ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພຂອງປາກິສຖານ ກ່າວວ່າ ການໂຈມຕີໂດຍ
ເຮືອບິນທີ່ບໍ່ມີຄົນຂັບຂອງສະຫະລັດ ໄດ້ສັງຫານຢ່າງນ້ອຍ 8 ຄົນ ທີ່ສົງໄສວ່າເປັນ
ພວກກະບົດ.
ເຈົ້າໜ້້າທີ່ກ່າວວ່າ ມີການຍິງລູກສອນໄຟຫຼາຍໆລູກໂຈມຕີເຮືອນຫຼັງນຶ່ງໃນວັນ
ເສົາມື້ນີ້ ທີ່ເມືອງ Shawal ໃນເຂດ Waziristan ເໜືອຊຶ່ງຕັ້ງຢູ່ໃນບໍລິເວນຊາຍ
ແດນຕິດກັບອັຟການິສຖານ.
ປາກິສຖານ ໄດ້ຮຽກຮ້ອງຊໍ້າແລ້ວຊໍ້າອີກໃຫ້ສະຫະຣັດຢຸດຕິການໃຊ້ເຮືອບິນບໍ່ມີ
ຄົນຂັບ ໂຈມຕີບ່ອນທີ່ສົງໄສວ່າເປັນບ່ອນຫຼົບລີ້ຂອງພວກ ທາລີບານໃນດີນແດນ
ຂອງປາກິສຖານ.ປາກິສຖານຖືວ່າການໂຈມຕີໂດຍເຮືອບິນບໍ່ມີຄົນຂັບນັ້ນ ເປັນ
ການລະເມີດຕໍ່ອະທິປະໄຕຂອງປາ ກິສຖານແລະເຮັດໃຫ້ພົນລະເຮືອນໄດ້ຮັບບາດ
ເຈັບລົ້ມຕາຍ ທີ່ປາກິສ ຖານຮັບເອົາບໍ່ໄດ້.
ສະຫະລັດບໍ່ໄດ້ສະແດງຮ່ອງຮອຍໃດໆໃຫ້ເຫັນວ່າ ຕົນມີຄວາມຕັ້ງໃຈທີ່ຈະຢຸດເຊົາ
ການໂຈມຕີໂດຍເຮືອບິນບໍ່ມີຄົນຂັບ.