ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະນະທີ່ ຈີນ ທຸ້ມເທການສະໜັບສະໜຸນ ໃຫ້ແກ່ ຣັດເຊຍ, ບັນດານັກວິເຄາະ ເຫັນຮອຍແຕກ ທີ່ເລິກລົງໄປຕື່ມອີກ


ຮອງລັດຖະມົນຕີການຕ່າງປະເທດຂອງຢູເຄຣນອານເດຣນ ຣູເດັນໂກ, ຊ້າຍ, ແລະ ລັດຖະມົນຕີ ການຕ່າງປະເທດຂອງຈີນ ທ່ານກິນ ກາງ ຍ່າງໄປຮ່ວມກັນ ຂະນະທີ່ພວກເຂົາເຈົ້າ ພົບປະກັນຢູ່ໃນນະຄອນຫຼວງປັກກິ່ງ, ວັນທີ 25 ມິຖຸນາ 2023.
ຮອງລັດຖະມົນຕີການຕ່າງປະເທດຂອງຢູເຄຣນອານເດຣນ ຣູເດັນໂກ, ຊ້າຍ, ແລະ ລັດຖະມົນຕີ ການຕ່າງປະເທດຂອງຈີນ ທ່ານກິນ ກາງ ຍ່າງໄປຮ່ວມກັນ ຂະນະທີ່ພວກເຂົາເຈົ້າ ພົບປະກັນຢູ່ໃນນະຄອນຫຼວງປັກກິ່ງ, ວັນທີ 25 ມິຖຸນາ 2023.

ຈີນໄດ້ທຸ້ມເທການສະໜັບສະໜຸນໃຫ້ແກ່ຣັດເຊຍ ຫຼັງຈາກທີ່ເກີດການກໍ່ກະບົດໄລຍະສັ້ນໆ ທີ່ໄດ້ທ້າທາຍຕໍ່ການປົກຄອງທີ່ຍາວນານເຖິງ 23 ປີ ຂອງປະທານາທິບໍດີ ວະລາດີເມຍ ປູຕິນ ນັ້ນຢ່າງຮ້າຍແຮງ. ເຖິງຢ່າງໃດກໍຕາມ ບັນດານັກວິເຄາະ ກ່າວວ່າ ການກໍ່ກະບົດດັ່ງກ່າວທີ່ເກີດຂຶ້ນໄດ້ບໍ່ດົນນັ້ນ ໄດ້ເຜີຍແບ “ການບໍ່ສາມາດລົງລອຍກັນໄດ້ໃນບັນຫາຂັດແຍ້ງລະຫວ່າງ ພວກຜູ້ນຳຂັ້ນສູງດ້ານການເມືອງ ແລະ ກອງທັບຂອງຣັດເຊຍ “ພ້ອມດ້ວຍຄວາມບົກຜ່ອງທາງດ້ານການບັງຄັບບັນຊາ ຂອງທ່ານປູຕິນ.

ອັນນີ້ ພວກເຂົາເຈົ້າ ກ່າວຕື່ມວ່າ ອາດບໍ່ພຽງແຕ່ເປັນການບົ່ງບອກເຖິງຄວາມຜ່າຍແພ້ ສົງຄາມຂອງຣັດເຊຍ ໃນຢູເຄຣນ ເທົ່ານັ້ນ ແຕ່ເປັນການທົດສອບຂີດຈຳກັດຕ່າງໆຂອງຄວາມສຳພັນລະຫວ່າງປັກກິ່ງ ກັບ ມົສກູ. ໃນຖະແຫລງການເມື່ອແລງວັນອາທິດຜ່ານມານັ້ນ ກະຊວງການຕ່າງປະເທດຂອງຈີນ ບໍ່ສົນໃຈນຳການກໍ່ລັດຖະປະຫານຂອງວັນເສົາຜ່ານມານີ້ ໂດຍ Wagner ທີ່ເປັນກຸ່ມທະຫານຮັບຈ້າງ ຊຶ່ງໄດ້ສະຫຼາຍໄປໃນມື້ຕໍ່ມານັ້ນ ວ່າ ເປັນ “ເລື້ອງກິດຈະການພາຍໃນຂອງຣັດເຊຍ.”

ຖະແຫລງການນັ້ນ ກ່າວຕື່ມວ່າ “ໃນຖານະທີ່ຣັດເຊຍ ຄືປະເທດເພື່ອນບ້ານທີ່ເປັນມິດ ແລະເປັນຄູ່ພາຄີຍຸດທະສາດຮອບດ້ານຂອງການປະສານງານ ສຳລັບຍຸກໃໝ່, ຈີນ ສະໜັບສະໜຸນ ຣັດເຊຍ ໃນການຮັກສາສະຖຽນລະພາບແຫ່ງຊາດ ແລະບັນລຸການພັດທະນາ ແລະຄວຍມຈະເລີນຮຸ່ງເຮືອງ.”

ການສະໜັບສະໜຸນຂອງຈີນ ມີຂຶ້ນລຸນຫຼັງການຢ້ຽມຢາມປັກກິ່ງ ໂດຍຮອງລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານອານເດຣ ຣູເດັນໂກ ໃນວັນອາທິດຜ່ານມານີ້ ຊຶ່ງທ່ານໄດ້ພົບປະກັບ ລັດຖະມົນຕີການຕ່າງປະເທດ ທ່ານກິນ ກາງ ແລະ ຮອງລັດຖະມົນຕີຂອງທ່ານ. ໃນລະຫວ່າງການພົບກັນນັ້ນ ທັງສອງຝ່າຍ ໄດ້ຢືນຢັນອີກເທື່ອນຶ່ງ ການເປັນຄູ່ຮ່ວມງານທີ່ໃກ້ຊິດຂອງພວກເຂົາເຈົ້າ ແລະໄດ້ປຶກສາຫາລືໃນເລື້ອງ ບັນຫາຕ່າງໆລະຫວ່າງປະເທດ ແລະຢູ່ໃນພາກພື້ນ ທີ່ທັງສອງຝ່າຍມີຄວາມເປັນຫ່ວງນຳກັນ ອີງຕາມຖະແຫລງການສະບັບນຶ່ງຈາກກະຊວງການຕ່າງປະເທດຂອງຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG