ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໃນຂະນະທີ່ຊາວອາເມຣິກັນ ໄດ້ສັກຢາວັກຊີນຫຼາຍຂຶ້ນ ປ. ໄບເດັນ ຍົກລະດັບຄວາມພະຍາຍາມໃນການຊ່ອຍເຫຼືອຕ່າງປະເທດ


US Biden Vaccines -- USAGM
please wait

No media source currently available

0:00 0:02:46 0:00

ພາຍໃນວັນທີ 19 ເດືອນເມສານີ້ ພວກຜູ້ໃຫຍ່ໝົດທຸກຄົນໃນສະຫະລັດ ຈະມີສິດໄດ້ຮັບການສັກຢາວັກຊີນ, ນັ້ນເປັນການປະກາດທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວໄປ ຊຶ່ງໄດ້ມາຮອດກ່ອນກຳນົດສອງອາທິດ ທີ່ໃນເບື້ອງຕົ້ນທ່ານໄດ້ກຳນົດວັນເສັ້ນຕາຍ ໃສ່ວັນທີ 1 ພຶດສະພາ.

ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວວ່າ “ດຽວນີ້ ພວກເຮົາກຳລັງສັກຢາ ໃນອັດຕາສະເລ່ຍ 3 ລ້ານເຂັມຕໍ່ວັນ ຊຶ່ງເກີນກວ່າ 20 ລ້ານເຂັມຕໍ່ອາທິດ. ໃນວັນເສົາມື້ດຽວ ພວກເຮົາໄດ້ມີລາຍງານວ່າ ມີການສັກຢາແລ້ວ ຫຼາຍກວ່າ 4 ລ້ານເຂັມ. ພວກເຮົາເປັນປະເທດທຳອິດ ທີ່ສັກຢາວັກຊີນ 150 ລ້ານເຂັມ ແລະປະ ເທດທຳອິດທີ່ສັກຢາວັກຊີນຢ່າງຄົບຖ້ວນ ໃຫ້ແກ່ປະຊາຊົນກວ່າ 62 ລ້ານຄົນ.”

ໃນຂະນະຖືກກົດດັນຈາກປະເທດອື່ນໆ ໃຫ້ແບ່ງປັນຢາວັກຊີນຕ່າງໆຢູ່ນັ້ນ ເມື່ອຕົ້ນອາທິດນີ້ ທ່ານໄບເດັນ ໄດ້ແຕ່ງຕັ້ງ ທ່ານນາງແກວລ໌ ສມິດຕ໌ ໃຫ້ເປັນຜູ້ປະ ສານງານສຳລັບການຮັບມືກັບ ໂຄວິດ-19 ໃນໂລກ.

ທ່ານນາງສມິດຕ໌ ເປັນນັກຊ່ຽວຊານດ້ານສາທາລະນະສຸກໃນໂລກຜູ້ທີ່ໄດ້ລົນນະ ລົງໃຫ້ສົ່ງຢາວັກຊີນສ່ວນເກີນ ໄປໃຫ້ຕ່າງປະເທດ.

ທ່ານນາງແກວລ໌ ສມິດຕ໌ ຜູ້ປະສານງານສຳລັບການຮັບມືກັບ ໂຄວິດ-19 ໃນໂລກ ແລະຄວາມໝັ້ນຄົງດ້ານສາທາລະນະສຸກ ກ່າວວ່າ “ການນຳພາຂອງອາເມຣິກາແມ່ນຈຳເປັນຢ່າງຍິ່ງ ແລະຂ້າພະເຈົ້າໝັ້ນໃຈທີ່ສຸດວ່າ ພວກເຮົາສາມາດເຂົ້າມາມີບົດບາດໃນສະພາບການນີ້ໄດ້.”

ໃນຂະນະດຽວກັນ ບັນດາປະເທດທີ່ມີລາຍໄດ້ຕ່ຳ ຫາປາກາງ ໄດ້ເລີ້ມຕົ້ນການສັກຢາວັກຊີນຂອງຈີນ ແລະອີກຈຳນວນນຶ່ງ ມາຈາກໂຄງການ COVAX ທີ່ເປັນກົນໄກການແບ່ງປັນຢາວັກຊີນໃຫ້ໂລກຂອງອົງການສະຫະປະຊາຊາດ. ບັນດານັກຊ່ຽວຊານກ່າວວ່າ ຍັງມີຫຼາຍຢ່າງທີ່ສະຫະລັດ ສາມາດເຮັດໄດ້ນອກ ເໜືອໄປຈາກ ການສະໜອງສ່ວນເກີນ ຈາກຢາວັກຊີນຂອງຕົນ.

ທ່ານເຈ ສຕີບເວັນ ມໍຣິສັນ ຜູ້ອຳນວຍການສູນກາງດ້ານນະໂຍບາຍສາທາລະ ນະສຸກໃນໂລກ ປະຈຳສູນກາງຍຸດທະສາດ ແລະການສຶກສາລະຫວ່າງປະເທດ ກ່າວວ່າ “ມັນສາມາດຊ່ອຍຂະຫຍາຍ ຄວາມອາດສາມາດ ໃນການຜະລິດຕາມເປົ້າໝາຍ. ມັນສາມາດນຳມາຊຶ່ງຄວາມເປັນລະບຽບແລະຄວາມໂປ່ງໃສຕໍ່ແຫລ່ງຕະຫຼາດຢາວັກຊີນ ຢູ່ທົ່ວໂລກ ທີ່ວ່າຍັງບໍ່ໂປ່ງໃສ ສັບສົນ ແລະຂາດຄວາມຮັບ ຜິດຊອບ ຢູ່ໃນເວລານີ້.”

ໃນວັນອັງຄານຜ່ານມາ ທ່ານໄບເດັນ ຍັງໄດ້ໄປຢ້ຽມຢາມສະຖານທີ່ສັກຢາວັກຊີນ ຢູ່ໂບດແແຫ່ງນຶ່ງ ໃນລັດເວີຈີເນຍ. ລັດຖະບານຂອງທ່ານ ໄດ້ລິເລີ້ມກຸ່ມພັນທະມິດຂອງບັນດາສາສະໜາແລະຜູ້ນຳຊຸມຊົນ ເພື່ອຊ່ອຍຊຸກຍູ້ໃຫ້ຊາວອາເມຣິກັນທັງຫຼາຍທີ່ລັ່ງເລໃຈໃນການຈະສັກຢາວັກຊີນ ມີຢູ່ປະມານ 20 ເປີເຊັນ ອີງຕາມການຢັ່ງຫາງສຽງ.

ຊາວອາເມຣິກັນແມ່ນຍັງຝ່າຝືນກົດລະບຽບດ້ານສາທາລະນະສຸກຫຼາຍຂຶ້ນນັບມື້ ລວມທັງຫຼາຍໆຄົນຜູ້ທີ່ໄດ້ສະເຫຼີມສະຫຼອງໄຊຊນະນະໃນການແຂ່ງຂັນບານບ້ວງລະດັບມະຫາວິທະຍາ ເມື່ອຕົ້ນອາທິດນີ້.

ທ່ານວີລລຽມ ສແຊັຟເນີ ເປັນອາຈານດ້ານນະໂຍບາຍສາທາລະນະສຸກ ຢູ່ທີ່ໂຮງຮຽນແພດສາດ ມະຫາວິທະຍາໄລ ແວນເດີບີລຕ໌ ກ່າວວ່າ “ພວກເຮົາມີກໍລະນີຕິດເຊື້ອໃໝ່ ກວ່າ 60,000 ຄົນເກີດຂຶ້ນໃນແຕ່ລະວັນ. ແລະພວກຜູ້ໃຫຍ່ໄວໜຸ່ມ ດຽວນີ້ ແມ່ນເປັນແຫລ່ງນຳເຊື້ອ ພວກເຂົາແຜ່ເຊື້ອໄວຣັສນີ້. ພວກເຂົາກໍໄປຊົມການແຂ່ງຂັນ, ພວກເຂົາກໍໄປຮ້ານອາຫານ ແລະຮ້ານກິນດື່ມ ຫຼືບາຣ.”

ອີງຕາມທຳນຽບຂາວ ພວກຜູ້ໃຫຍ່ປະມານ 40 ເປີເຊັນ ຢູ່ໃນສະຫະລັດ ໄດ້ສັກຢາວັກຊີນຢ່າງໜ້ອຍນຶ່ງໂດສ ແລະ ເກືອບຮອດ 20 ເປີເຊັນຂອງຈຳນວນປະຊາກອນທັງໝົດ ແມ່ນໄດ້ສັກຢາວັກຊີນຢ່າງຄົບຖ້ວນແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

As the U.S. nears reaching its goal of vaccinating 200 million Americans by the end of April, the Biden administration is taking more steps toward helping other nations by appointing a coordinator for its global COVID-19 response. White House correspondent Patsy Widakuswara has the story.

By April 19th, all adults in the U.S. will be eligible to get the vaccine, announced President Joe Biden, two weeks earlier than his original May 1st deadline.

(President Joe Biden)

“We're now administering an average of 3 million shots per day, over 20 million shots a week. On Saturday alone, we reported more than 4 million shots were administered. We’re the first country to administer 150 million shots and the first country to fully vaccinate over 62 million people.”

Under pressure from other countries to share vaccines, earlier this week Biden appointed Gayle Smith as coordinator for the administration’s global COVID-19 response.

Smith is a global health expert who has advocated for shipping surplus vaccines abroad.

(Gayle Smith, Coordinator for Global COVID-19 Response and Health Security)

"American leadership is desperately needed, and I'm extremely confident we can rise to the occasion."

While many lower- and middle-income countries have begun inoculating with Chinese vaccines and doses coming from COVAX, the U.N.’s global vaccine sharing mechanism, experts say there is still a lot the U.S. can do beyond providing surplus doses.

(J. Stephen Morrison, Center for Strategic and International Studies)

“It can help grow manufacturing capacity as a goal. It can bring order and transparency to the vaccine marketplace around the world that is un-transparent, chaotic and unaccountable at the moment.”

On Tuesday, Biden also visited a vaccination site at a chapel in Virginia. His administration has launched a coalition of religious and community leaders to help persuade Americans reluctant to get vaccinated, around 20 percent, according to polls.

Americans are also increasingly defying health protocols, including many who celebrated a college basketball victory earlier this week.

(William Schaffner, Vanderbilt University School of Medicine)

“We have over 60,000 new cases occurring every day. And younger adults now are the vectors, they are spreading this virus. They're going to ballgames, they're going to restaurants and bars.”

According to the White House, about 40 percent of adults in the U.S. have received at least one dose, and almost 20 percent of the total population is fully vaccinated.

XS
SM
MD
LG