ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

6 ມະຫາອໍານາດ ຮຽກຮ້ອງ ໃຫ້ອີຣ່ານ ຈິງຈັງກັບ ການແກ້ໄຂບັນຫານີວເຄລຍ


ຫົວໜ້ານະໂຍບາຍຕ່າງປະເທດຂອງ EU ທ່ານນາງ Catherine Ashton, ຊ້າຍ, ກັບຫົວໜ້າເຈລະຈານິວເຄລຍ
ຂອງອິຣ່ານ ທ່ານ Saeed Jalili, ຂວາ, ພົບປະເຈລະຈາກັນຢູ່ກຸງ Moscow, ວັນທີ 16 ມີຖຸນາ 2012. (AP Photo/Kirill Kudryavtsev, pool)
ຫົວໜ້ານະໂຍບາຍຕ່າງປະເທດຂອງ EU ທ່ານນາງ Catherine Ashton, ຊ້າຍ, ກັບຫົວໜ້າເຈລະຈານິວເຄລຍ ຂອງອິຣ່ານ ທ່ານ Saeed Jalili, ຂວາ, ພົບປະເຈລະຈາກັນຢູ່ກຸງ Moscow, ວັນທີ 16 ມີຖຸນາ 2012. (AP Photo/Kirill Kudryavtsev, pool)

ໂຄສົກ​ສະຫະພາບ​ຢູ​ໂຣບ ກ່າວ​ວ່າ ຫົກ​ມ​ະຫາ​ອໍານາດ ​ໄດ້​ເລີ້ມຕົ້ນສົນ​ທະ​ນາ​ກັບ
ອີຣ່ານ ທີ່​ກຸງ​ມົສກູ ​ເພື່ອ​ຂໍ​ຮ້ອງ​ໃຫ້​ຝ່າຍ​ອີ່ຣານ “​ເຂົ້າ​ມາ​ພົວພັນ​ຢ່າງ​ຈິງ​ຈັງ” ກັບ​ຂໍ້ສະ​
ເໜີ​ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ເປັນ​ຫ່ວງ​ຂອງນາໆ​ຊາດ​ ກ່ຽວ​ກັບໂຄງການ​ນີວ​ເຄລຍ
ຂອງ​ອີຣ່ານນັ້ນ.

​ທ່ານ Michael Mann ກ່າວ​ຕໍ່ວີ​ໂອ​ເອ ຜ່ານ​ທາງ​ໂທລະສັບ ຈາກ​ເມືອງ​ຫລວງ​ຂອງ
ຣັດ​ເຊຍ ວ່າ ສະມາຊິກ​ຖາວອນຫ້າປະ​ເທດ​ຂອງສະພາຄວາມ​ໝັ້ນ​ຄົງຂອງ​ອົງການ
ສະຫະ​ປະຊາ​ຊາດ ຄື ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ​ແລະ​ສະຫະຣັດນັ້ນ ພ້ອມ​ກັບ​ເຢຍ
ລະ​ມັນ ຫວັງ​ວ່າ ອີ່ຣານ “​ໃນ​ສຸດ​ທ້າຍນັ້ນ” ຈະ​ເຂົ້າ​ມາ​ເຈລະຈາ​ກ່ຽວ​ກັບ​ຂໍ້​ສະ​ເໜີ
​ຕ່າງໆ​ທີ່ພວກເຂົາ​ເຈົ້າ​ໄດ້​ສະ​ເໜີໄປ​ກ່ອນ​ໜ້າ​ນີ້ ທີ່​ກອງ​ປະ​ຊຸ​ມ​ໃນ​ກຸງ​ແບັກ​ແດດ ​
ເມື່ອ​ເດືອນ​ແລ້ວ​ນີ້. ຫົວໜ້າຝ່າຍ​ນະ​ໂຍບາຍ​ຂອງສະຫະພາບ​ຢູ​ໂຣບ ທ່ານ​ນາງ
Catherine Ashton ​ເປັນ​ຜູ້ຕາງໜ້າບັນດາ​ປະ​ເທດ​ມະຫາ​ອໍານາດ​ໂລກ ​ໃນ​ການ
​ເຈລະຈາທີ່​ໄດ້​ເລີ້ມ​ໃນ​ວັນ​ຈັນມື້​ນີ້ ​ທີ່​ກູງມົສກູ. ທັງ​ສອງ​ຝ່າຍ​ໄດ້​ທໍາ​ຄວາມ​ກ້າວໜ້າ
ໜ້ອຍ​ຫລາຍ ນັບ​ຕັ້ງ​ແຕ່​ກອງ​ປະ​ຊຸ​ມ​ໃນເດືອນ​ເມສາ ທີ່​ໄດ້​ເລີ້ມ​ຄືນ ຫລັງ​ຈາ​ກທີ່​ໄດ້
ຢຸດ​ລົງ​ເປັນເວລາ 15 ​ເດືອນ.

ບັນດາ​ປະ​ເທດ​ມະຫາ​ອໍານາດ ​ໄດ້​ກົດ​ດັນ​ໃຫ້​ອີຣ່ານຢຸດ​ເຊົາ​ການ​ກັ່ນທາດ​ຢູ​ເຣນຽມ
​ໃຫ້ບໍລິສຸດເຖິງ 20 ​ເປີເຊັ​ນ ຊຶ່ງ​ເປັນລະດັບ​ທີ່ບາງປະ​ເທດ​ເບິ່ງ​ເຫັນ​ວ່າ ​ເປັນ​ລະດັບ​ທີ່​
ໃກ້​ກັນ​ຫລາຍ​ກັບ​ລະດັບຄວາມ​ບໍລິ​ສຸດສູງທີ່​ຕ້ອງການສໍາລັບ​ສ້າງ​ອາວຸດ​ນີວ​ເຄລຍ.
ນອກ​ນັ້ນ ກຸ່​ມຫົກ​ປະ​ເທດຍັງ​ໄດ້​ຮຽກຮ້ອງໃຫ້​ອີຣ່ານຍົກຍ້າຍ ​ ​ທາດ​ຢູ​ເຣນຽມ ທີ່​ມີ​
ຄຸນ​ນະພາ​ບສູງ ອອກ​ຈາກດິນ​ແດນ​ຂອງ​ຕົນ​ ແລະ​ປິດ​ໂຮງ ງານ​ໃຕ້​ດີ​ນທີ່ Fordo ຊຶ່ງ​
ເປັນ​ບ່ອນທີ່​ອິຣ່ານ​ໃຊ້​ຜະລິດ​ດັ່ງກ່າວນັ້ນ.

​ເພື່ອ​ເປັນ​ກາ​ນຕອບແທນ ບັນດາ​ປະ​ເທດ​ມະຫາ​ອໍານາດ ​ໄດ້​ສະ​ເໜີທີ່ຈະສົ່ງ ເຊື້ອໄຟ
ນິວ​ເຄລຍ ​ໃຫ້​ແກ່ອີ່ຣານ ສໍາລັບ​ໃຊ້​ແລ່ນ​ເຕົາ​ແຍກຄົ້ນ​ຄ້ວາ​ດ້ານການ​ແພດຂອງ​ອິຣ່ານ ​
ແລະສະໜອງ​ເຄື່ອງອາ​ໄຫລ່​ທີ່ອຸດສາຫະກໍາການ​ບິນຂອງ​ອິຣ່ານຕ້ອງການ​ຢ່າງ​ທີ່​ສຸດ​
ນັ້ນ​ໃຫ້. ​ຜ່ານ​ມາ ບັນດາ​ຜູ້​ນໍາ​ຂອງ​ອີ່ຣານ ​ໄດ້​ປະຕິ​ເສດຕໍ່​ຂໍ້ສ​ະເໜີດັ່ງກ່າວວ່າ ບໍ່​ເປັນ​
ທີ່​ພຽງພໍ.

XS
SM
MD
LG