ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ ສູນ​ເສຍ​ກຳ​ປັ່ນ​ລຳ​ສຳ​ຄັນ ທ່​າ​ນ ເຊ​ເລນ​ສ໌​ກີ ​ກ່າວ​ຊົມ​ເຊີຍ​ຕໍ່​ການ​ຕັດ​ສິນ​ໃຈ​ອັນ​ແນ່ວ​ແນ່​ຂອງ​ປະ​ເທດ​ຊາດ


​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ແອບເພື່ອ​ທຳ​ການສູ້​ລົບ ຫຼັງ​ຈາກ​ຖືກ​ເກນ ໂດຍກອງ​ທັບ​ຢູ​ເຄ​ຣນ ທີ່​ເມືອງ​ຄາ​ກິບ ເມື່ອ​ວັນ​ທີ 14 ເມ​ສາ 2022.
​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ແອບເພື່ອ​ທຳ​ການສູ້​ລົບ ຫຼັງ​ຈາກ​ຖືກ​ເກນ ໂດຍກອງ​ທັບ​ຢູ​ເຄ​ຣນ ທີ່​ເມືອງ​ຄາ​ກິບ ເມື່ອ​ວັນ​ທີ 14 ເມ​ສາ 2022.

ນຶ່ງມື້ ​ຫຼັງ​ຈາກ​ມົ​ສ​ກູປະ​ສົບ​ກັບ​ຄວາມ​ເສຍ​ຫາຍ ​ທີ່​ເປັນ​ສັນ​ຍາ​ລັກ​ຢ່າງ​ເຈັບ​ປວດ​ດ້ວຍ​ການ​ສູນ​ເສຍກຳ​ປັ່ນ​ທຸງ​ໃນ​ທະ​ເລ​ດຳ ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ​ໄດ້​ກ່າວ​ຊົມ​ເຊີຍ​ຕໍ່​ການ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ​ໂດຍ​ປະ​ຊາ​ຊົນ​ຂອງ​ທ່ານ ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເດື​ອນ​ກຸມ​ພາ​ຜ່ານ​ມາ ແລະ​ໄດ້​ເຮັດ “ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ສຳ​ລັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ຄື​ການ​ສູ້​ລົບ.”

ໃນ​ຄຳ​ປາ​ໄສ​ເມື່ອ​ຄືນ​ແລ້ວນີ້ ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ໌​ກີ ກ່າວ​ໃນ​ແລງວັນ​ພະ​ຫັດ​ນີ້​ວ່າ ພວກ​ເຂົາ​ເຈົ້າ​ຄວນ​ພູມ​ໃຈ​ທີ່​ລອ​ດ​ພົ້ນ​ມາ​ໄດ້ 50 ມື້​ພາຍ​ໃຕ້​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ເວ​ລາ​ພວກ​ຮຸກ​ຮານ “ມອບ​ໃຫ້​ພວກ​ເຮົາ​ໃນ​ຈຳ​ນວນ​ຫຼາຍ​ທີ່​ສຸດ​ຫ້າວັນ.”

ເມື່ອ​ຢ້ອນ​ຄືນ​ໄປ​ເວ​ລານັ້ນ ແມ່ນ​ແຕ່​ບັນ​ດາ​ຜູ້​ນຳ​ຂອງ​ໂລກ​ທີ່​ເປັນ​ເພື່ອນ​ມິດ​ກໍ​ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ​ເດີນ​ທາງ​ອອກ​ໜີ ໂດຍ​ບໍ່​ແນ່​ໃຈ​ວ່າ​ຢູ​ເຄ​ຣນ​ຈະ​ລອດ​ພົ້ນ​ຫຼື​ບໍ່ ຊຶ່ງ​ທ່ານ​ກ່າວ​ວ່າ “ແຕ່​ພວກ​ທ່ານ​ບໍ່​ຮູ້​ຈັກ​ວ່າ ຊາວ​ຢູ​ເຄ​ຣນ​ມີ​ຄວາມ​ກ້າ​ຫານ​ສ່ຳ​ໃດ ພວກ​ເຮົາ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ອິດ​ສະ​ຫຼະ​ພາບ​ຫຼາຍ​ສ່ຳ​ໃດ ແລະ​ບາງ​ທີ​ອາດ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ໃນ​ວິ​ຖີ​ທາງ​ທີ່​ພວກ​ເຮົາ​ຕ້ອງ​ການ.”

ໂດຍ​ກ່າວ​ເຖິງວິ​ທີ​ທີ່​ຊາວ​ຢູ​ເຄ​ຣນ​ໄດ້​ປ້ອງ​ກັນ​ຕໍ່​ການ​ບຸກ​ໂຈມ​ຕີ​ທຳ​ລາຍ​ນັ້ນ ທ່ານ​ເຊ​ເລນ​ສ໌​ກີ​ໃຫ້​ຂໍ້​ສັງ​ເກດ​ວ່າ “ພວກ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ກຳ​ປັ່ນ​ລົບ​ຣັດ​ເຊຍ​ສາ​ມາດ​ແລ່ນ​ໜີ​ໄປ​ໄດ້​ນັ້ນ ແມ່ນ​ກະ​ທັງ​ມັນ​ຈົມ​ຢູ່​ພື້ນ” ທະ​ເລ.

ນີ້​ແມ່ນ​ຄຳ​ເວົ້າ​ທີ່​ທ່ານ​ໝາຍ​ເຖິງ​ກຳ​ປັ່ນ​ລົບ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ມອ​ສ​ກາ​ວາ ຊຶ່ງ​ເປັນ​ຊື່​ຂອງ​ນະ​ຄອນ​ຫຼວງ​ຣັດ​ເຊຍ ຊຶ່ງ​ໄດ້​ຕົກ​ເປັນ​ເປົ້າ​ຂອງ​ຢູ​ເຄ​ຣນ​ທີ່​ບໍ່​ຍອມ​ແພ້​ໃນ​ມື້​ທຳ​ອິດ​ຂອງ​ການ​ເຮັດ​ສົງ​ຄາມນັ້ນ. ກຳ​ປັ່ນ​ລຳ​ນີ້​ໄດ້​ຈົມ​ລົງ​ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ຂ​ະ​ນະ​ທີ່​ພວມ​ຖືກ​ແກ່​ໄປ​ຍັງ​ທ່າ ຫຼັງ​ຈາກ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ພາຍ​ໃຕ້​ສະ​ພາບ​ການ​ທີ່​ຍັງມີ​ການ​ໂຕ້​ແຍ້ງ ແບບ​ບໍ່​ຈະ​ແຈ້ງ​ເທື່ອ.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າວ​ວ່າ ກຳ​ລັງ​ຂອງ​ຕົນ​ໄດ້​ຍິງ​ໂຈມ​ຕີ​ກຳ​ປັ່ນ​ລຳ​ນີ້​ດ້ວຍ​ລູກ​ສອນ​ໄຟ ໃນ​ຂະ​ນະ​ທີ່​ມົ​ສ​ກູ​ຮັບ​ຮູ້​ວ່າ ໄດ້​ເກີດ​ໄຟ​ໄໝ້​ຢູ່​ເທິງ​ກຳ​ປັ່ນ ບໍ່​ແມ່ນ​ຈາກ​ການ​ໂຈມ​ຕີ. ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ແລະ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ​ບໍ່​ສາ​ມາດ​ໃຫ້​ການ​ຢືນ​ຢັນ​ໄດ້​ວ່າ ແມ່ນ​ຫຍັງ​ເປັນ​ສາ​ເຫດພາ​ໃຫ້​ເກີດ​ໄຟ​ໄໝ້. ແຕ່​ແນວ​ໃດ​ກໍ​ຕາມ ການ​ສູນ​ເສຍ​ດັ່ງ​ກ່າວ ແມ່ນ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ປະ​ລາ​ໄຊ​ສຳ​ລັບ​ຣັດ​ເຊຍ​ ໃນ​ຂະ​ນະ​ທີ່​ກອ​ງ​ທັບ​ຂອງ​ຕົນພວມ​ເຕົ້າ​ໂຮມ​ກຳ​ລັງ​ຄືນ​ໃໝ່ ເພື່ອ​ຈະ​ເປີດ​ສາກ​ໂຈມ​ຕີ​ຕໍ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ຫຼັງ​ຈາກ​ໄດ້​ຖອຍ​ອອກ​ໄປ​ຈາກ​ສ່ວນ​ໃຫຍ່​ຂອງ​ພາກ​ເໜືອ​ຢູ​ເຄ​ຣນ ຮວມ​ທັງ​ໃນ​ເຂດ​ນະ​ຄອນ​ຫຼວງ​ກີ​ຢິບ.

ກຳ​ປັ່ນ​ລົບ​ມອ​ສ​ກາ​ວາ ມີ​ຄວາ​ມ​ສາ​ມາດ​ໃນ​ການ​ບັນ​ທຸກ​ລູກ​ສອນ​ໄຟ​ເວີ່ນ​ນຳ​ວີ​ຖີ​ຂະ​ໜາດ​ໄກ ແລະ​ການ​ກຳ​ຈັດ​ກຳ​ປັ່ນ​ດັ່ງ​ກ່າວ ໄດ້​ຫລຸດ​ຜ່ອນ​ອຳ​ນາດ​ໃນ​ການ​ຍິງ​ທຳ​ລາຍ​ຂອງ​ຣັດ​ເຊຍ​ລົງ​ໃນ​ທະ​ເລ​ດຳ. ນອກນັ້ນ​ແລ້ວ ຍັງ​ເປັນ​ຄວາມ​ເສຍ​ຫາຍ​ຕໍ່​ຊື່​ສຽງ​ຂອງ​ມົ​ສ​ກູ ໃນ​ການ​ເຮັດ​ສົງ​ຄາມ​ທີ່​ສາ​ມາດມອງ​ເຫັນ​ກັນ​ໄດ້​ຢ່າງກວ້າງ​ຂວາງວ່າ​ເປັນ​ຄວາມ​ຜິດ​ພາດ​ທາງ​ປະ​ຫວັດ​ສາດ. ເວ​ລານີ້ ກ້າວ​ເຂົ້າ​ສູ່​ອາ​ທິດ​ທີ 8 ແລ້ວ ການ​ບຸກ​ໂຈມ​ຕີ​ຂອງ​ມົ​ສ​ກູ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ທ່າມ​ກາງ​ການ​ຕ້ານ​ຢັນ​ຢ່າງ​ແຂງ​ຂັນ​ຂອງ​ພວກ​ນັກ​ລົບ​ຢູ​ເຄ​ຣນ​ທີ່​ມີ​ຄວາ​ມ​ພິ​ລາດ​ອາດ​ຫານ​ຫຼາຍ​ຂຶ້ນ ຍ້ອນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ອາ​ວຸດ ແລະ​ການ​ຊ່ວຍ​ເຫຼືອ​ອື່ນໆ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG