ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ກຳລັງຕຽມດຳເນີນຄະດີ ນັກທຸລະກິດ ແມ່ຍິງອາເມຣິກັນ ໃນຖານສອດແນມ


As China Prepares to Try US Businesswoman for Spying, Her Husband Fights On
please wait

No media source currently available

0:00 0:02:25 0:00

ຈີນມີແຜນທີ່ຈະດຳເນີນຄະດີ ນັກ​ທຸລະ​ກິດ​ຍິງ Sandy Phan-Gillis ໃນຂໍ້​ຫາ​ຈາລະ​ກຳ ໃນເດືອນໜ້ານີ້ ແຕ່ວ່າສາມີຂອງນາງທີ່ນະຄອນ Houston ລັດ Texas ກ່າວວ່າ ທ່ານ ມີຫລັກຖານທີ່ວ່າ ນາງບໍ່ໄດ້ຢູ່ໃນ​ແມ່ນ​ແຕ່​ໃນປະເທດຈີນ ​ນຶ່ງໃນວັນທີ່​ຖືກ​ກ່າວອ້າງ ຢູ່ໃນ ສຳ​ນວນຟ້ອງ. Greg Oleg Flakus ນັກ​ຂ່າວ ວີ​ໂອ​ເອ ມີລາຍງານ ຈາກນະຄອນ Houston ວ່າ ທ່ານ Jeff Gillis ຍັງ​ມີ​ຄວາມໝາຍໝັ້ນທີ່ຢາກຈະເຫັນພັນລະຍາຂອງ
ທ່ານຖືກ​ປ່ອຍ​ໃຫ້​ເປັນ​ອິດສະຫຼະ ​ໃນ​ທີ່​ສຸດດັ່ງ ​ກິ່ງ​ສະຫວັນ ຈະ​ນຳ​ເອົາ​ລາຍລະອຽດມາ
ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ບັນດາພວກປະທ້ວງເຫຼົ່ານີ້ພາກັນຢູ່ນອກກົງສຸນຈີນ ທີ່ນະຄອນ Houston ພາກັນຮຽກ ຮ້ອງໃຫ້ປ່ອຍໂຕນາງ Sandy Phan-Gillis.

ນັກທຸລະກິດແມ່ຍິງ ອາ​ເມຣິກັນເຊື້ອສາຍຈີນ-ຫວຽດນາມຄົນນີ້ ໄດ້ຖືກຄຸກຢູ່​ໃນປະເທດ ຈີນມາ​ເປັນ​ເວລາກວ່ານຶ່ງປີ​ແລ້ວ​ແລະໄດ້ຖືກກ່າວຫາວ່າ​ເປັນ​ສອດ​ແນມ. ສ່ວນ​ໃຫຍ່​ຂອງ ຜູ້ສະໜັບສະໜູນ ເປັນຄົນຜູ້ທີ່ຮູ້ນາງມາເປັນເວລາດົນນານ.

ນາງ Katherine Phan ກ່າວວ່າ “ຂ້ອຍມາທີ່ນີ້ ເພາະວ່າຂ້ອຍຕ້ອງການ​ໃຫ້ແມ່ຂອງ ຂ້ອຍ​ໄດ້ກັບຄືນບ້ານ. ຂ້ອຍຕ້ອງການ​ໃຫ້ລາວກັບຄືນມາ ແລະບໍ່ໃຫ້ຖືກກ່າວຫາ ໃນ ສິ່ງທີ່ລາວບໍ່ໄດ້ເຮັດມາກ່ອນ.”

ທ້າວ Kevin ຊຶ່ງ​ເປັນໝູ່​ເພື່ອນຂອງຄອບຄົວກ່າວວ່າ “ມັນເປັນການອັບອາຍທີ່ໄດ້ຢູ່ໃນ ສະພາບຖືກກ່າວຫາ ເພາະຄວາມຈິງແລ້ວ ຂ້າພະເຈົ້າບໍ່ຄິດວ່າ ລາ​ວ​ໄດ້ເຮັດຫຍັງຜີດ.”

ການດຳເນີນຄະດີໄດ້ກຳນົດ​ຈະ​ມີ​ຂຶ້ນ​ໃນອາທິດນີ້ ແຕ່ວ່າພວກເຈົ້າໜ້າທີ່ຈີນ ໄດ້ຊັກຊ້າ​ໃນການເລີ້ມດຳ​ເນີນ​ຄະດີ​ດັ່ງກ່າວ.

ສາມີຂອງ​ນາງ ທ່ານ Jeff Gillis ມອງເຫັນຜົນປະໂຫຍດຈຳນວນນຶ່ງກ່ຽວກັບເລື້ອງນີ້.

ທ່ານ Jeff ກ່າວວ່າ “ມີເວລາຕື່ມ​ອີກໃຫ້ແກ່ທະນາຍ​ໃນ​ການ​ຕໍ່​ສູ້ຄະດີ ຊຶ່ງເປັນສິ່ງທີ່ດີ. ຄວາມຈິງທີ່ເຂົາເຈົ້າໄດ້ນັດໝາຍ ຮັບຟັງຄຳ​ໃຫ້ການ​ກ່ຽວ​ກັບຫລັກຖານຕ່າງໆ​ແມ່ນ ເປັນສິ່ງທີດີ ເພາະວ່າມີຫລັກຖານຢູ່ຫລາຍໆຢ່າງທີ່ພວກເຮົາມີ ພວກເຮົາຕ້ອງການ ຢາກ​ໃຫ້ເປັນທີ່ແນ່ນອນວ່າ​ ຈະ​ສາມາດ​ນຳ​ໃຊ້ ​ໃນການດຳເນີນຄະ ດີ​ໄດ້.”

ທ່ານກ່າວວ່າ ທ່ານສາມາດພິສູຸດໄດ້ວ່າ ພັນລະຍາຂອງທ່ານບໍ່ໄດ້ຢູ່ໃນປະເທດຈີນ​ເລີຍ ໃນປີ 1996 ເວລາບັນດາຜູ້ກ່າວຫາ​ເວົ້່າວ່າ ນາງ​ເປັນ​ສອດ​ແນມ.

ທ່ານ Jeff ກ່າວວ່າ “ພວກເຮົາມີຫລັກຖານຫລາຍຢ່າງ ທີ່ນາງ Sandy ຢູ່ໃນນະຄອນ Houston ໃນເວລານັ້ນ. ພວກເຮົາມີຫລັກຖານຢູ່ໜັງສືເດີນທາງຂອງນາງບໍ່ມີວີຊາຈີນ ໃນປີ 1996 ບໍ່ມີຕີກາຈ້ຳອອກ ບໍ່ມີຕີກາຈ້ຳເຂົ້າ.”

ນັກທຸລະກິດທ້ອງຖິ່ນ ທ່່ານ Justin Gardiner ທີ່ບໍ່ເຄີຍພົບກັບນາງ Sandy ມາ​ກ່ອນ ແຕ່ມີ​ຄວາມເສົ້າໃຈ ຈຶ່ງ​ເຂົ້າຮ່ວມ​ການ​ຮຽກຮ້ອງ​ເພື່ອນາງ ເວລາທ່ານໄດ້ອ່ານກ່ຽວກັບ ການ ຕໍ່ສູ້ຕາມ​ລຳພັງຂອງສາມີນາງ.

ທ່ານ Gardiner ກ່າວວ່າ “ມັນເຮັດໃຫ້ຫົວໃຈຂ້າພະເຈົ້າແຕກສະຫລາຍ ທີ່ຜູ້ຊາຍຄົນນີ້ ໄດ້ວິ່ງເຕັ້ນກ່ຽວກັບເລື້ອງນີ້ ຕາມ​ລຳພັງ​ເກືອ​ບທັງໝົດ."

ໂດຍການຕິດຕໍ່ໃຊ້ທາງທຸລະກິດຂອງລາວ ທ່ານ Gardner ຫວັງວ່າ ຈະເພີ້ມການສະໜັບ ສະໜູນກ່ຽວ​ກັບ​ເລື້ອງນີ້.

ທ່ານ Gardiner ກ່າວຕື່ມວ່າ “ຫາງ​ສຽງຂອງປະຊາຊົນ​ໂດຍ​ທົ່ວ​ໄປ​ແລ້ວຈະຮຽກຮ້ອງ ສ່ວນບຸກຄົນຜູ້ມີອຳນາດຢູ່ທີ່ນີ້ໃນສະຫະລັດ ຈະກົດດັນ​ຕໍ່ບັນດາຜູ້ມີອຳນາດຢູ່ໃນຈີນ ເພື່ອເຮັດສິ່ງໃດສິ່ງ​ໃຫ້ຖືກຕ້ອງ ແລະສົ່ງນາງກັບບ້ານ.”

ແຕ່ວ່າການ​ໃຊ້​ອິດ​ທິພົນຂອງສະຫະລັດຕໍ່ຈີນ ​ແມ່ນ​ມີ ຂີດຈຳກັດໃນຂະນະທີ່ທັງສອງ ປະເທດຍັງ​ຜິດ ຖຽງ​ກັນ ​ກ່ຽວ​ຫລາຍໆ​ບັນຫາທີ່​ເປັນ​ເງົາ​ບົດ​ບັງ​ກ່ຽວ​ກັບ​ຖານະ ຂອງ ແມ່ຍິງຄົນນຶ່ງ.

ທ່ານ Jeff ຮັບຮູ້​ເຖິງຄວາມຫຍຸ້ງຍາກລຳບາກກ່ຽວ​ກັບ​ການ​ທີ່​ຈະໄດ້ຮັບການດຳເນີນຄະດີ ທີ່ມີຄວາມທ່ຽງທຳ.

ທ່ານ Jeff ກ່າວວ່າ “ມັນຍັງເປັນການດຳເນີນຄະດີທີ່ລຶກລັບ. ມັນ​ເປັນ​ຄະດີ​ທີ່ ປິດ​ລັບ. ຈະບໍ່ມີຜູ້ໃດ​ໄດ້​ຮັບອະນຸຍາດຍົກເວັ້ນແຕ່ນາງ Sandy ແລະທະນາຍ ຄວາມຕໍ່​ສູ້​ຄະດີ​ໃຫ້​ນາງ.”

ຈີນ ບໍ່​ໄດ້​ສະ​ແດງຮ່ອງຮອຍ​ໃຫ້​ເຫັນວ່າ ຈະຍົກ​ເລີກຄະດີດັ່ງກ່າວ ຫລືອະນຸຍາດໃຫ້ ບັນ ດາເຈົ້າໜ້າທີ່ສະຖານທູດສະຫະລັດ ເຂົ້າ​ໄປຟັງການດຳເນີນຄະດີ​ໄດ້.

XS
SM
MD
LG