ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ໃນຂະນະທີ່ ເບ​ຣັກ​ຊິດ ໃກ້ເຂົ້າມາ ທ່ານນາງ ເມ ກໍຂໍເລື່ອນເວລາ ອອກໄປຕື່ມ ຕໍ່ອີຢູ


ນຍ ອັງກິດ ທ່ານນາງ ເທຣີຊາ ເມ ກ່າວຄຳປາໄສ ກ່ຽວກັບ Brexit ຢູ່ຖະໜົນ Downing ໃນນະຄອນຫລວງ ລອນດອນ ວັນທີ 20 ມີນາ 2019.
ນຍ ອັງກິດ ທ່ານນາງ ເທຣີຊາ ເມ ກ່າວຄຳປາໄສ ກ່ຽວກັບ Brexit ຢູ່ຖະໜົນ Downing ໃນນະຄອນຫລວງ ລອນດອນ ວັນທີ 20 ມີນາ 2019.

ນາຍົກລັດຖະມົນຕີອັງກິດ ທ່ານນາງ ເທຣີຊາ ເມ ພະຍາຍາມໃນວັນພະຫັດມື້ນີ້ ໃຫ້
ຄວາມໝັ້ນໃຈ ແກ່ບັນດາຜູ້ນຳສະຫະພາບຢູໂຣບ ໃນນະຄອນຫຼວງບຣັສເຊິລ ໃຫ້ຮັບ
ຜ່ານການຕໍ່ອາຍຸສາມເດືອນ ເພື່ອໃຫ້ເວລາແກ່ອັງກິດຕື່ມ ວ່າຈະຫາທາງ ອອກຈາກ
ອີຢູແບບໃດ.

ພວກສະມາຊິກອີຢູອີກ 27 ປະເທດ ຈະຕ້ອງໄດ້ຮັບຜ່ານການອອກໄປຊ້າກວ່າ ວັນເວ
ລາເສັ້ນຕາຍດັ້ງເດີມ ຄືວັນທີ 29 ມີນານັ້ນ. ບໍ່ມີທ່າທາງວ່າ ຈະມີການລົງ ຄະແນນສຽງ
ຈົນກວ່າຈະເຖິງອາທິດໜ້າ.

ກ່ອນທ່ານນາງ ເມ ຈະອອກເດີນທາງໄປສະເໜີເລື້ອງດ້ວຍຕົນເອງ ໃນວັນພະ ຫັດມື້ນີ້ທີ່
ກອງປະຊຸມອີຢູ ທ່ານນາງໄດ້ຂຽນຈົດໝາຫາທ່ານ ດໍໂນລ ທັສກ໌ ປະ ທານຂອງສະພາອີ
ຢູ.

ແຕ່ທ່ານ ທັສກ໌ ເວົ້າວ່າ ການຕໍ່ອາຍຸພຽງສັ້ນໆນັ້ນ ຈະມີຂຶ້ນໄດ້ ກໍຕໍ່ເມື່ອສະພາອັງກິດໄດ້
ລົງຄະແນນສຽງໃນອາທິດໜ້າ ຮັບຜ່ານເງື່ອນໄຂຕ່າງໆ ວ່າພວກນັກ ເຈລະຈາ ອັງກິດ
ກັບອີຢູ ໄດ້ບັນລຸການຕົກລົງກັນ ລຸນຫລັງເວລາສອງປີ.

ພວກຜູ້ແທນອັງກິດບໍ່ໄດ້ສະແດງຄວາມກະຕືລືລົ້ນພໍປານໃດ ຕໍ່ຂໍ້ຕົກລົງດັ່ງກ່າວ ໂດຍ
ສຽງສ່ວນຫຼາຍແມ່ນປະຕິເສດ ລື່ນແລ້ວສອງສຽງ. ນອກນັ້ນປະທານສະພາ ຕໍ່າຍັງກ່າວ
ວ່າຈະບໍ່ໃຫ້ມີຜູ້ທີສາມອອກສຽງຕາມທາງຫລັກການ.

ທ່ານນາງ ເມ ໄດ້ເວົ້າໃນຄຳປາໄສໃນຕອນຄໍ່າວັນພຸດວານນີ້ວ່າ ບັດນີ້ພວກຜູ້ ແທນມີ
ທາງເລືອກ ທີ່ຈະສະນັບສະໜູນຂໍ້ຕົກລົງຂອງທ່ານນາງ ຫຼືວ່າຈະໃຫ້ ອັງກິດອອກ ໂດຍ
ບໍ່ຕ້ອງມີເງື່ອນໄຂໃດໆ ໃນການອອກໄປຈາກອີຢູ.

ນອກນັ້ນ ຜູ້ນຳຝ່າຍຄ້ານ ທ່ານເຈເຣມີ ຄໍບິນ ກໍຈະເດີນທາງໄປບຣັສເຊິລ ເພື່ອ ຈະກ່າວ
ດ້ວຍຕົນເອງ ກັບພວກເຈົ້າໜ້າທີ່ອີຢູ ເພື່ອຫາສຽງສະໜັບສະໜູນຢູ່ໃນ ສະພາ ແລະບໍ່
ແມ່ນທ່ານນາງ ເມ ເພື່ອຫາທາງອອກແນວໃໝ່.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG