ເວລາ 8 ໂມງກັບ 46 ນາທີ ເຊົ້າວັນທີ 11 ກັນຍາ ທີ່ອາກາດອຸ່ນແດ່ ທີ່ນະຄອນນິວຢອກມື້ນັ້ນ ຊີວິດປະຈໍາວັນໃນເມືອງໃຫຍ່ໄດ້ຖືກທັບມ້າງໃຫ້ແຕກສະຫລາຍລົງ ຢ່າງບໍ່ນຶກບໍ່ຝັນ.
ມັນເປັນຈຸດເລີ່ມຕົ້ນຂອງແຜນການ ທີ່ໄດ້ເລີ່ມມີການຈັດຕັ້ງປະຕິບັດເມື່ອບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ເວລາພວກຈີ້ເຮືອບິນຍ່າງຜ່ານຈຸດ ກວດກາຄວາມປອດໄພ ທີ່ເດີ່ນບິນເມືອງ Portland ລັດ Maine ບ່ອນທີ່ພວກເຂົາໄປຂຶ້ນເຮືອບິນຂອງສາຍການບິນ American Airlines ຖ້ຽວບິນທີ 11...ໄປຍັງເມືອງ Boston.
ນາຍ Mohammed Atta ຜູ້ກໍ່ການຮ້າຍທີ່ຈີ້ເອົາເຮືອບິນລໍານັ້ນ ປະກາດວ່າ: “ພວກເຮົາ
ມີເຮືອບິນຈໍານວນນຶ່ງ. ຈົ່ງພາກັນນັ່ງຢູ່ຊື່ໆ ແລະພວກທ່ານກໍຈະບໍ່ເປັນຫຍັງ. ພວກເຮົາ
ກໍາລັງຈະກັບຄືນໄປຍັງເດີ່ນບິນ.”
ແລ້ວພວກເຂົາກໍພາເຮືອບິນລໍານັ້ນ ໄປສູ່ຈຸດຈົບຂອງມັນ.
ເວລາ 9 ໂມງ ກັບ 3 ນາທີ ຜູ້ເຫັນເຫດການຄົນນຶ່ງເວົ້າວ່າ:
“ຂ້ອຍເຫັນເຮືອບິນອີກລໍານຶ່ງ ບິນມາຈາກທິດໃຕ້ ພຸ່ງເຂົ້າຕໍາຕຶກສູນການຄ້າ ຫລັງໃຕ້.”
ທີ່ໂຮງຮຽນປະຖົມແຫ່ງນຶ່ງໃນລັດຟລໍຣິດາ ປະທານາທິບໍດີ George
W. Bush ໄດ້ຮັບແຈ້ງໃຫ້ຊາບ.
ແລະບາດແລ້ວ ການໂຈມຕີຄັ້ງຕໍ່ມາ... ເວລາ 9 ໂມງເຊົ້າກັບ 37 ນາທີ ສາຍການບິນ American Airlines ຖ້ຽວບິນທີ 77 ໄດ້ພຸ່ງເຂົ້າ ຕໍາທໍານຽບ 5 ແຈ.
ຄລິກບ່ອນນີ້ເພື່ອເບິ່ງວີດີໂອ ພາສາລາວ
ທີ່ນະຄອນນິວຢອກນັ້ນ ມີສຽງຮ້ອງຂໍຄວາມຊ່ວຍເຫລືອຢ່າງຂວັນເສຍ ທີ່ຕຶກສູນການຄ້າ:
//ສຽງນາງ Melissa Doi ຜູ້ໄດ້ຮັບເຄາະຄົນນຶ່ງ//
“ຍັງບໍ່ມີໃຜມາຊ່ວຍພວກເຮົາເລີຍ ແລະທັງໝົດຊັ້ນແມ່ນຖືກໄຟໄໝ້. ພວກເຮົາຍັງຢູ່ໃນຊັ້ນນີ້ ແລະກໍຫາຍໃຈບໍ່ໄດ້.”
// ສຽງ Kevin Cosgrove ຜູ້ໄດ້ຮັບເຄາະອີກຄົນນຶ່ງ//
“Hello? ມີໃຜໄດ້ຍິນບໍ່ ພວກເຮົາກໍາລັງມອງເບິ່ງຕຶກສູນກາງການເງິນ. ພວກເຮົາມີສາມຄົນນໍາກັນ ປ່ອງຢ້ຽມແຕກສອງປ່ອງ ໂອ້ ພະເຈົ້າ ຕາຍແລ້ວ!”
ຕໍ່ມາ ໃນເວລາປະມານ 10 ໂມງເຊົ້າກັບ 7 ນາທີ ຖ້ຽວບິນເລກທີ 93 ຂອງສາຍການ
ບິນ United Airlines ໄດ້ຕົກລົງທົ່ງແຫ່ງນຶ່ງໃນເມືອງ Shanksville ລັດເພັນຊີລເວເນຍ. ເຊື່ອກັນວ່າພວກຜູ້ໂດຍສານຢູ່ເທິງເຮືອບິນລໍານັ້ນ ພະຍາຍາມຍາດເອົາເຮືອບິນຄືນ ແລະ
ປ້ອງກັນບໍ່ໃຫ້ເຮືອບິນໄປຕໍາອີກເປົ້າໝາຍນຶ່ງ.
ເວລາ 10 ໂມງ 28 ນາທີ ທີ່ນີວຢ໊ອກ ຕຶກສູນການຄ້າຫລັງເໜືອພັງລົງ ສົ່ງຝຸ່ນກຸ້ມໄປທົ່ວ
ຖະໜົນຫົນທາງ. ໄດ້ມີການຍົກຍ້າຍປະຊາຊົນອອກຈາກຫລາຍໆເຂດຂອງເມືອງ.
ທີ່ນະຄອນຫລວງວໍຊິງຕັນດີຊີ ພວກຜູ້ແທນທັງຫລາຍພາກັນອອກມາຢືນຮ່ວມກັນສະແດງ
ການທ້າທາຍ ຢູ່ຂັ້ນໄດຂອງຕຶກລັດຖະສະພາ.
ໃນຕອນແລງຂອງມື້ນັ້ນ ປະທານາທິບໍດີ ບູສ ໄດ້ຖະແຫລງຕໍ່ປະເທດຊາດວ່າ:
“ພຶດຕິການຄາດຕະກໍາໝູ່ເຫລົ່ານີ້ ແມ່ນມີເຈດຕະນາທີ່ຈະຂູ່ເຂັ່ນປະເທດຊາດຂອງພວກ
ເຮົາໃຫ້ຢ້ານກົວ ຕົກຢູ່ໃນຄວາມຊຸນລະມຸນວຸ້ນວາຍແລະລ່າຖອຍ ແຕ່ພວກເຂົາກໍປະສົບ
ກັບຄວາມລົ້ມແຫລວ ພຶດຕິກໍາເຫລົ່ານີ້ທໍາລາຍໂຄງເຫລັກຂອງຕຶກໄດ້ ແຕ່ມັນບໍ່ສາມາດ
ທີ່ຈະເຮັດໃຫ້ຄວາມແຂງແກ່ງຂອງຄວາມຕັ້ງໃຈອັນເດັດດ່ຽວຂອງປະຊາຊົນອາເມຣິກັນ
ບຸບສະຫລາຍໄດ້.”