ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຂະ​ນະ​ທີ່ ການ​ເລືອກ​ຕັ້ງ ທ້ອງ​ຖິ່ນ ຂອງ​ເທີ​ກີ ໃກ້​ເຂົ້າ​ມາ ອັດ​ຕາ​ຄົນ​ຫວ່າງ​ງານ ກາຍ​ເປັນ​ອີກ ບັນ​ຫາ​ນຶ່ງ​ ສຳ​ລັບ​ທ່ານ​ເອີດ​ວານ


ພວກ​ຄົນ​ຂາຍ​ເຄື່ອງ​ຢູ່​ຕາມ​ທາງ ທີ່​ນະ​ຄອນ​ອິ​ສ​ຕັນ​ບູ​ລ ປະ​ເທດ​ເທີ​ກີ. (8 ພະ​ຈິກ 2017)
ພວກ​ຄົນ​ຂາຍ​ເຄື່ອງ​ຢູ່​ຕາມ​ທາງ ທີ່​ນະ​ຄອນ​ອິ​ສ​ຕັນ​ບູ​ລ ປະ​ເທດ​ເທີ​ກີ. (8 ພະ​ຈິກ 2017)

ອັດ​ຕາ​ຄົນ​ຫວ່າງ​ງານ​ຂອງ​ເທີ​ກີ ແມ່ນ​ສູງ​ສຸດ​ໃນ​ຮ​ອບ 10 ປີ ຊຶ່ງ​ເປັນ​ຂ່າວ​ບໍ່​ດີ​ທາງ​ດ້ານ​ເສດ​ຖ​ະ​ກິດ ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີເຣເຊັບ ຕາຍ​ຢິບ ເອີດ​ວານ ກ່ອນໜ້າ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ທີ່​ສຳ​ຄັນ.

ອີງ​ຕາມ​ໂຕ​ເລກ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ສຸກວານນີ້​ແລ້ວ ອັດ​ຕາ​ຄົນ​ຫວ່າງ​ງານໄດ້​ເພີ້ມ​ຂຶ້ນ​ເປັນ 13.5 ເປີ​ເຊັນ ຊຶ່ງ​ເປັນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ປີ 2010 ເປັນ​ຕົ້ນມາ. ຈຳ​ນວນ​ຄົນ​ຫວ່າງ​ງານແມ່ນ​ຫຼາຍ​ເປັນ​ປະ​ຫວັດ​ການ 4 ລ້ານ 3 ​ແສນ​ຄົນ.

ໂຕ​ເລກ​ຄົນ​ຫວ່າງ​ງານນີ້ ແມ່ນ​ເປັນ​ຂ່າວ​ບໍ່​ດີທາງ​ດ້ານ​ເສດ​ຖະ​ກິດຫຼ້າ​ສຸດ​ພ້ອມ​ກັບ​ການ​ຖີບ​ໂຕ​ສູງ​ຂຶ້ນ​ຂອງ​ອັດ​ຕາ​ເງິນ​ເຟີ້ ແລະ​ສະ​ພາບ​ເສດ​ຖະ​ກິດ​ຖົດ​ຖອຍ.

ທ່ານ​ເອີດ​ວານ​ເປັນ​ຜູ້​ນຳ​ພາ​ພັກ AK ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ເພື່ອ​ຮັກ​ສາ​ການຄວບ​ຄຸມ​ຫົວ​ເມືອງ​ສ່ວນ​ໃຫຍ່​ຂອງ​ເທີ​ກີ​ເອົາ​ໄວ້. ແຕ່​ແນວ​ໃດ​ກໍ​ຕາມ ຍ້ອນ​ຂ່າວ​ບໍ່​ດີ​ທາງ​ເສດ​ຖະ​ກິດ​ທີ່​ກ່າວ​ມານັ້ນ ການ​ປ່ອນ​ບັດ​ໃນ​ວັນ​ທີ 31 ມີ​ນາ​ຈະ​ມານີ້ ຈຶ່ງກາຍ​ເປັນ​ການ​ເລືອກ​ຕັ້ງ​ທີ່​ມີ​ການ​ແຂ່ງ​ຂັນ​ກັນ​ຢ່າງ​ດຸ​ເດືອດ.

ດ້ວຍ​ການ​ຮັບ​ຜ່ານ​ການ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ ອຳ​ນາດ​ທັງ​ໝົດ​ແມ່ນ​ຢູ່​ໃນ​ກຳ​ມື​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ ໃນ​ປີ 2010 ການ​ຄວບ​ຄຸມ​ຫົວ​ເມືອງ​ສຳ​ຄັນ​ຕ່າງໆຂອງ ​ເທີ​ກີ ຈຶ່ງເປັນ​ບັນ​ຫາ​ທ້າທາຍ ຂອງ​ແຫຼ່ງ​ອຳ​ນາດ​ແລະ​ການ​ສະ​ໜັບ​ສະ​ໜຸນ ​ທີ່​ຍັງ​ເຫຼືອ​ຢູ່​ບໍ່​ພໍ​ເທົ່າ​ໃດແຫຼ່ງ ທີ່​ຍັງ​ຢູ່ນອກ​ການ​ຄວບ​ຄຸມ​ຂອງ​ທ່ານ​ເອີດ​ວານ.

ທ່ານ​ເອີດ​ວານ​ໄດ້​ທຳ​ການ​ໂຄ​ສະ​ນາ​ຫາ​ສຽງ​ຢ່າງ​ຂຸ້ນ​ຂ້ຽວ ໂດຍ​ອາ​ໄສ​ຄະ​ແນນ​ນິ​ຍົມ​ທີ່​ທ່ານ​ມີ​ຢູ່​ນັ້ນ. ໃນ​ໄລ​ຍະ​ຜ່ານ​ມາ ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີຈະ​ໃຊ້​ຄວາມ​ອຸ​ດົມ​ຮັ່ງ​ມີ​ທາງ​ດ້ານ​ເສດ​ຖະ​ກິດເປັນ​ຈຸດ​ໃຫຍ່ສຳ​ຄັນ​ສຳ​ລັບ​ຍຸດ​ທະ​ສາດ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ. ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ ທີ່​ມີ​ມາ​ເປັນ​ເວ​ລາ 17 ປີ ແມ່ນ​ເປັນ​ທີ່​ຮັບ​ຮູ້​ກັນ​ຢ່າງກວ້າງ​ຂວາງເປັນ​ພາກ​ສ່ວນ​ທີ່​ສຳ​ຄັນໃນ​ການ​ສືບ​ຕໍ່​ກຳ​ອຳ​ນາດ​ຂອງ​ທ່ານ.

ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ເອີດ​ວານ​ສ່ວນ​ໃຫຍ່​ແລ້ວແມ່ນ​ໄດ້​ຫຼີກ​ລ່ຽງ​ການ​ກ່າວ​ເຖິງເສດ​ຖະ​ກິດ ​ຍ້ອນ​ທ່ານ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ​ຕໍ່​ອັນ​ທີ່ຮຽກ​ຮ້ອງ ໃຫ້​ມີ​ການ​ຊ່ວຍ​ເຫຼືອ. ທ່ານ​ກ່າວ​ວ່າ “ບໍ່​ຕ້ອງ​ຄາດ​ຫວັງ​ຫຍັງ ​ຈາກ​ພວກ​ເຮົາ ພວກ​ເຮົາ​ຈະ​ມອບ​ໃຫ້ທ່ານ​ທັງ​ໝົດ ​ທີ່ເຮົາ​ສາ​ມາດ​ເຮັດ​ໄດ້ ບໍ່​ຕ້ອງ​ທ້າ​ທາຍ ​ຕໍ່​ການ​ໂຮມ​ຊຸມ​ນຸມນີ້.” ທ່ານ​ເອີດ​ວານ​ໄດ້​ຕ້ອງ​ຕິ ​ພວກ​ທີ່​ໄປ​ຮ່ວມ​ການ​ໂຮມ​ຊຸມ​ນຸມທີ່​ຢາກ​ມີ​ວຽກ​ເຮັດ​ງານທຳ ທີ່​ເມືອງ​ນຶ່ງ​ໃນ​ແຂວງ​ຊີ​ວາ.

ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີຈະ​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ບັນ​ລຸ​ຄວາມ​ສຳ​ເລັດໃນ​ດ້ານ​ອື່ນໆ. ໃນ​ວັນ​ອັງ​ຄານ​ແລ້ວນີ້ ທ່ານ​ເອີດ​ວານ ໄດ້​ເປີດ​ທາງ​ລົດ​ໄຟ​ໃໝ່​ຢູ່ໃນ​ເຂດ​ເທດ​ສະ​ບານ ທີ່​ເຊື່ອມ​ຕໍ່​ຈຸດ​ຕ່າງໆ​ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລໂດຍ​ໃຫ້​ຄຳ​ໝັ້ນສັນ​ຍາ​ຕໍ່​ຝຸງ​ຊົນ​ວ່າ ຈະ​ແກ້​ໄຂ​ບັນ​ຫາ​ບັນ​ຫາ​ຊ້ຳ​ເຮື້ອ​ໃນ​ການ​ຈາ​ລະ​ຈອນ​ໄປ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG