ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໃນ​ຂະ​ນະ​ທີ​່ຣັດ​ເຊຍ ເວົ້າ​ເຖິງ​ການ​ພັດທະນາ ຢູ່​ຂົ້ວ​ໂລກ​ເໜືອ ສ​ຫລ ຊໍ້າເຫັນວ່າເປັນ​ການ​ຂົ່ມ​ຂູ່


ຮູບ​ພາບ​ຖ່າຍໃນ​ວັນ​ທີ 3 ເມ​ສາ 2019 ທີ່​ເຫັນ​ທະ​ຫານ​ຣັດ​ເຊຍ​ຢືນ​ຍາມ​ຢູ່ໃກ້​ກັບລະ​ບົບ​ຍິງ​ປ້ອງ​ກັນ​ທາງ​ອາ​ກາດ ທີ່ Pansyr-S1 ເກາະ ພາກ​ສ່ວນ​ຂອງ​ໄຊ​ບີເຣຍ​.
ຮູບ​ພາບ​ຖ່າຍໃນ​ວັນ​ທີ 3 ເມ​ສາ 2019 ທີ່​ເຫັນ​ທະ​ຫານ​ຣັດ​ເຊຍ​ຢືນ​ຍາມ​ຢູ່ໃກ້​ກັບລະ​ບົບ​ຍິງ​ປ້ອງ​ກັນ​ທາງ​ອາ​ກາດ ທີ່ Pansyr-S1 ເກາະ ພາກ​ສ່ວນ​ຂອງ​ໄຊ​ບີເຣຍ​.

ຢູ່​ໃນກອງ​ປະ​ຊຸ​ມ​ຂົ້ວ​ໂລກ​ເໜືອ​ສາ​ກົນ​ປີ​ນີ້ ຢູ່​ນະ​ຄອນ​ແຊນ​ຕ໌ ປີ​ເຕີ​ສະ
​ເບີ​ຣ​ກ໌ ບັນ​ດາ​ຜູ້​ນຳ​ຣັດ​ເຊຍໄດ້​ຕັ້ງຄຳ​ຖະ​ແຫຼງ​ຢ່າງສັນ​ຕິຂຶ້ນມາທີ່ສຸດ​ເຖິງ
​ປັດ​ຈຸ​ບັນ ກ່ຽວ​ກັບ​ແຜນ​ຍາ​ວນານ​ຂອງມົ​ສ​ກູສຳລັບ​ນ້ຳ​ກ້ອນ​ທີ່​ກຳ​ລັງ​
ເປື່ອຍ​ຢ່າງ​ວ່ອງໄວ​ຢູ່​ຂວ້າ​ໂລກ​ເໜືອ.

​ໃນ​ການຕອບຄຳ​ຖານ​ຕ່າງໆ​ລະ​ຫວ່າງການ​ລິ​ເລີ້ມກອງ​ປະ​ຊຸມສາ​ກົນ ປະ​
ທາ​ນາ​ທິ​ບໍ​ດີວ​ລາເດີ​ເມຍ ປູ​ຕິນ ໄດ້​ອ້າງ​ເຖິງ​ຜົນ​ປະ​ໂຫຍດ​ດຽວ​ກັນ​ຂອງ
ມົ​ສ​ກູ ແລະ​ ວໍ​ຊິງ​ຕັນ ທີ່ອະ​ທິ​ບາ​ຍ​ວ່າ ທ່ານ​ບໍ່​ມີ​ຄວາມ​ຮູ້​ສຶກ “ໃນຄວາມ
​ເຄັ່ງ​ຕືງໃດໆ​ທາງ​ທະ​ຫານ​” ຢູ່​ໃນ​ຂົງ​ເຂດດັ່ງກ່າວ.

ບໍ່​ພຽງ​ແຕ່​ວ່າ​ ຣັດ​ເຊຍ​ດຳ​ເນີນການ​ເຝິກ​ຊ້ອມ​ທາງ​ທະ​ຫານຢູ່​ຂວ້າ​ໂລກ
​ເໜືອ ແຕ່ຍັງ​ໄດ້​ເນັ້ນ​ໜັກ​ໃສ່​ການ​ຊ່ວຍ​ເຫຼືອ​ແກ່​ບັນ​ດາ​ເພື່ອນ​ບ້ານ​ຂຶ້ນ​
ຢ່າງ​ບໍ​ລົດ​ລະ ​ການຂົນ​ສົ່ງເຄື່ອງຂອງ​ຂ້າມ​ເສັ້ນ​ທາງທະ​ເລ​ຂົ້ວໂລກ​ເໜືອ
ທີ່​ທ່ານ​ໄດ້​ອະ​ທິ​ບາຍໄປ.

ທ່ານ​ໄດ້​ປະ​ກາດ​ຕໍ່​ບັນ​ດາ​ຜູ້​ເຂົ້າ​ຮ່ວມ ຊຶ່ງ​ຮວ​ມ​ທັງບັນ​ດາ​ຜູ້​ນຳ​ຈາກ​ຟິນ​
ແລນ ໄອ​ຊ໌​ແລນ ນໍ​ແວ ແລະ​ສະ​ວີ​ເດນ.

ທ່ານ​ປູ​ຕີນ​ກ່າວ​ເພີ້ມ​ອີກວ່າ “ນີ້​ແມ່ນ​ເລື້ອງ​ແທ້ ເປັນ​ການ​ຄິດ​ໄລ່​ທີ່​ດີ
ແລະ​ໜ້າ​ວຽກ​ທີ່​ໜັກ​ແໜ້ນ. ພວກ​ເຮົາ​ຕ້ອງ​ການ​ຢາກ​ເຮັດ​ໃຫ້​ເສັ້ນ​ທາງ
​ທະ​ເລ​ພາກ​ເໜືອ​ປອດ​ໄພ ແລະ​ເຫັນ​ສ່ອງ​ທາງ​ດ້ານ​ການ​ຄ້າ.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ​ໂອ້​ລົມ​ກັບ​ປະ​ຊາ​ຊົນ ທີ​ເມືອງ Omsk ປະ​ເທດ​ຣັດ​ເຊຍ ວັນ​ທີ 28 ສິງ​ຫາ 2018.
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ​ໂອ້​ລົມ​ກັບ​ປະ​ຊາ​ຊົນ ທີ​ເມືອງ Omsk ປະ​ເທດ​ຣັດ​ເຊຍ ວັນ​ທີ 28 ສິງ​ຫາ 2018.

ແຕ່​ວ່າເລື້ອງ​ຂອງຄວາມ​ກະ​ຕື​ລື​ລົ້ນໂຄງ​ການໆ​ຄ້າ​ຂອງທ່​ານ​ປູ​ຕິນ ທີ່​
ຈະ​ຮັກ​ສາ​ສະ​ຖານ​ທີ່​ຂວັ້ນ​ໂລກ​ເໜືອ ຊຶ່ງ​ຮວມ​ທັງແຜນ​ກໍ່​ສ້າງ​ບັນ​ດາ​ທ່າ
​ເຮືອ ໂຄງ​ຮ່າງ​ຕ່າງໆ ແລະ​ແມ່ນ​ແຕ່​ຂະ​ຫຍາຍ​ກຳ​ປັ່ນ​ເຈາະ​ນ້ຳ​ກ້ອນ ທີ່ບໍ່
​ໄດ້ມີ​ຢູ່​ໃນ​ບັນ​ດາ​ກິດ​ຈະ​ການ​ເຫລົ່າ​ນັ້ນ​.

ເດືອນ​ພຶດ​ສະ​ພາ ປີ 2017 ຢູ່​ທີ່​ການ​ເດີນ​ສວນ​ສະ​ໜາມວັນ​ໄຊ​ຊະ​ນະ​ປະ​
ຈຳ​ປີຂອງ​ມົ​ສ​ກູ ຣັດ​ເຊຍ​ໄດ້​ເປີດ​ເຜີຍ​ລະ​ບົບ​ອາ​ວຸດ​ສະ​ນິດ​ໃໝ່ ພ້ອມ
​ດ້ວຍ​ລູກ​ສອນ​ໄຟ​ສຳ​ລັບໃຊ້​ຢູ່​ໃນ​ຂວັ້ນ​ໂລກ​ເໜືອ

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG