ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ໄຕ້​ຫວັນ ລະ​ນຶກ​ເຖິງວັນ​ຄົບ​ຮອບ​ການ​ສູ້​ລົບ ຂະ​ນະ​ທີ່​ສະ​ຫະ​ລັດ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ພັນ​ທະ​ມິດ ໃນ​ຄວາມ​ເຄັ່ງ​ຕຶງ​ກັບ​ຈີນ

ທະ​ຫານ​ເຮືອ​ໄຕ້​ຫວັນ ຢູ່​ເທິງ​ກຳ​ປັ່ນລົບ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ Tien Dan ຕິດ​ຕາມ​ເບິ່ງ​ກຳ​ປັ່ນ​ກອງ​ທັບ​ເຮືອ​ຈີນ​ຢູ່ນອກ​ແຄມ​ຝັ່ງ​ຂອງ​ໄຕ້​ຫວັນ ເມື່ອ​ວັນ​ທີ 19 ສິງ​ຫາ 2023 ໃນ​ຮູບ​ທີ່​ມາ​ຈາກວີ​ດີ​ໂອ ຊຶ່ງ​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກະ​ຊວງ​ປ້ອງ​ກັນ​ຊາດ​ຂອງ​ໄຕ້​ຫວັນ.

ປະ​ທາ​ນາ​ທິ​ບໍ​ດີຂອງໄຕ້​ຫວັນ ທ່ານ​ນາງ​ໄຊ ອິງ ເຫວິນ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່າ​ທີ​ຂອງ​ລັດ​ຖະ​ບານ​ຕໍ່ "ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບຢູ່​ໃນ​ຊ່ອງ​ແຄບ​ໄຕ້​ຫວັນ​ ​ແມ່ນ​ໝັ້ນ​ຄົງ​” ໃນ​ຂະ​ນະ​ທີ່​ໄຕ້​ຫວັນລະ​ນຶກ​ເຖິງວັນ​ຄົບ​ຮອບ 65 ປີ ການ​ເລີ້ມ​ຕົ້ນ​ວິ​ກິດ​ການ​ຊ່ອງ​ແຄບ​ໄຕ້​ຫວັນ​ຄັ້ງ​ທີ​ສອງ.

ວິ​ກິດ​ການ​ດັ່ງ​ກ່າວ​ແມ່ນ​ຂີດ​ໝາຍ​ເທື່ອ​ສຸດ​ທ້າຍ​ທີ່​ກຳ​ລັງ​ຂອງ​ໄຕ້​ຫວັນ​ແລະ​ຈີນ​ໄດ້​ພົວ​ພັນ​ໂດຍ​ກົງ​ໃນ​ການ​ສູ້​ລົບ.

ປະ​ທາ​ນາ​ທິ​ບໍ​ດີ​ໄຊ​ ອິງ ເຫວິນ ກ່າວ​ວ່າ “ພວກ​ເຮົາ​ດັ່ງ​ນັ້ນ​ຕ້ອງ​ໄດ້​ສືບ​ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ໃນ​ການ​ປ້ອງ​ກັນ​ຊາດ ຊຸກ​ຍູ້​ການ​ປ້ອງ​ກັນ​ປະ​ເທດ​ແບບ​ກຸ້ມ​ຕົນ​ເອງ ແລະ​ສືບ​ຕໍ່​ປັບ​ປຸງ​ອຳ​ນາດ​ໃນ​ການ​ສູ້​ລົບ​ແລະ​ປັບ​ໂຕ​ໄດ້​ໃນ​ດ້ານ​ປ້ອງ​ກັນ​ຊາດ.”

US-Japan Alliance Strengthens as China Tensions Rise
please wait

No media source currently available

0:00 0:03:25 0:00

ເຮືອ​ບິນ​ລົບ​ອາຍ​ພົ່ນ​ແລະ​ກຳ​ລັງ​ປັ່ນ​ລົບ​ຂອງ​ຈີນ ອີງ​ຄັ້ງ​ນຶ່ງ​ໄດ້​ປິດ​ລ້ອມ​ໄຕ້​ຫວັນ​ໃນ​ວັນ​ເສົາ​ແລ້ວ ໃນ​ຂະ​ນະ​ທີ່​ປັກ​ກິ່ງ​ເລີ້ມ​ທຳ​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ເທື່ອ​ຫຼ້າ​ສຸດ​ຂອງ​ຕົນ​ຢູ່​ອ້ອມ​ແອ້ມ​ເກາະ​ດັ່ງ​ກ່າວ. ອົ​ງ​ການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ​ກ່າວ​ວ່າ ການ​ຊ້ອມ​ລົບ​ນີ້ ​ມີ​ຂຶ້ນ​ເພື່ອ​ທົດ​ສອບ​ຄວາມ​ສາ​ມາດ ​ຂອງກອງ​ທັບ​ຈີນ​ “ເພື່ອເຂົ້າ​ຄວບ​ຄຸມ​ເຂດ​ນ່ານ​ຟ້າ​ແລະ​ທະ​ເລ” ແລະ​ທຳ​ການ​ສູ້​ລົບ “ພາຍ​ໃຕ້​ສະ​ພາບ​ເໝືອນ​ຈິງ.” ການ​ຊ້ອມ​ລົບ​ນີ້​ແມ່ນ​ຖືກ​ເບິ່ງ​ກັນ​ວ່າ ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຢຸດ​ແວ່​ທີ່​ສະ​ຫະ​ລັດ​ໃນ​ເດືອນນີ້ ​ໂດຍ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ວິ​ລ​ລຽມ ຫຼາຍ.

ລາຍ​ການ​ຂ່າວກ່ຽວ​ກັບ​ເຮືອ ທີ່​ເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ລົບ​ທາງ​ທະ​ຫານ ໃນ​ເຂດ​ກ້ຳ​ຕາ​ເວັນ​ອອກ​ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ຢູ່​ອ້ອມ​ແອ້ມ​ເກາະ​ໄຕ້​ຫວັນ ທີ່​ຮ້ານ​ສັບ​ພະ​ສິນ​ຄ້າ​ແຫ່ງ​ນຶ່ງ​ໃນ​ປັກ​ກິ່ງ ເມື່ອ​ວັນ​ທີ 19 ສິງ​ຫາ 2023.

ໃນ​ຮອບ​ປີ​ທີ່​ຜ່ານ​ມານີ້ ຈີນ ​ໄດ້​ເພີ້ມການ​ເຄື່ອນ​ໄຫວ​ທາງ​ທະ​ຫານ ​ຢູ່​ອ້ອມ​ແອ້ມ​ເກາະ​ໄຕ້​ຫວັນ​ຢ່າງ​ຫຼວງ​ຫຼາຍ ຊຶ່ງ​ປັກ​ກິ່ງຖື​ວ່າ​ເປັນ​ສ່ວນ​ນຶ່ງດິນ​ແດນຂອງ​ຕົນ ທີ່​ພາ​ໃຫ້​ສະ​ຫະ​ລັດ​ແລະ​ບັນ​ດາ​ພັນ​ທະ​ມິດ​ເສີມ​ຂະ​ຫຍາຍ​ການ​ເປັນ​ພາ​ຄີ​ທາງ​ດ້ານ​ທະ​ຫານ​ຢູ່​ໃນ​ຂົງ​ເຂດ.

ສະ​ຫະ​ລັດ ຍີ່​ປຸ່ນ ແລະ​ເກົາ​ຫຼີ​ໃຕ້ ໄດ້​ຕົກ​ລົງ​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ​ທະ​ຫານ​ ແລະ​ປະ​ນາມ “ການ​ປະ​ພຶດ​ທີ່​ເປັນ​ອັນ​ຕະ​ລາຍ​ແລ​ະ​ແບບ​ຮຸກ​ຮານ” ຂອງ​ຈີນ ຫຼັງ​ຈາກກອງ​ປະ​ຊຸມ​ສາມ​ຝ່າຍ ເມື່ອ​ວັນ​ທີ 18 ສິງ​ຫາ​ຜ່ານ​ມາ ຢູ່​ທີ່​ແຄ້ມ​ເດ​ວິດ ຊຶ່ງ​ເປັນ​ບ່ອນ​ພັກ​ຜ່ອນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ລັດ​ແມ​ຣີ​ແລນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG