ໃນເວລາທີ່ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ສະຫະລັດ ທ່ານຈອນ ໂບລ ຕັນ
ໄດ້ເປີດເຜີຍແຜນຍຸດທະສາດຂອງ ສະຫະລັດ ໃນ ອາຟຣິກາ ສະບັບໃໝ່ ເມື່ອສັບປະ
ດາທີ່ຜ່ານມານັ້ນ, ທ່ານໄດ້ໃຊ້ໂອກາດດັ່ງກ່າວລະບຸ ຈີນ ວ່າເປັນໄພຂົ່ມຂູ່ທີ່ຈະເກີດ
ຂຶ້ນ ຕໍ່ຜົນປະໂຫຍດ ທັງຂອງ ສະຫະລັດ ແລະ ອາຟຣິກາ.
ໃນຈຸດທີ່ຕ່າງກັນ ໃນການກ່າວຄຳປາໄສ ທີ່ໄດ້ກະກຽມໄວ້ ຢູ່ມູນນິທິ ເຮຣິເທຈ໌ ນັ້ນ,
ທ່ານ ໂບລຕັນ ໄດ້ອະທິບາຍການມີໜ້າຂອງ ຈີນ ໃນອາຟຣິກາ ວ່າເປັນການປຸ້ນສະ
ດົມ, ສວຍໃຊ້ໂອກາດ ແລະ ຫິວໂຫຍອຳນາດ.
ທ່ານໄດ້ເພັ່ງເລັງໃສ່ການມີໜ້າຂອງຈີນ ໃນປະເທດ ຈີບູຕີ, ບ່ອນທີ່ ປັກກິ່ງ ໄດ້ສ້າງ
ຖານທັບຂອງເຂົາເຈົ້າ ໃນຕ່າງປະເທດເປັນແຫ່ງທຳອິດ, ແລະ ປະເທດ ແຊມເບຍ,
ບ່ອນທີ່ໄດ້ມີຂ່າວລືຕ່າງໆ ນັບຕັ້ງແຕ່ເດືອນກັນຍາທີ່ຜ່ານມາວ່າ ໜີ້ສິນທີ່ບໍ່ຄົງທີ່ ຈະ
ບັງຄັບໃຫ້ປະເທດທີ່ອຸດົມສົມບູນໄປດ້ວຍບໍ່ແຮ່ນັ້ນ ມອບບໍລິສັດໄຟຟ້າ ZESCO
ຂອງລັດຖະບານ ໃຫ້ ຈີນ.
ບັນດາເຈົ້າໜ້າທີ່ຈາກ ແຊມເບຍ ແລະ ຈີນ ໄດ້ປະຕິເສດການເຂົ້າຄອບຄອງດັ່ງກ່າວ
ນັ້ນ, ແຕ່ທ່ານ ໂບລຕັນ ໄດ້ຢືນຢັດວ່າ ບັນດາປະເທດ ອາຟຣິກາ ຈະໄດ້ຮັບຜົນກະ
ທົບຢ່າງຫຼວງຫຼາຍຈາກຄວາມພະຍາຍາມຂອງ ປັກກິ່ງ, ຖ້າ ສະຫະລັດ ບໍ່ລຸກຂຶ້ນ
ເຮັດຫຍັງ.
ແຕ່ການຕ້ອງຕິຂອງ ສະຫະລັດ ເບິ່ງຄືວ່າຈະບໍ່ປ່ຽນແປງຂະບວນການ ໄຊໂນ-
ອາຟຣິກາ, ເຊິ່ງໄດ້ພັດທະນາມາດົນກວ່າເຄິງສັດຕະວັດແລ້ວ, ອີງຕາມການກ່າວຕໍ່
ວີໂອເອຂອງທ່ານ ຢຸນ ຊຸນ, ຜູ້ອຳນວຍການຂອງໂຄງການ ຈີນ ແລະ ຜູ້ອຳນວຍການ
ຮ່ວມຂອງໂຄງການ ເອເຊຍ ຕາເວັນອອກ ຢູ່ສູນ ສຕິມສັນ.