວນ​ຜູ້​ເສຍ​ຊີວິດ​ໃນ​ລະຫວ່າງ​ການ​ປະ​ທ້ວງ​ເປັນ​ເວລາ 3 ອາທິດ​ແລະ​ຄວາມຮຸນ
​ແຮງທີ່​ຂະຫຍາຍວົງ​ກວ້າງ​ອອກໃນ​ປະ​ເທດ​ເວ​ເນ​ຊູ​ເອລາ​ເພີ້ມຂຶ້ນ​ເປັນ 20 ຄົນ​ແລ້ວ
​ໂດຍ​ທີ່ 11 ຄົນ​ໄດ້​ເສຍ​ຊີວິດ​ໃນ​ຄືນ​ວັນ​ພະຫັດ ​ໃນ​ລະຫວ່າງ​ທີ່​ມີ​ການ
ບຸກ​ເຂົ້າ​ໄປ​ລັກ​ເອົາ​ເຄື່ອງ​ຂອງ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ການ​ເສຍ​ຊີວິດ​ເທື່ອ​ຫຼ້າ​ສຸດ​ນີ້ ມີ​ຂຶ້ນທີ່​ຄຸ້ມ El Valle ​ໃນນະ​ຄອນ
ຫຼວງກາ​ຣາກາສ ​ເວລາ​ຜູ້​ຄົນ​ກຸ່ມ​ນຶ່ງຖືກ​ໄຟຟ້າ​ຊັອດຕາຍ ​ຂະນະ​ທີ່​ພວກເຂົາພະຍາ
ຍາມ​ຈະ​ລັກ​ເອົາ​ຕູ້​ເຢັນທີ່​ຮ້ານ​ເຮັດ​ເຂົ້າຈີ່.

ນອກ​ນັ້ນ ​ໃນ​ຄືນ​ວັນ​ພະຫັດ ຍັງ​ມີ​ຜູ້​ຊາຍ​ຄົນ​ນຶ່ງ​ຖືກ​ຍິງ​ຕາຍ ​ໃນ​ລະຫວ່າງ​ການ​ປະ​
ທ້ວງ​ຂະໜາດ​ໃຫຍ່​ທີ່​ນະຄອນຫຼວງ​ເວ​ເນ​ຊູ​ເອ​ລາ.

ທ່ານ Carlos Ocariz ​ເຈົ້າ​ເມືອງໆ Sucre ​ໄດ້​ປະກາດ​ ກ່ຽວ​ກັບ​ການ​ເສຍ​ຊີວິດ​
ຂອງ​ຊາຍ​ໜຸ່ມ​ຄົນ​ນີ້ ຜ່ານ​ທາງ Twitter ​ໃນ​ວັນ​ສຸກ​ວານນີ້ ​ແລະ​ຮຽກຮ້ອງ​ໃຫ້​ທຳ
​ການ​ສືບສວນ​ແລະ​ລົງ​ໂທດ​ຕໍ່​ຜູ້​ທີ່​ໄດ້​ສັງຫານ​ຊາຍ​ໜຸ່ມ​ຄົນ​ນີ້.

ທ່ານ​ຂຽນ​ວ່າ “ດ້ວຍ​ຄວາມ​ເຈັບ​ປວດ​ອັນ​ແສນ​ສາຫັດ ຂ້າພະ​ເຈົ້າຂໍ​ລາຍ​ງານ​ການ
​ເສຍ​ຊີວິດ​ຍ້ອນການ​ຖືກ​ຍິງຕາຍຂອງ​ທ້າວ Melvin Guaitan ຄົນ​ງານ​ຜູ້​ຕ່ຳ​ຕ້ອຍ​
ຢູ່​ທີ່​ຄຸ້ມ Petare ຂອງ​ເມືອງ Sucre. ພວກ​ເຮົາ​ຂໍ​ທວງ​ໃຫ້ ທຳ​ການ​ສື​ບສວນ​ ກ່ຽວ
ກັບ​ຄົນ​ຮ້າຍແລະ​ນຳ​ໂຕ​ຜູ້ກ່ຽວ​ມາລົງ​ໂທດ.”

ພວກສະໜັບສະໜຸນຝ່າຍຄ້ານ ປະທະກັນກັບຕຳຫຼວດ
ພວກສະໜັບສະໜຸນຝ່າຍຄ້ານ ປະທະກັນກັບຕຳຫຼວດ

ທ່ານ Ocariz ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ ຫຼື​ແຈ້ງ​ໃຫ້​ຊາ​ບ​ໃຫ້​ຊາບ
​ວ່າ ທ້າວ Guaitan ​ໄດ້​ເຂົ້າຮ່ວ​ມ​ໃນ​ການ​ປະ​ທ້ວງ​ຫລື​ບໍ່.

ຄຸ້ມ​ຕ່າງໆ​ໃນ​ນະຄອນຫຼວງກາ​ຣາກາສ ແມ່ນ​ມີ​ການ​ປະ​ທ້ວງ ​ເກືອບ​ວ່າ​ທຸກໆ​ມື້​ແລະ ​
ເພີ້ມຄວາມ​ຮຸນ​ແຮງ ​ຂຶ້ນ​ເລື້ອຍໆ​ ໃນ​ໄລຍະ​ນຶ່ງ​ເດືອນ​ທີ່​ຜ່ານ​ມານີ້ ຂະນະ​ທີ່​ປະ​ເທດ
​ເວ​ເນ​ຊູ​ເອ​ລາ​ພວມ ​ກ້າວ​ເຂົ້າສູ່​ວິ​ກິດ​ການ ​ທາງ​ດ້ານ​ເສດຖະກິດ. ສິນຄ້າ​ທີ່​ຈຳ​ເປັນ
ຕ່າງໆ ​ເຊັ່ນ​ອາຫານ​ແລະ​ຢາ​ປົວ​ພະຍາດ​ ​ແມ່ນ​ນັບ​ມື້ນັບຫາ​ຍາກຍິ່ງ​ຂຶ້ນ.

ຄວາມ​ຮຸນ​ແຮ​ງ​ໃນ​ຄືນ​ວັນ​ພະຫັດ ໄດ້​ບັງຄັບໃຫ້​ຍົກຍ້າຍ​ພວກ​ເດັກນ້ອຍ​ແລະ​ຜູ້​ເປັນ
ອອກ​ຈາກ​ໂຮງໝໍ​ຄອດ​ລູກ​ແຫ່ງ​ນຶ່ງ​ເວລາມີ​ການ​ຍິງ​ລະ​ເບີດ​ນ້ຳຕາ​ເຂົ້າ​ໄປ​ໃສ່​ຕຶກ​ອາ
ຄານ​ດັ່ງກ່າວ. ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄດ້​ຖິ້ມ​ໂທດ​ໃສ່​ຕຳຫຼວດປາບຈະລາ
ຈົນ ​ເປັນ​ຜູ້ຍິງ​ລະ​ເບີດ​ ​ແຕ່​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ທ່ານ Delcy Ro-
driguez ກ່າວ​ວ່າ ກຸ່ມ​ປະກອບ​ອາວຸດ​ທີ່​ຖືກ​ວ່າ​ຈ້າງ​ໂດຍ​ພວກຕໍ່ຕ້ານ​ປະທານາທິບໍ
ດີ Nicolas Maduro ​ເປັນ​ຜູ້​ຮັບຜິດຊອບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG