ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະລັດ ​ຢາກ​ໃຫ້​ຫວຽດນາມ ​ເຂົ້າ​ມາເປັນ​ພັນທະ​ມິດທາງ​ຍຸດ​ທະ​ສາດ ແຕ່​ຮາ​ໂນ່ຍ ​ຍັງ​ຮັ​ກ​ສາ​ການ​ພົວ​ພັນ​ກັບ​ຈີນຢູ່


(ພາບ​ໃນ​ແຟມ) ທ່ານແອນ​ໂທ​ນີ ບ​ລິງ​ເຄັນ ​ໃນ​ຖາ​ນະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ (ກາງ) ພົບ​ກັບ ຜູ້ນໍຳພັກ​ຄອມ​ມີວ​ນິ​ສຫວຽດ​ນາມ ທ່ານຫງວຽນ ​ຟູ໋ ຈ໊ອງ (ກາງ) ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ​ຄອມ​ມີວ​ນິ​ສຫວຽດ​ນາມ , ວັນ​ທີ 15 ເມ​ສາ, 2023. (Andrew Harnik/Pool ຜ່ານ Reuters)
(ພາບ​ໃນ​ແຟມ) ທ່ານແອນ​ໂທ​ນີ ບ​ລິງ​ເຄັນ ​ໃນ​ຖາ​ນະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ (ກາງ) ພົບ​ກັບ ຜູ້ນໍຳພັກ​ຄອມ​ມີວ​ນິ​ສຫວຽດ​ນາມ ທ່ານຫງວຽນ ​ຟູ໋ ຈ໊ອງ (ກາງ) ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ​ຄອມ​ມີວ​ນິ​ສຫວຽດ​ນາມ , ວັນ​ທີ 15 ເມ​ສາ, 2023. (Andrew Harnik/Pool ຜ່ານ Reuters)

ຄວາມ​ພະຍາຍາມ​ຂອງ​ວໍ​ຊິງ​ຕັນ ​ເພື່ອ​ຢາກ​ໃຫ້​ຫວຽດນາມ​ເຂົ້າ​ມາເປັນ​ພັນທະ​ມິດ​ໃນ​ການ​ແຂ່ງຂັນ​ທາງ​ຍຸດ​ທະ​ສາດ​ກັບ​ຈີນ​ນັ້ນຄົງ​ຈະ​ບໍ່​ປະສົບ​ຜົນສຳ​ເລັດ ເພາະວ່າ ຮາ​ໂນ່ຍ ບໍ່​ກ້າ​ສ່ຽງ​ທີ່​ຈະ​ສ້າງຄວາມ​ໂກດ​ແຄ້ນ​ໃຫ້​ແກ່​ປະ​ເທດເພື່ອນ​ບ້ານ​ທີ່​ໃຫຍ່​ກວ່າ​ຂອງ​ຕົນ, ອີງ​ຕາມບັນດາ​ນັກ​ຊ່ຽວຊານ​ທັງ​ພາຍ​ໃນ ​ແລະຕ່າງປະ​ເທດ​ຫວຽດນາມກ່າວ​.

ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ລັດ ຊຶ່ງ​ໃນ​ປີ​ນີ້ເປັນ​ວັນ​ຄົບຮອບ 10 ປີ ​ແຫ່ງ​ການ​ເຊັນ​ສັນ​ຍາ​ເປັນຄູ່​ຮ່ວມ​ມື​ແບບກວມ​ລວມ​ກັບ​ຫວຽດນາມ, ​ໄດ້​ມີ​ການ​ໂທລະສັບ​ຂອງ​ທ່ານ​ປະທານ​າ​ທິ​ບໍ​ດີໂຈ ໄບ​ເດັນ ໄປຫາຜູ້ນໍຳພັກ​ຄອມ​ມີວ​ນິ​ສຫວຽດ​ນາມ ທ່ານຫງວຽນ ​ຟູ໋ ຈ໊ອງ ​ໃນ​ທ້າຍ​ເດືອນ​ມີນາ​ຜ່ານ​ມາ, ​ຕິດ​ຕາມດ້ວຍ ການ​ໄປ​ຢ້ຽມ​ຢາມ​ຮາ​ໂນ່ຍ​ເປັນ​ຄັ້ງ​ທຳ​ອິດຂອງທ່ານແອນ​ໂທ​ນີ ບ​ລິງ​ເຄັນ ​ໃນ​ຖາ​ນະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໃນ​ກາງ​ເດືອນ​ເມ​ສາ.

ທ່ານໄບ​ເດັນ​ໄດ້​ປຶກສາ​ຫາລື​ກັບທ່ານຈ໊ອງ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ເພີ້ມ​ທະວີ ​ແລະຂະຫຍາຍ​ການ​ພົວ ພັນສອງຝ່າຍ, ອີງຕາມ​ທຳນຽບຂາວກ່າວ. ທ່ານ ບ​ລິງ​ເຄັນ ກ່າວ​ຍົກ​ຍ້ອງການ​ພົວພັນ​ກັບຫວຽດນາມວ່າ ​ແມ່ນ “ນຶ່ງ​ໃນ​ບັນດາ​ສາຍ​ພົວພັນ​ສຳຄັນ​ທີ່​ສຸດ​ທີ່​ພວກ​ເຮົາ​ມີ” ​ແລະ ສະ​ແດງ​ຄວາມຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ເພີ້ມ​ຄວາມແຂງ​ແກ່ນ​ຂຶ້ນ​ໃນ​ອະນາຄົດ.

​ແຕ່​ປີ​ນີ້ ກໍ​ຍັງ​ເປັນ​ປີ​ຄົບຮອບ 15 ປີ ​ແຫ່ງ​ການ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແບບ ກວມລວມ​ລະຫວ່າງ​ຫວຽດນາມ ​ແລະ ຈີນ - ​ເຊິ່ງມີ​ນ້ຳໜັກ​ທາງ​ການ​ທູດ​ຫຼາຍ​ກວ່າ​ການ​ເປັນ​ຄູ່​ຮ່ວມ​ມືແບບກວມລວມ, ອີງ​ຕາມບັນດາ​ຜູ້​ຊ່ຽວຊານ​ຊີ້​ແຈງ​ຕໍ່​ວີ​ໂອ​ເອພະ​ແນກ​ພາ​ສາຫວຽດນາມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG