ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕເລກຜູ້ເສຍຊີວິດ ຈາກຄວາມຂັດແຍ້ງ ຂອງສົງຄາມອິສຣາແອລ ແລະກຸ່ມຮາມາສ ທີ່ແກ່ຍາວມາຮອດ 100 ມື້


ທະຫານອິສຣາແອລ ຍິງປືນໃຫຍ່ຈາກພາກໃຕ້ຂອງອິສຣາແອລເຂົ້າໃສ່ແຫຼມກາຊາ, ໃນບໍລິເວນໃກ້ກັບຊາຍແດນ ອິສຣ!ແອລ-ກາຊາ, ວັນທີ 3 ມັງກອນ 2024.
ທະຫານອິສຣາແອລ ຍິງປືນໃຫຍ່ຈາກພາກໃຕ້ຂອງອິສຣາແອລເຂົ້າໃສ່ແຫຼມກາຊາ, ໃນບໍລິເວນໃກ້ກັບຊາຍແດນ ອິສຣ!ແອລ-ກາຊາ, ວັນທີ 3 ມັງກອນ 2024.

ປັດຈຸບັນນີ, ເປັນເວລາຄົບຮອບ 100 ມື້ຂອງສົງຄາມອິສຣາແອລ ແລະກຸ່ມຮາມາສ ເຊິ່ງເປັນສົງຄາມຫຼ້າສຸດທີ່ຍາວນານ, ນອງເລືອດທີ່ສຸດ, ແລະທໍາລາຍຫຼາຍທີ່ສຸດ ໃນຄວາມຂັດແຍ້ງລະຫວ່າງສັດຕູທີ່ຄຽດຂົມກັນ, ອີງຕາມລາຍງານຂອງອົງການຂ່າວ AP.

ການ​ປະ​ທະ​ກັນ​ໄດ້ລະເບີດ​ຂຶ້ນ​ໃນ​ວັນ​ທີ 7 ຕຸ​ລາ ເມື່ອ​ກຸ່ມ​ຮາ​ມາ​ສ​ດໍາເນີນ​ການ​ໂຈມ​ຕີ​ຢ່າງ​ຮ້າຍ​ແຮງ​ ຢູ່​ພາກ​ໃຕ້ຂອງ​ອິ​ສ​ຣາ​ແອລ. ນັບ​ຕັ້ງ​ແຕ່​ນັ້ນ​ມາ, ອິສ​ຣາ​ແອລ​ໄດ້ທໍາການໂຈມ​ຕີ​ເຂດ​ກາຊາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ດ້ວຍ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ​ແລະ​ທາງ​ພາກ​ພື້ນດິນ ເຊິ່ງເປັນການໂຈມຕີແບບທໍາລາຍລ້າງ, ແລະພັງທະລາຍທີ່ຢູ່ອາໄສແບບບໍ່ເຄີຍມີມາກ່ອນ.

ການໂຈມຕີດັ່ງກ່າວ ເຮັດໃຫ້ຊາວປາແລັສໄຕນ໌ສ່ວນໃຫຍ່ ໄດ້​ອົບ​ພະ​ຍົບ​ຫຼົບ​ໄພ​ຢູ່​ໃນເຂດກາຊາ, ການປະຕິບັດງານຫຼາຍກວ່າເຄິ່ງນຶ່ງ ໃນໂຮງຫມໍຂອງເຂດກາຊາຕ້ອງຍຸຕິລົງ ແລະເຮັດໃຫ້ເກີດຄວາມອຶດຫິວຢ່າງກວ້າງຂວາງ, ອີງຕາມການກ່າວ ຂອງຜູ້ຕິດຕາມກວດກາ ຈາກອົງການສະຫະປະຊາຊາດ.

ກອງທັບ​ອິສຣາ​ແອ​ລກ່າວ​ວ່າ ຂະນະນີ້​ພວກເຂົາເຈົ້າໄດ້​ຂະຫຍາຍ​ການ​ປະຕິບັດ​ງານ​ຄືນ​ໃໝ່​ໃນບໍລິເວນ​ພາກ​ເໜືອ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ. ​ແຕ່​ຢູ່​ທາງ​ພາກ​ໃຕ້ ບ່ອນ​ທີ່ພວກເຂົາເຈົ້າ​ກ່າວ​ວ່າ ເປັນຂົງເຂດທີ່ຜູ້ນຳ​ຂອງ​ກຸ່ມຮາ​ມາ​ສກຳລັງ​ລີ້​ຊ່ອນຢູ່ນັ້ນ, ພວກເຂົາເຈົ້າ​ໄດ້ດໍາເນີນການໂຈມຕີ ເຂົ້າໃສ່ຢ່າງ​ເຕັມ​ກຳລັງ.

ໃນ​ຂະນະດຽວກັນ, ກຸ່ມທະຫານບ້ານຂອງ​ເລ​ບາ​ນອນເຮັສໂບລລາ ​ແລະ ອິສຣາ​ແອລ ​ໄດ້​ເກີດ​ການ​ປະ​ທະ​ກັນ​ຂ້າມ​ຊາຍ​ແດນ​ເກືອບ​ທຸກໆ​ມື້ ​ນັບ​ແຕ່​ສົງຄາມ​ໄດ້

ເລີ້​ມຕົ້ນຂຶ້ນ.

ນີ້ແມ່ນໂຕເລກຈໍານວນຜູ້ເສຍຊີວິດທີ່ພົບເຫັນໃນສົງຄາມຂອງອິສຣາແອລ ແລະກຸ່ມຮາມາສ, ເຊິ່ງແຫຼ່ງຂໍ້ມູນດັ່ງກ່າວ ໄດ້ມາຈາກກະຊວງສາທາລະນະສຸກປາແລັສໄຕນ໌ ແລະເຈົ້າຫນ້າທີ່ຂອງອິສຣາແອລ ພ້ອມທັງຂໍ້ມູນຈາກນັກສັງເກດການສາກົນ ແລະກຸ່ມໃຫ້ການຊ່ວຍເຫຼືອອື່ນໆ.

ຜູ້ເສຍຊີວິດທັງໝົດ:

ຈຳ​ນວນ​ຊາວ​ປາ​ແລັ​ສ​ໄຕ​ນ໌ທີ່​ເສຍ​ຊີ​ວິດ​ຢູ່​ເຂດ​ກາ​ຊາ ມີຫຼາຍກວ່າ 23,843 ຄົນ.

ຈໍາ​ນວນ​ຜູ້​ເສຍ​ຊີ​ວິດ ​ໃນ​ອິ​ສ​ຣາ​ແອລ​ ​ມີຫຼາຍ​ກ່ວາ 1,200​ ຄົນ ແລະ​ຈຳ​ນວນ

​ຊາວ​ປາ​ແລັ​ສ​ໄຕ​ນ໌ທີ່​ເສຍ​ຊີ​ວິດ​ຢູ່​ເຂດຕາ​ເວັນ​ຕົກຂອງແມ່ນໍ້າຈໍແດນ​ມີ 347​ ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG