ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

90 ຄົນ ຍັງຫາຍສາບສູນ ໃນເຫດເຮືອອົບພະຍົບຫຼົ້ມ ທີ່ອອສເຕຣເລຍ


ແຜນທີ່ອອສເຕຣເລຍ
ແຜນທີ່ອອສເຕຣເລຍ

ການ​ຊ​ອກຄົ້ນຫາພວກ​ທີ່​ຫາຍ​ສາບ​ສູນ ​ຍັງ​ດໍາ​ເນີນ​ຕໍ່​ໄປ​ ໃນ​ວັນ​ສຸກມື້ນີ້ ໃນ​ມະ​ຫາ​
ສະມຸດ​ອີນ​ເດຍ ຫລັງ​ຈາກ​ເຮືອ​ບັນທຸກອົບ​ພະ​ຍົບທີ່ແອ​ອັດ​ໄປ​ດ້ວຍ​ຜູ້​ຄົນ​ລຳນຶ່ງໄດ້
ຫລົ້ມ​ຢູ່​ນອກ​ຝັ່ງ​ຂອງ​ເກາະຄຣິສມາສທີ່ສອກຫຼີກຫ່າງ​ໄກ​ຂອງອອສ​ເຕຣ​ເລຍ.

ເຮືອ​ລໍາ​ດັ່ງກ່າວ ຊຶ່ງ​ໄດ້​ບັນ​ຈຸພວກ​ພະຍາຍາມ​ຊອກ​ຫາ​ບ່ອນ​ລີ້​ໄພປະມານ 200 ຄົນ ​
ໄດ້​ຫລົ້ມ​ໃນ​ວັນ​ພະຫັດວານ​ນີ້ ​ແລະ​ນາຍົກລັດຖະມົນ​ຕີອອສ​ເຕ​ເລຍ ທ່າ​ນ ນາງ
Julia Gillard ​ໄດ້ກ່າວ​ຕໍ່​ພວກນັກ​ຂ່າວ ບໍ່​ດົນຫລັງ​ຈາກ​ການ​ເກີດ​ເຫດວ່າ ໄດ້​ມີ​ການ​
ສູນ​ເສຍ​ຊີວິ​ດ ຢ່າງ​ຫລວງຫຼາຍ.

​ເຈົ້າ​ໜ້າ​ທີ່​ຮັກສາ​ຄວ​າມປອດ​ໄພ​ໃນ​ການ​ເດີນ​ເຮືອ​ທາງ​ທະ​ເລ ​ກ່າວ​ໃນ​ວັນ​ສຸກ​ນີ້​ວ່າ
ຢ່າງໜ້ອຍ 109 ຄົນ​ໄດ້​ຖືກ​ຊ່ວຍ​ຊີວິດໄວ້​ໄດ້. ​ເຂົາ​ເຈົ້າ​ຖືກ​ນໍາ​ໄປ​ໄວ້ທີ່ສູນຄຸມຂັງ
ທີ່ເກາະ​ຄຣິສມາສ. ລັດຖະມົນຕີ​ກະ​ຊວງ​ພາຍ​ໃນຂອງ​ອອສ​ເຕຣ​ເລຍທ່ານ Jason
Clare ກ່າວ​ວ່າ ​ມີ​ໂອກາດຢູ່​ທີ່ພວກ​ຫາຍ​ສາບ​ສູນ​ຈໍານວນ 90 ຄົນນັ້ນ ຍັງມີ​ຊີວິດ​ຢູ່.

ອອສ​ເຕ​ເລຍ ​ເປັນປາຍທາງ​ທີ່​ສຳຄັນ ​ສຳ​ຫຼັບພວກ​ທີ່ຫຼົບ​ໜີ​ຈາກ​ຄວາມ​ທຸກຍາກ​ລໍາບາກ
ຈາກປະ​ເທດທີ່​ປະສົບ​ໄພສົງຄາມ ​ເຊ່ນວ່າ ອັຟກາ​ນິສຖານ ອີຣັກ ​ແລະສຣີ​ລັງ​ກາ. ສ່ວນ
​ໃຫຍ່​ຂອງ​ພວກ​ອົບ​ພະຍົບ​ເຫຼົ່ານີ້​ພາກັນແອ​ອັດ​ຢູ່​ສູນ​ຄຸ​ມຂັງ ທີ່​ເກ​າະ​ຄຣິສມາສ ​ແລະ​ຢູ່
ແຜ່​ນດີ​ນ​ໃຫ່ຍຂອງອອສ​ເຕ​ເລຍ.

​ໃນ​ເດືອນທັນ​ວາປີ 2010 ຜ່ານີ້ ພວກພະຍາຍາມຊອກ​ຫາບ່ອນລີ້​ໄພ ປະມານ 50 ຄົນ​
ໄດ້​ເສຍ​ຊີ​ວິດ ​ເວລາ​ເຮືອໄມ້ທີ່​ຮົ່ວຂອງ​ເຂົາ​ເຈົ້າ​ ​ໄດ້​ແລ່ນ​ເຂົ້າຕຳ​ໜ້າຜາ​ທີ່ ສູງ​ຊັນຂອງ
​ເກາະຄຣິສມາສ.

XS
SM
MD
LG