ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ຂະນະທີ່ ກອງທັບອາຣາຄານ ບຸກຄືບໜ້າຢຶດໄດ້ຫຼາຍພື້ນທີ່ໃນມຽນມາ ສັນຕິພາບຍັງຄົງຫ່າງໄກ


ໃນພາບນີ້ ທີ່ໄດ້ຖືກເປີດເຜີຍໂດຍ ກອງທັບມຽນມາ, ໃຫ້ເຫັນໄຟກຳລັງເຜົາໄໝ້ ໃນວັນທີ 16 ພຶດສະພາ 2020, ຢູ່ໃນຄຸ້ມບ້ານຣັກໄຄນ໌ ທີີ່ຊົນເຜົ່າອາໄສຢູ່ຈຳນວນຫຼາຍຂອງບ້ານ ເລຕ ຄາຣ ໃນເມືອງ ເອັມຣາກ-ອູ (Mrauk-U) ຂອງລັດຣາໄຄນ໌ ທາງພາກຕາເວັນຕົກຂອງມຽນມາ. (Myanmar Army via AP)
ໃນພາບນີ້ ທີ່ໄດ້ຖືກເປີດເຜີຍໂດຍ ກອງທັບມຽນມາ, ໃຫ້ເຫັນໄຟກຳລັງເຜົາໄໝ້ ໃນວັນທີ 16 ພຶດສະພາ 2020, ຢູ່ໃນຄຸ້ມບ້ານຣັກໄຄນ໌ ທີີ່ຊົນເຜົ່າອາໄສຢູ່ຈຳນວນຫຼາຍຂອງບ້ານ ເລຕ ຄາຣ ໃນເມືອງ ເອັມຣາກ-ອູ (Mrauk-U) ຂອງລັດຣາໄຄນ໌ ທາງພາກຕາເວັນຕົກຂອງມຽນມາ. (Myanmar Army via AP)

ໃນມຽນມາ ກຸ່ມຕິດອາວຸດຊົນເຜົ່າກຸ່ມໃໝ່ ທີ່ຮູ້ຈັກກັນຄື ກອງທັບອາຣາຄານ ຫຼື AA ເມື່ອບໍ່ດົນມານີ້ ເຂົ້າຄວບຄຸມໄດ້ 15 ໃນ 17 ຫົວເມືອງ ຢູ່ໃນລັດຣາໄຄນ໌ ທາງພາກຕາເວັນຕົກຂອງປະເທດທີ່ຖືກກະທົບໂດຍສົງຄາມ. ເຊິ່ງລວມເຖິງກອງບັນຊາການພາກຕາເວັນຕົກຂອງກອງທັບມຽນມາ ທີ່ຕັ້ງຢູ່ໃນເຂດເມືອງ ອານນ໌ ໃນພາກກາງຂອງລັດຣາໄຄນ໌. ນີ້ເປັນກອງບັນຊາການລະດັບພູມິພາກທີ່ສຳຄັນແຫ່ງທີສອງ ເຊິ່ງໄດ້ລົ້ມລະລາຍ ນັບຕັ່ງແຕ່ກຸ່ມຕິດອາວຸດຊົນເຜົ່າຕ່າງໆທີ່ເຂົ້າຮ່ວມກັນເປັນພັນທະມິດ ໄດ້ເລີ້ມເອົາຊະນະໃນການຕໍ່ຕ້ານ - ໂດຍກຸ່ມນີ້ເອີ້ນວ່າ “ກຸ່ມພັນທະມິດສາມພີ່ນ້ອງ ຫຼື Three Brotherhood Alliance” ທີ່ຮູ້ຈັກກັນຄື ປະຕິບັດການ 1027 ໃນທ້າຍປີ 2023.

ການໄດ້ມາເຊິ່ງເຂດແດນທີີ່ສຳຄັງໂດຍ ກຸ່ມ AA ໄດ້ປັບປ່ຽນພະລັງອຳນາດຢູ່ໃນສົງຄາມກາງເມືອງຂອງມຽນມາ, ບັນດານັກສັງເກດການກ່າວ. ການໄດ້ເຂົ້າຄວບຄຸມລັດຣາໄຄນ໌ຂອງກອງທັບຊົນເຜົ່າດັ່ງກ່າວນັ້ນ ຍັງດຶງດູດຄວາມສົນໃຈໄປຍັງຄວາມທຸກຫຍາກຂອງຊົນເຜົ່າກຸ່ມນ້ອຍຊາວມຸສລິມໂຣຮິງຢາຂອງປະເທດນຳດ້ວຍ.

ໃນການສຳພາດຜ່ານທາງໂທລະສັບກັບວີໂອເອ ພະແນກພາສາພະມ້າ ເມື່ອມໍ່ໆ ມານີ້ ໂຄສົກຂອງກຸ່ມ AA, ກຽກ ທູ ຄາ ໄດ້ກ່າວວ່າ ກຸ່ມນີ້ ໄດ້ສືບຕໍ່ຢຶດໝັ້ນພື້ນທີ່ຂອງຕົນຢູ່.

ກຽກ ທູ ຄາ ກ່າວວ່າ “ມາເຖິງວັນທີ 29 ທັນວາ 2024, ກຸມ AA ຂອງ ພວກເຮົາໄດ້ເຂົ້າຄອບຄອງຖານທັບທັງໝົດຂອງຄະນະທະຫານຟາສິດ ໄດ້ຢ່າງສຳເລັດຢູ່ໃນ ເຂດເມືອງ ກວາ (Gwa Township). ພວກເຮົາຕາມລ່າແລະໂຈມຕີພວກກອງກຳລັງທີ່ກຳລັງຖອຍໜີ.”

ໃນການຕອບໂຕ້ຄືນ, ກອງທັບຂອງມຽນມາ ໄດ້ເລີ້ມການຍິງໂຈມຕີດ້ວຍປືນໃຫຍ່ຢ່າງໜັກ ຈາກທັງອາກາດ ແລະທະເລ ແຕ່ບໍ່ປະສົບຜົນສຳເລັດ ໃນຄວາມພະຍາມຫຼາຍຄັ້ງຂອງພວກເຂົາ ເພື່ອຈະຢຶດເອົາເມືອງກວາ ຄືນ, ຕາມການກ່າວຂອງໂຄສົກທ່ານນີ້. ລັດຖະບານທະຫານ ບໍ່ໄດ້ໃຫ້ຄຳຕອບຕໍ່ວີໂອເອ ກ່ຽວກັບເລື້ອງດັ່ງກ່າວ.

ໄຊຊະນະຂອງກອງທັບອາຣາຄານ ຍັງສືບຕໍ່ໄປໃນອາທິດນີ້ ຂະນະທີ່ພວກເຂົາຢຶດໄດ້ສະຖານີນ້ຳມັນ ແລະທໍ່ສົ່ງແກັສ ທີ່ສຳຄັນ ແລະໄດ້ຍັບເຂົ້າໃກ້ໂຮງງານຜະລິດອາວຸດທີ່ສຳຄັນຂອງກອງທັບມຽນມາ.

In Myanmar, a relatively new ethnic armed group known as the Arakan Army has recently taken control of 15 out of 17 townships in the war-torn country's western Rakhine state. This includes the Myanmar military's western regional command headquarters located in Ann Township, in central Rakhine state. This marks the second major regional command center to fall since the beginning of a surge in resistance victories by allied ethnic armed groups – the “Three Brotherhood Alliance” – known as Operation 1027 in late 2023.

ອ່ານຂ່າວນີ້ໃນພາສາອັງກິດ

The significant territorial gains by the AA, are reshaping power dynamics in Myanmar's civil war, observers say. The ethnic army's growing control over Rakhine state is also drawing attention to the plight of the country's Muslim ethnic Rohingya minority.

In a recent phone interview with VOA's Burmese service, AA spokesperson Khaing Thu Kha said the group continued to hold its ground.

"As of December 29, 2024, our AA has completely occupied all the military bases of the fascist military council in Gwa Township. We are pursuing and attacking retreating forces," Khaing Thu Kha said.

In response, Myanmar's military has launched heavy artillery strikes from air and sea but was unsuccessful in its attempts to retake Gwa, the spokesperson added. The junta did not respond to VOA on the issue.

The Arakan Army's gains continued this week, as it seized a key oil and gas pipeline station and closed in on a major weapons factory of the Myanmar military.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG