ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະຍີປຸ່ນ ຈະ​ເຊັນ​ຂໍ້​ຕົກ​ລົງ ການ​ຮ່ວມມື​ ປ້ອງກັນປະເທດ ສະ​ບັບໃໝ່


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ຮ່ວມກອງປະຊຸມສາມຝ່າຍກັບ ຍີປຸ່ນ ແລະເກົາຫຼີໃຕ້ ຢູ່ນອກກອງປະຊຸມບັນດາລັດຖະມົນຕີ ຕ່າງປະເທດ ຂອງ​ກຸ່ມ G-7 ທີ່ນະຄອນລອນດອນ ປະເທດອັງກິດ ວັນທີ 5 ພຶດສະພາ 2021.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ຮ່ວມກອງປະຊຸມສາມຝ່າຍກັບ ຍີປຸ່ນ ແລະເກົາຫຼີໃຕ້ ຢູ່ນອກກອງປະຊຸມບັນດາລັດຖະມົນຕີ ຕ່າງປະເທດ ຂອງ​ກຸ່ມ G-7 ທີ່ນະຄອນລອນດອນ ປະເທດອັງກິດ ວັນທີ 5 ພຶດສະພາ 2021.

ສະຫະລັດ ແລະຍີປຸ່ນ ຈະລົງນາມໃນຂໍ້ຕົກລົງ​ການ​ຮ່ວມ​ມືປ້ອງກັນປະເທດ​ສະ​ບັບໃໝ່
ເພື່ອຮັບມືກັບໄພຂົ່ມຂູ່ທີ່ພວມປາກົດຂຶ້ນມາ ຮວມທັງຄວາມສາມາດໃນດ້ານລູກສອນໄຟ
ໄວກວ່າສຽງ ແລະ ຖານຍິງຈາກອະວະກາດ ນັ້ນຄືຄຳເວົ້າຂອງລັດຖະມົນຕີການຕ່າງປະ
ເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ໄດ້ກ່າວໃນວັນພະຫັດວານນີ້ ອີງຕາມລາຍ
ງານອົງການຂ່າວຣອຍເຕີ.

ບັນດາລັດຖະມົນຕີການຕ່າງປະເທດ ແລະ​ປ້ອງ​ກັນປະເທດ ຂອງສະຫະລັດ ແລະ ຍີປຸ່ນ
ໄດ້ພົບປະກັນທາງອອນລາຍນ໌ ເພື່ອສົນທະນາບາດຫາລືກ່ຽວກັບການເພີ້ມຄວາມສຳພັນ
ດ້ານຄວາມປອດໄພ ທ່າມກາງການເນັ້ນໜັກໃສ່ບົດບາດຂອງຍີປຸ່ນ ໃນຂະນະທີ່ຄວາມ
ເຄັ່ງຕຶງເພີ້ມຂຶ້ນກ່ຽວກັບເລື້ອງໄຕ້ຫວັນ ແລະການຂົ່ມຂູ່ຈາກລູກສອນໄຟຂອງເກົາຫຼີເໜືອ
ຍັງດຳເນີນຢູ່ຕໍ່ມາ.

ທ່ານບລິງເຄັນ ກ່າວວ່າ ພັນທະມິດສະຫະລັດ ກັບ ຍີປຸ່ນ “ຈະບໍ່ພຽງແຕ່​ເສີມ​ຄວາມ​ເຂັ້ມ
ແຂງໃຫ້ແກ່ເຄື່ອງມືທີ່ພວກເຮົາມີຢູ່ທໍ່ນັ້ນ ແຕ່ຍັງຈະພັດທະນາເຄື່ອງ ມືໃໝ່ນຳດ້ວຍ” ໂດຍ
ກ່າວອ້າງເຖິງການເສີມກຳລັງທະຫານຣັດເຊຍໃກ້ຢູເຄຣນ ການເອົາບາດກ້າວ “ທ້າທາຍ”
ຂອງປັກກິ່ງ ຢູ່ໄຕ້ຫວັນ ແລະການຍິງລູກສອນໄຟເທື່ອຫລ້າສຸດຂອງເກົາຫຼີເໜືອ.

ເກົາຫຼີເໜືອໄດ້ຍິງລູກສອນໄຟ “ໄວກວ່າສຽງ” ໃນອາທິດນີ້ ທີ່​ໄດ້​ຖືກເປົ້າໝາຍຢ່າງເປັນ
ຜົນສຳເລັດ ອີງຕາມລາຍງານຂອງສື່ມວນຊົນລັດຖະບານ.

ຣັດເຊຍ ຈີນ ແລະສະຫະລັດ ກຳ​ລັງ​ຢູ່​ໃນ​ລະ​ຫວ່າງ​ການແຂ່ງຂັນ​ເພື່ອສ້າງອາ ວຸດໄວກວ່າ
ສຽງ ຊຶ່ງຄວາມໄວທີ່ເພີ້ມຂຶ້ນ ແລະການເຄື່ອນໄຫວ ເຮັດໃຫ້ອາວຸດເຫຼົ່ານີ້ ຍາກຈະເຫັນ ແລະ
ປ້ອງກັນດ້ວຍລູກສອນໄຟໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG