ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະສະເພາະກິດຂອງທໍານຽບຂາວກ່າວວ່າ ເຖິງ​ຈະ​ມີກໍລະນີຂອງຜູ້ປ່ວຍໂຄວິດ-19 ເພີ້ມຂຶ້ນສູງ ແຕ່ການ​ເຂົ້າ​ໂຮງໝໍບໍ່ໄດ້​ເພີ້ມ​ຂຶ້ນ​


ແຟ້ມຮູບ-ຜູ້ຊາຍຄົນນຶ່ງກໍາລັງຮັບການກວດສອບໂຄວິດ-19 ທີ່ສະຖານີບໍລິການທີ່ບໍ່ຕ້ອງມີການນັດໝາຍ ດໍາເນີນການໂດຍສູນສຸຂະພາບ ນາໂອມີ, ໃນໃຈກາງເມືອງ ໄມອາມີ, ວັນທີ 28 ທັນວາ 2021.
ແຟ້ມຮູບ-ຜູ້ຊາຍຄົນນຶ່ງກໍາລັງຮັບການກວດສອບໂຄວິດ-19 ທີ່ສະຖານີບໍລິການທີ່ບໍ່ຕ້ອງມີການນັດໝາຍ ດໍາເນີນການໂດຍສູນສຸຂະພາບ ນາໂອມີ, ໃນໃຈກາງເມືອງ ໄມອາມີ, ວັນທີ 28 ທັນວາ 2021.

ມາ​ຮອດປັດ​ຈຸ​ບັນນີ້ ​ມີຜູ້ເສຍຊີວິດຈາກໂຄວິດ-19 ແລະປິ່ນ​ປົວຢູ່ໃນໂຮງໝໍຂ້ອນຂ້າງຕໍ່າໃນ​ຂະ​ນະ​ທີ່​ມີການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ໂອໄມຄຣອນ, ອີງ​ຕາມຜູ້ອໍານວຍການສູນຄວບຄຸມ ແລະປ້ອງກັນພະ​ຍາດຕິດຕໍ່ ຫຼື CDC ຂອງສະຫະລັດ, ທ່ານນາງໂຣເຊລ ວາເລັນສະກີ ທີ່ກ່າວໃນມື້ວັນພຸດ ວານນີ້ກ່ຽວກັບກໍລະນີຜູ້ປ່ວຍໃນສະຫະລັດທີ່​ໄດ້​ຖີບ​ຕົວ​ຂຶ້ນເຖິງລະດັບສູງສຸດ ຢ່າງເປັນປະຫວັດການ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

“ໃນຊ່ວງບໍເທົ່າໃດອາທິດຜ່ານ​ມານີ້, ກໍລະນີຄົນ​ຕິດໄວຣັສສາຍພັນໂອໄມຄຣອນ ໄດ້ເພີ້ມຂຶ້ນຢ່າງໄວວາໃນທົ່ວປະເທດ, ແລະພວກເຮົາກໍຄາດວ່າ ມັນຈະຍັງ ແຜ່ກະຈາຍຕໍ່ໆໄປອີກ ໃນຫຼາຍອາທິດທີ່ຈະມາເຖິງນີ້. ເຖິງ​ແມ່ນ​ຈະ​ມີຈໍານວນກໍ ລະນີເພີ້ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ​ໃນ​ອາ​ທິດ​ແລ້ວນີ້ ແຕ່​ວ່າ​ຈຳ​ນວນຜູ້ປ່ວຍທີ່ຮັກ ສາໂຕຢູ່ໃນໂຮງໝໍ ແລະເສຍຊີວິດ ແມ່ນຍັງຂ້ອນຂ້າງຕໍ່າຢູ່ໃນຂະນະນີ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານນາງທີ່ກ່າວເຖິງກໍລະນີຄົນ​ຕິດ​ພະ​ຍາດໂດຍລວມ.

ທ່ານນາງກ່າວວ່າຈຳ​ນວນສະເລ່ຍຂອງຜູ້ຕິດເຊື້ອລາຍວັນໂດຍລວມໃນ 7 ມື້ ເພີ້ມຂຶ້ນສູງເຖິງ 60 ເປີເຊັນຈາກອາທິດກ່ອນໜ້ານີ້ ​ເຖິງປະມານ 240,400 ຄົນຕໍ່ມື້. ຈຳ​ນວນສະເລ່ຍໂດຍລວມຂອງຜູ້ປ່ວຍທີ່ເຂົ້າຮັກສາອາການໃນໂຮງໝໍ ແມ່ນເພີ້ມຂຶ້ນ 14 ເປີເຊັນ ເປັນປະມານ 9,000 ຄົນຕໍ່ມື້ ແລະຈໍານວນ ຜູ້ເສຍຊີວິດຫຼຸດລົງມາປະມານ 7 ເປີເຊັນ ຢູ່ທີ່ຈໍານວນ 1,100 ຄົນຕໍ່ມື້, ອີງ​ຕາມທ່ານນາງວາເລັນສະກີທີ່ກ່າວຢູ່ກອງ​ປະ​ຊຸມລາຍງານຫຍໍ້ຕໍ່​ພວກ​ນັກຂ່າວຢູ່ ທີ່ທໍານຽບຂາວ.

ຈຳ​ນວນສະເລ່ຍຜູ້ຕິດໄວຣັສໂຄໂຣນາລາຍວັນ ທີ່ໄດ້ຮັບການຢືນຢັນຢູ່ ໃນສະ ຫະລັດໄດ້ທຳ​ສະຖິຕິໃໝ່ໃນມື້ວັນພຸດວານນີ້.

ຂໍ້ມູນເບື້ອງຕົ້ນຈາກສະຫະລັດ ແລະປະ​ເທດອື່ນຊີ້ໃຫ້ເຫັນວ່າໄວຣັສສາຍພັນ ໂອໄມຄຣອນ ຈະມີອັດຕາສ່ວນຂອງຜູ້ປ່ວຍທີ່ເຂົ້າຮັບການປິ່ນປົວຢູ່ໃນໂຮງໝໍ ໜ້ອຍກວ່າໄວຣັສສາຍພັນເດລຕ້າ, ອີງ​ຕາມເຈົ້າໜ້າທີ່ ລະດັບສູງທາງດ້ານ ພະຍາດຕິດແປດຂອງສະຫະລັດ, ດຣ. ແອນໂທນີ ຟາວຈິ ກ່າວຢູ່ໃນກອງ​ປະ​ຊຸມ​ລາຍ​ງານ​ຫຍໍ້,​ ແລະຢາວັກຊີນໂຄວິດ-19 ເຂັມສາມ ຫລືບູສເຕີ້ ຈະແກ້ໄຂບັນຫາດັ່ງກ່າວນີ້ໄດ້ດີທີ່ສຸດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG