ພວກແບ່ງແຍກດິນແດນຊາວກາຕາໂລເນຍ ໄດ້ອ້າງວ່າຕົນໄດ້ຮັບໄຊຊະນະໃນການ
ເລືອກຕັ້ງທີ່ມີຄວາມສຳຄັນໃນວັນພະຫັດວານນີ້ ທີ່ອາດຈະສາມາດຕັດສິນເຖິງອານາ
ຄົດຂອງ ສະເປນ ແລະແຂວງພາກເໜືອຂອງປະເທດນັ້ນໄດ້.
90 ເປີເຊັນຂອງບັດລົງຄະແນນສຽງໄດ້ທີ່ໄດ້ຖືກນັບສະແດງໃຫ້ເຫັນວ່າ ທັງສາມຄົນທີ່
ມາຈາກພັກການເມືອງຂອງພວກແບ່ງແຍກດິນແດນໄດ້ຊະນະການລົງຄະແນນສຽງ
ຮວມກັນ ທີ່ເປັນການພຽງພໍໃນການຍາດເອົາບ່ອນນັ່ງ 70 ບ່ອນໃນຈໍານວນທັງໝົດ
135 ບ່ອນນັ່ງໃນລັດຖະສະພາຂອງສະເປນ.
ແຕ່ວ່່າພັກປະຊາຊົນ ທີ່ຕ້ອງການຢ່າໃຫ້ກາຕາໂລເນຍ ສືບຕໍ່ຢູ່ໃນການເປັນເຂດປົກ
ຄອງຕົນເອງເຄິ່ງນຶ່ງຂອງສະເປນ ປາກົດວ່າຢູ່ໃນສະພາບທີ່ຈະເປັນພັກດຽວທີ່ໃຫຍ່ສຸດ
ໂດຍທີ່ມີ 35 ບ່ອນນັ່ງຢູ່ໃນສະພາ.
ເພາະສະນັ້ນ ມັນບໍ່ເປັນທີ່ຈະແຈ້ງເທື່ອວ່າໃຜຈະໄດ້ຮັບສິດປະກອບລັດຖະບານຂຶ້ນ.
ລັດຖະບານສະເປນຮຽກຮ້ອງໃຫ້ມີການເລືອກຕັ້ງຂັ້ນ ຫລັງຈາກຍຶດເອົາການຄວບຄຸມ
ລັດຖະບານຂອງກາຕາໂລເນຍໄດ້ ພາຍຫລັງທີ່ໄດ້ມີລົງປະຊາມະຕິເພື່ອປະກາດຄວາມ
ເປັນເອກກະລາດ ທີ່ມີການຂັດແຍ້ງກັນໃນເດືອນຕຸລາ ຜ່ານມານັ້ນ. ນັບແຕ່ນັ້ນມາບັນ
ດາຜູ້ນຳເພື່ອເອົາເອກກະລາດຫລາຍຄົນໄດ້ຖືກຕິດຄຸກ ຫລືໜີໄປລີ້ໄພຢູ່ຕ່າງປະເທດ.
ຫລາຍຄົນກໍໄດ້ໂຄສະນາຫາສຽງໃນໄລຍະທີ່ມີການເລືອກຕັ້ງ ໂດຍຜ່ານທາງວີດີໂອ.
ຜູ້ນຳເຄື່ອນໄຫວຝ່າຍແບ່ງແຍກດິນແດນ ທ່ານຄາເລສ ປຸຍດິກມ໋ອນຕ໌ ທີ່ລີ້ໄພຢູ່ຕ່າງ
ປະເທດໄດ້ກ່າວຕໍ່ການໂຮມຊຸນນຸມຢູ່ນະຄອນບຣັສເຊີລວ່າ “ປະເທດສະເປນໄດ້ປະ
ລາໄຊ.”
ການຖົກຖຽງກັນຢ່າງຟັດເດືອດເລື່ອງການປະກາດເປັນເອກກະລາດປາກົດວ່າ ໄດ້ພາ
ໃຫ້ພວກປ່ອນບັດອອກໄປປ່ອນບັດເປັນຈຳນວນຫລວງຫລາຍ. ຢູ່ໜ່ວຍປ່ອນບັດແຫ່ງ
ນຶ່ງໃນເມືອງ ອາຍແຊມໂປລ ຊຶ່ງຢູ່ພາກກາງຂອງນະຄອນບາເຊິໂລນາ ພວກເຈົ້າໜ້າທີ່
ກ່າວຕໍ່ວີໂອເອວ່າ ມາຮອດຕອນທ່ຽງ ຈຳນວນຜູ້ປ່ອນບັດໄດ້ເພີ້ມຂຶ້ນເຖິງປະມານສອງ
ເທົ່າຂອງການ ເລືອກຕັ້ງແບບດຽວກັນຢູ່ໃນຂົງເຂດດັ່ງກ່າວເມື່ອສອງປີກ່ອນ.
ທ່ານຊາວີເອ ດຣູດິສ ຊາວເມືອງຊີອາໂຕ ຂອງສະຫະລັດ ເປັນຜູ້ນຶ່ງທີ່ຢືນລຽນແຖວ
ຮ່ວມກັບບັນດາຜູ້ປ່ອນບັດລົງຄະແນນສຽງ ທ່າມກາງແສງແດດຂອງລະດູໜາວ. ທ່ານ
ໄດ້ກັບມາເມືອງບາເຊໂລນາ ທີ່ເປັນບ້ານເກີດຂອງທ່ານ ເພື່ອພັກຜ່ອນໃນລະດູໜາວຊຶ່ງ
ພໍດີຖືກັບຕອນມີການປ່ອນບັດ. ຕິດຢູ່ເສື້ອຄຸມກັນໜາວຂອງທ່ານນັ້ນ ແມ່ນໂບສີເຫລືອງ
ທີ່ເປັນສັນຍາລັກ ເຖິງຄວາມເປັນອັນນຶ່ງອັນດຽວກັນກັບບັນດາຜູ້ນຳທີ່ຖືກຕິດຄຸກຢູ່ນັ້ນ.
ທ່ານກ່າວຕໍ່ວີໂອເອວ່າ “ຂ້າພະເຈົ້າເຊື່ອວ່າສັງຄົມແບ່ງແຍກກັນ ເພາະສະນັ້ນຂ້າພະ
ເຈົ້າເຊື່ອວ່າຜົນເລືອກຕັ້ງຈະແບ່ງແຍກທີ່ສຸດ ເພາະສະນັ້ນຂ້າພະເຈົ້າບໍ່ເຊື່ອວ່າມັນຈະ
ເປັນການແກ້ໄຂ. ແຕ່ຂ້າພະເຈົ້າຍັງບໍ່ຄິດວ່າພວກເຮົາຕ້ອງຍິນຍອມ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ