ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ປີລຸນຫຼັງການຖືກໂຈມຕີ ສະຫະລັດຍັງມີ ຊ່ອງຫວ່າງດ້ານຄວາມປອດໄພ


ການໂຈມຕີຂອງພວກກໍ່ການຮ້າຍທີ່ຕຶກສູນກາງການຄ້າໂລກ ໃນນະຄອນນິວຢອກ (9 ກັນຍາ 2001)
ການໂຈມຕີຂອງພວກກໍ່ການຮ້າຍທີ່ຕຶກສູນກາງການຄ້າໂລກ ໃນນະຄອນນິວຢອກ (9 ກັນຍາ 2001)

ລາຍງານໃໝ່ແຈ້ງວ່າ ເກືອບ 10 ປີມາແລ້ວທີ່ພວກກໍ່ການຮ້າຍໄດ້ໂຈມຕີສະຫະລັດ ໃນວັນ
ທີ 11 ກັນຍາປີ 2001 ແຕ່ສະຫະລັດກໍຍັງບໍ່ມີຄວາມປອດໄພແລະຄວາມໝັ້ນຄົງດັ່ງທີ່ຄວນ
ຈະເປັນ.

ລາຍງານກ່ຽວກັບຄວາມກ້າວໜ້າສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນພຸດວານນີ້ ໂດຍອະ
ດີດປະທານຄະນະກຳມາທິການ ທີ່ທຳການສືບສວນ ກ່ຽວກັບການໂຈມຕີດັ່ງກ່າວເວົ້າວ່າ ເຖິງແມ່ນໄດ້ມີການປັບປຸງທີ່ສຳຄັນໆໃຫ້ດີຂຶ້ນໃນຮອບທົດສະວັດຜ່ານມາກໍຕາມ ແຕ່ຊ່ອງ ຫວ່າງໃນດ້ານຄວາມໝັ້ນຄົງຂອງສະຫະລັດ ແມ່ນ ຍັງມີຢູ່ຕໍ່ມາ.

ອະດີດປະທານຮ່ວມ ຂອງຄະນະກຳມາທິການ 9/11 ພ້ອມທັງເປັນອະດີດຜູ້ປົກຄອງລັດ
ນິວເຈີຊີທ່ານ Tom Kean ກ່າວຕໍ່ໜັງສືພິມ Wall Street Journal ວ່າ ໃນບາງກໍລະ
ນີນັ້ນ ຊ່ອງຫວ່າງແມ່ນເຫັນໄດ້ແຈ້ງ.

ໂດຍສະເພາະແລ້ວ ລາຍງານກ່ຽວກັບຄວາມກ້າວໜ້າ ເວົ້າວ່າ ສະໜາມບິນແຫ່ງ ຕ່າງໆ
ຂອງປະເທດຍັງສືບຕໍ່ບໍ່ມີຄວາມໝັ້ນຄົງຢ່າງຮ້າຍແຮງແລະຮຽກຮ້ອງໃຫ້ມີການປັບປຸງໃນ
ການຊອກຄົ້ນຫາວັດຖຸລະເບີດ. ນອກນັ້ນ ລາຍງານຍັງເວົ້າວ່າ ສະຫະລັດຈຳເປັນຕ້ອງ
ໄດ້ອຳນວຍຄວາມສະດວກ ໃນການໂອ້ລົມປະສານງານລະຫວ່າງພະແນກການຕ່າງໆທີ່
ຮັບມືກັບເຫດການສຸກເສີນ.

ລາຍງານໄດ້ສະແດງຄວາມວິຕົກກັງວົນເພີ່ມຕື່ມ ກ່ຽວກັບການເກັບກຳຂໍ້ມູນລັບ ນະໂຍ
ບາຍການຄຸມຂັງພວກກໍ່ການຮ້າຍແລະການປົກປ້ອງຄຸ້ມຄອງສິດເສລີພາບຂອງສ່ວນບຸກ
ຄົນ. ລາຍງານຍັງໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບຄວາມໝັ້ນຄົງ ທາງດ້ານອິນເຕີ
ແນັດແລະເວົ້າວ່າມີຮ່ອງຮອຍທີ່ສະແດງໃຫ້ເຫັນເຖິງການເກັບເກນເອົາສະມາຊິກເພີ່ມຂຶ້ນ ຂອງພວກກໍ່ການຮ້າຍຢູ່ໃນສະຫະລັດ ທີ່ດຳເນີນການຕາມລຳພັງນັ້ນ.

ແຕ່ແນວໃດກໍຕາມ ລາຍງານໃຫ້ຂໍ້ສັງເກດວ່າ ໄດ້ມີການປັບປຸງໃຫ້ດີຂຶ້ນ ກ່ຽວກັບການ
ກວດຜູ້ໂດຍສານຂອງສາຍການບິນ ແລະການແບ່ງປັນຂໍ້ມູນ ລະຫວ່າງພະແນກການ
ຕ່າງໆຂອງລັດຖະບານ.

ທ່ານ Jay Carney ໂຄສົກຂອງທຳນຽບຂາວ ກ່າວໃນມື້ວັນພຸດ ວານນີ້ວ່າ ລາຍງານ
ກ່ຽວກັບຄວາມກ້າວໜ້າໃຫ້ຂໍ້ສັງເກດກ່ຽວກັບຄວາມສຳເລັດໃນຫຼາຍໆດ້ານ ແລະທາງ
ລັດຖະບານຂອງສະຫະລັດ ກໍຍັງສືບຕໍ່ຊອກຫາຊ່ອງທາງເພື່ອປັບປຸງຄວາມໝັ້ນຄົງແລະ
ຄວາມປອດໄພໃຫ້ດີຂຶ້ນຕື່ມ. ທ່ານເວົ້າວ່າ ສະຫະລັດຍັງມີຄວາມຕັ້ງໃຈ ທີ່ຈະໄປໂຈມຕີ
ກຸ່ມກໍ່ການຮ້າຍອາລກາຍດາ ແລະກຸ່ມກໍ່ການຮ້າຍອື່ນໆທີ່ຂົ່ມຂູ່ສະຫະລັດຢູ່ທີ່ບ່ອນກຸ່ມ
ກໍ່ການຮ້າຍເຫຼົ່ານີ້ຕັ້ງຢູ່.

XS
SM
MD
LG