ຫຼັງຈາກສານສູງສຸດ ສະຫະລັດ ໄດ້ຕັດສິນຕ່າວປີ້ນຄະດີ ໂຣ ພົບກັບ ເວດ, ເຊິ່ງແມ່ນຄະດີສານທີ່ໃຫ້ການປົກປ້ອງສິດທິໃນການເຮັດແທ້ງລູກທົ່ວ ສະຫະລັດ ນັ້ນ, ລັດຖະສະພາ ສະຫະລັດ ແມ່ນກຳລັງພິຈາລະນາການປົກປ້ອງການເຂົ້າຫາການຄຸມກຳເນີດສຳລັບແມ່ຍິງທຸກຄົນ.
ແມ່ຍິງທີ່ມີໄພຂົ່ມຂູ່ຕໍ່ຊີວິດໃນຂະນະທີ່ຖືກພາ, ຜູ້ຖືກຂົ່ມຂືນ ແລະ ຊາວໜຸ່ມທີ່ບໍ່ມີຄວາມພ້ອມ ຫຼື ທຸກຍາກແມ່ນຄົນສ່ວນຫຼາຍທີ່ໄປເຮັດແທ້ງລູກ. ແຕ່ສຳລັບແມ່ມານທີ່ຍັງເປັນຊາວໜຸ່ມ ແລະ ບໍ່ມີຄວາມພ້ອມທີ່ຮັກສາລູກເອົາໄວ້ນັ້ນ, ລັດຖະບານ ສະຫະລັດ ແມ່ນມີນະໂຍບາຍ ແລະ ຫຼາຍໂຄງການເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນເຂົາເຈົ້າ, ດັ່ງທີ່ແມ່ຂອງຍິງໄວໜຸ່ມລາວອາເມຣິກັນຄົນນຶ່ງທີ່ກຳລັງຖືພາໃນລັດເທັກຊັສ ໄດ້ກ່າວຕໍ່ວີໂອເອວ່າ
“ລູກສາວຂອງຂ້າພະເຈົ້າມີອາຍຸ 20 ປີ, ລາວກຳລັງຈະເສັງເຂົ້າຮຽນມະຫາວິທະຍາໄລ ແຕ່ລາວຖືພາກ່ອນ. ປັດຈຸບັນນີ້ລາວໄດ້ຂໍການຊ່ວຍເຫຼືອຈາກລັດຖະບານ ເພາະວ່າເຂົາເຈົ້າບໍ່ມີວຽກທີ່ໝັ້ນຄົງ. ລັດຖະບານເພິ່ນກໍມີເງິນຊ່ວຍເຫຼືອຊົ່ວຄາວໃຫ້ເຂົາເຈົ້າ ແລະ ຊ່ວຍເຫຼືອໃນການຫາວຽກເຮັດງານທຳ. ເຂົາເຈົ້າຍັງໄດ້ຊ່ວຍເຫຼືອອີກຫຼາຍຢ່າງເພື່ອໃຫ້ເຂົາເຈົ້າຕັ້ງໂຕໄດ້.”
ມັນມີຫຼາຍໂຄງການຂອງລັດຖະບານກາງທີ່ໃຫ້ການຊ່ວຍເຫຼືອແກ່ບັນດາແມ່ຍິງທີ່ຖືພາ. ບັນດາແມ່ຍິງດັ່ງກ່າວນັ້ນສາມາດໄດ້ຮັບການຊ່ວຍເຫຼືອດ້ານການເງິນ, ອາຫານບຳລຸງ, ການບໍລິການດ້ານສຸຂະພາບທີ່ສຳຄັນ, ຊ່ວຍເຫຼືອໃນການຈ່າຍຄ່າເຊົ່າບ້ານລາຄາຖືກ ລະ ອື່ນໆ.