ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນຂະນະທີ່ ສະຫະລັດ ​ກະກຽມການ​ປ່ອ​ນ​ບັດ, ແມ່ນໃຜຈະເປັນຜູ້ໄປລົງຄະແນນສຽງເລືອກຕັ້ງ


ປ້າຍທີ່ຂຽນວ່າ ລົງຄະແນນສຽງ ປະໄວ້ດ້ານນອກຂອງສະຖານທີ່ທີ່ມີການລົງຄະແນນສຽງລ່ວງໜ້າ, ວັນຈັນ, ທີ່ 31 ຕຸລາ 2022, ໃນໄມອາມີ. ການເລືອກຕັ້ງກາງສະໄໝຂອງສະຫະລັດ ແມ່ນວັນທີ 8 ພະຈິກ ນີ້.
ປ້າຍທີ່ຂຽນວ່າ ລົງຄະແນນສຽງ ປະໄວ້ດ້ານນອກຂອງສະຖານທີ່ທີ່ມີການລົງຄະແນນສຽງລ່ວງໜ້າ, ວັນຈັນ, ທີ່ 31 ຕຸລາ 2022, ໃນໄມອາມີ. ການເລືອກຕັ້ງກາງສະໄໝຂອງສະຫະລັດ ແມ່ນວັນທີ 8 ພະຈິກ ນີ້.

ໃນວັນອັງຄານທີ 8 ພະຈິກທີ່ຈະມາເຖິງນີ້, ປະຊາຊົນຊາວອາເມຣິກັນ ຈະ​ພາ​ກັນໄປປ່ອນ​ບັດ​ ເພື່ອລົງຄະແນນສຽງໃນການເລືອກຕັ້ງ ໂດຍຈະໄດ້ກໍານົດວ່າ ພັກໃດທີ່ຈະໄດ້ຄວບຄຸມສະພາຕໍ່າ ແລະສະພາສູງໃນອີກສອງປີທີ່ຈະມາເຖິງນີ້, ເຊິ່ງຍັງຈະໄດ້ເພີ້ມສະມາຊິກສະພາປະ​ຈຳ​ລັດ ແລະຜູ້ບໍລິຫານ​ເພີ້ມຂຶ້ນ​ໃນຫຼາຍລະດັບນໍາອີກດ້ວຍ.

ຖ້າປະຫວັດສາດຫາກເປັນ​ເຄື່ອງ​ບົ່ງ​ບອກ, ​ມີ​ທ່າ​ທາງວ່າ ປະຊາຊົນຊາວອາເມຣິກັນທີ່ເປັນຜູ້ໃຫຍ່ ສ່ວນໜ້ອຍໆ​ຈຳ​ນວນໜຶ່ງ ທີ່ມີສິດໃນການລົງຄະແນນສຽງເລືອກຕັ້ງນັ້ນຈະໄປເລືອກຕັ້ງອີຫຼີ, ເຊິ່ງບາງທີ ອາດຈະໜ້ອຍກວ່າເຄິ່ງນຶ່ງ. ຜົນການສໍາຫຼວດ ທີ່ໄດ້ດໍາເນີນການໂດຍສູນກາງຄົ້ນຄວ້າພິວຫຼື Pew Research Center ໃນເດືອນສິງຫາທີ່ຜ່ານມາພົບວ່າ ມີພຽງແຕ່ 36 ເປີເຊັນຂອງຜູ້ທີ່ໄດ້ລົງທະບຽນໃນການເລືອກຕັ້ງນັ້ນກ່າວວ່າ ພວກເຂົາເຈົ້າ “ໃຫ້ຄວາມສໍາຄັນຫຼາຍ” ກ່ຽວກັບການເລືອກຕັ້ງ ທີ່ໃກ້ເຂົ້າມານີ້.

United States Heads Toward Pivotal Midterm Elections
please wait

No media source currently available

0:00 0:02:18 0:00

ພາກສ່ວນຊາວອາເມຣິກັນທີ່ຈະໄປລົງຄະແນນສຽງເລືອກຕັ້ງມີທ່າທາງ​ທີ່​ຈະເປັນຜູ້ທີ່ມີອາຍຸແກ່ກວ່າ ແລະກໍຫຼາຍກວ່າຂອງປະຊາກອນໂດຍລວມ. ຂໍ້ມູນຂອງສູນ ພິວ ພົບວ່າ 50 ເປີເຊັນຂອງຜູ້ທີ່ລົງທະບຽນເພື່ອເລືອກຕັ້ງມີອາຍຸ 65 ປີ ຫຼືແກ່ກວ່ານັ້ນ ໃຫ້ຄວາມສໍາຄັນຕໍ່ການເລືອກຕັ້ງ, ເຊິ່ງສົມທຽບໃສ່ກຸ່ມຄົນທີ່ມີອາຍຸລະ ຫວ່າງ 18 ຫາ 29 ປີເຫຼົ່ານັ້ນ ມີພຽງ 20 ເປີເຊັນເທົ່ານັ້ນ.

ຈໍານວນເປີເຊັນຂອງຜູ້ທີ່ລົງທະບຽນໃນການເລືອກຕັ້ງ ເຊິ່ງໄດ້ກ່າວວ່າ ພວກເຂົາໃຫ້ຄວາມສໍາຄັນຕໍ່ການເລືອກຕັ້ງແມ່ນ 40 ເປີເຊັນ, ເມື່ອສົມທຽບກັບຜູ້ມີສິດເລືອກຕັ້ງຊາວຮິສແປນິກ 30 ເປີເຊັນ, 27 ເປີເຊັນທີ່ເປັນຜູ້ມີສິດເລືອກຕັ້ງຄົນອາເມຣິກັນເຊື້ອ​ສາຍ​ອາ​ຟ​ຣິ​ກາ, ແລະ 17 ເປີເຊັນ ເປັນຜູ້ມີສິດເລືອກຕັ້ງຊາວເອເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG