ໃນຂະນະທີ່ມີການປະກາດປິດເມືອງໃນທົ່ວປະເທດນັບແຕ່ວັນທີ 22 ເມສາເປັນຕົ້ນມາ ສະເພາະໃນເຂດຄອນຫຼວງວຽງຈັນ ກໍບໍ່ໄດ້ຖືກຍົກເວັ້ນ ແລະຈຳນວນກໍລະນີຕິດເຊື້ອພະຍາດໄວຣັສໂຄວິດ-19 ກໍນັບມື້ນັບເພີ້ມຂຶ້ນ ສົ່ງຜົນເຮັດໃຫ້ປະຊາຊົນຢ້ານກົວຫຼາຍຂຶ້ນ ພ້ອມກັນນັ້ນຍັງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງໜັກໜ່ວງ ດັ່ງທີ່ຊ່າງຕັດຜົມຄົນນຶ່ງທີ່ອາໄສຢູ່ໃນນະຄອນວຽງຈັນ ກ່າວຕໍ່ວີໂອເອຟັງດັ່ງນີ້:
ນອກຈາກນັ້ນແລ້ວ ການຫາຢູ່ຫາກິນຢູ່ໃນນະຄອນຫຼວງກໍຍາກລຳບາກຂຶ້ນເຊັ່ນດຽວກັນ ດັ່ງທີ່ຊ່າງຕັດຜົມຄົນນີ້ກ່າວໃຫ້ຟັງວ່າ:
ຊ່າງຕັດຜົມຜູ້ນີ້ ກ່າວອີກວ່າ ຖ້າຫາກສະພາບການບໍ່ດີຂຶ້ນ ກໍອາດເຮັດໃຫ້ພວກຄົນບໍ່ດີເຊັ່ນວ່າ ພວກໂຈນຂີ້ລັກຂະໂມຍ ຈະອອກມາເຄື່ອນໄຫວສວຍໂອກາດງັດແງະເຮືອນຊານບ້ານຊ່ອງຂອງປະຊາຊົນ.