ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລໍາລຶກ 55 ປີ ຜົນງານ​ເພງ​ ຂອງ​ ສ. ​ແສງ​ສິຣິວັນ​


ລໍາລຶກ 55 ປີ ຜົນງານ​ເພງ​ ຂອງ​ ສ. ​ແສງ​ສິຣິວັນ​
ລໍາລຶກ 55 ປີ ຜົນງານ​ເພງ​ ຂອງ​ ສ. ​ແສງ​ສິຣິວັນ​

ລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ ເມື່ອວັນພະຫັດກ່ອນນີ້ ​​ໄດ້ນໍາສະເໜີ ລາຍງານກ່ຽວກັບການຈັດງານ​ລໍາລຶກ 55 ປີ ຂອງ​ຜົນງານ​ເພງ​ຂອງ​ອາຈານ ສ. ​ແສງ​ສິຣິວັນ​ ຊຶ່ງມີການ​ສໍາພາດ​ຈາກ​ຫຼາຍ​ບຸກຄົນ​ທີ່​ກ່ຽວຂ້ອງ. ວັນນະສອນໄດ້ໄປຮ່ວມໃນງານ ດັ່ງກ່າວ ແລະມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ເພງ "ຢາດ​ນໍ້າ​ຝົນ​ຢົດ​ນໍ້າຕາ"

ໃນ​ວົງ​ການບັນ​ເທີ​ງ​ເພງ​ລາວ ພໍເອີຍ ຊື່ ສ. ຈັນສົມ ​ແສງ​ສິຣິວັນ ແລ້ວ ຫຼາຍໆ​ທ່ານໆ​
ຄົງ​ຈະ​ເວົ້າ​ອອກ​ມາ​ວ່າ "ອໍ" ​ເພາະວ່າ​ຄຸ້ນ​ເຄີຍກັບ​ຜົນງານ​ຂອງເພິ່ນເປັນ​ຢ່າງ​ດີ ​ແລະ​ໝໍ່ໆ
ມາ​ນີ້​ທາງປະຊາ​ຄົມ​ລາວ-ອາ​ເມຣິກັນ ​ໃນ​ຂົງ​ເຂດ​ເມືອງ Portland, ລັດ Oregon​ ໄດ້
ຈັດ​ງານ "ລໍາ​ລຶກ 55 ປີ ຂອງ​ຜົນງານ​ເພງ​ຂອງ​ອາ​ຈານ ສ. ແສງສິຣິວັນ" ຊຶ່ງ​
ທະວີ ​ເຈນ
ປະທານ​ງານ​ໄດ້​ກ່າວ​ເຖິງ​ງານ​ຄັ້ງ​ນີ້​ວ່າ:

/ສຽງ/

ສ. ​ແສງ​ສິຣິວັນ​
ສ. ​ແສງ​ສິຣິວັນ​

ດັ່ງ​ທີ່​ປະທານ​ໄດ້​ກ່າວ​ໄປໄປ​ນັ້ນ​
ລະວ່າ ງານ​ຄັ້ງ​ນີ້​ຖື​ວ່າເປັນ​ງານ
ຍິ່ງ​ໃຫຍ່​ແຫ່ງ​ຂົງ​ເຂດ​ ຊຶ່ງ​ເປັນ​
ການ​ສະໝານ​ສາ​ມະ​ຄີ ຈາກ​
ຫຼາຍ​ປະ​ຊາ​ຄົມ​ນໍາ​ກັນ ​ໄດ້​ມີ
ແຂ​ກ​ຜູ້​ຊົມ, ຮວມທັງນັກ​ຮ້ອງ
ນັກສະ​ແດງ​ທີ່​ເດີນທາງ​ມາ​ຈາກ
ໃກ້​ແລະ​ໄກ ຊື່​ງມີ​ຫຼາຍກວ່າ
700 ຄົນເຂົ້າ​ຮ່ວ​ມ ຊຶ່ງ​ຈະ​ມີ
ທັງ​ຊາວ​ລາວແລະ​ຫຼາຍ​ຊົນ​ເຜົ່າ
ທີ່​ມາ​ຈາກ​ລາວ. ທ່ານ​ກາວ​ຈຽມ
ກາວ ກໍ​ຄື​ນຶ່ງ​ໃນ​ຄະນະ​ກໍ​າມະ​ການຈັດງານ ຈາກ​ປະຊາ​ຄົມ​ລາວ​ມ້ຽນ ກໍ​ໄດ້​ສະ​ແດງ​ຄວາມ​
ເ​ຫັນກ່ຽວ​ກັບ​ງານ​ດັ່ງ​ນີ້:

/ສຽງ/

ເພງ​ທີ່​ສ້າງ​ຊື່​ສຽງ​ໃຫ້​ອາຈານ​ຕັ້ງ​ແຕ່​ສະ​ໄໝ​ເປັນ​ໄວ​ໝຸ່ມນັ້ນ ກໍ​ມີ​ເພງ​ດັງ​ຫຼາຍໆ​ເພງ ບໍ່​ວ່າ
ຈະ​ເປັນ "ກ້ຽວ​ສາວ​ງື່ມ," "ຜົວ​ເບີ​ເມຍໄພ້," ແລະ "ບ້ານ​ນາ​ຜາ​ສຸກ" ຊຶ່ງ​ໃນ​ຄໍ່​າຄືນ​
ນັ້ນ ນັກ​ຮ້ອງ​ຕົ້ນ​ສະບັບ​ທີ່​ສ້າງ​ຊື່​ສຽງ​ໃຫ້​ແຟນ​ເພງ​ຮູ້ຈັກ​ຜົນງານ​ຂອງ​ອາຈານ ສ. ​ແສງ​ສິ
ຣິວັນ
ກໍ​ມາ​ຮ່ວມ ​ແລະ​ກໍ​ຈະ​ເປັນ​ຜູ້​ໃດ​ໄປ​ບໍ່​ໄດ້​ນອກຈາກ ມາ​ນີວັນ ວໍຣະວົງ ຊຶ່ງ​ເພິ່ນ​ກໍ​ໄດ້
ສະ​ແດງຄວາມ​ຮູ້ສຶກ​ກ່ຽວ​ກັບງານຄັ້ງ​ນີ້​ວ່າ:

/ສຽງ/

ມະນີວັນ ວໍຣະວົງ
ມະນີວັນ ວໍຣະວົງ

ນອກຈາກ​ນັກ​ຮ້ອງ​ອະ​ວຸ​ໂສ​ແລ້ວ​ ກໍ​ຍັງ​ມີ​
ຫຼາຍ​ໆສິນລະປິນ​ ທີ່​ເດີນທາງ​ມາ​ຮວມ
ຈາກ​ຫຼາຍ​ປະ​ເທດ: ຈາກ​ອາ​ເມຣິກາ ກໍມີ
ພອນ ພູມີ​ທອນ, ​ໄພ​ວັນ ​ເມກ​ອາຣຸນ,
ຮຸ່ງ​ຟ້າ ດາວ​ໃໝ່,ແໝ໋ມ ຣັດຕະນາ,
ຕຸກ​ຕາ, ​ເດດ, ຈັນທະ​ວີ ສິນ​ທະ​ສົມ
ພອນ, ​ເດ​ວ ວົງ​ເດືອນ
ແລະ​ລັ່ງ ເປັນ
ຕົ້ນ. ຈາກຝຣັ່ງກໍ​ມີ King Khampha,
ແສງ​ມາລາ ຄໍາ​ດີ ຈາກອ໊ອສ​ເຕຣ​ເລຍ
ແລະ​ລັດ​ສະໝີ ພູ​ດິນ​ດົງ ຈາກ ສປປ
ລາວ ຊຶ່ງ King Khampha ກັບ
ແສງ​ມາລາ ຄໍາ​ດີ
ກໍ​ໄດ້​ໃຫ້​ຄວາມ​ເຫັນ
ກ່ຽວ​ກັບ​ງານ​ຄັ້ງ​ນີ້ເຊັ່ນ​ກັນ:

/ສຽງ/

ກໍໄດ້ມີ​ການ​ປະກອບ​ສ່ວນຈາກ​ບັນດາ​ຜູ້​ຫຼັກ​ຜູ້​ໃຫຍ່​ໃນ​ຂົງ​ເຂດ ມີ​ພິທີ​ກໍາ ບາສີສູ່​ຂັວນຕາມ​
ແບບ​ຮີດຄອງ​ປະ​ເພນີ​ດັ່ງ​ເດີມ. ນອກ​ນັ້ນ​ຍັການ​ປະກອບສ່ວນ​ຂອງ​ເຍົາວະ​ຊົນ ຟ້ອນ​ລໍາ,
ຫຼິ້ນ​ດົນຕີ​ລາວ​ເດີມ ທັງ​ຈາກ​ປະຊາ​ຄົມ​ທ້ອງ​ຖິ່ນ​ແລະ​ຄະນະ​ກິນນະລີ​ຂອງ​ມູນ​ນິທິ ມໍລະດົກ​
ລາວ ສາຂາ Seattle, Washingtonທີ່ນໍາພາໂດຍເກດສະນາ ວິໄລລັກ ພ້ອມນີ້ ຍັງມີ
ນັກຮ້ອງສະມັກຫຼິ້ນ ຈາກຫຼາຍໆລັດ ເຮັດ​ໃຫ້ງານນີ້ເປັນງານທີ່ມີນັກຮ້ອງ ນັກສິນລະປິນ
ມາຮວມຫຼາຍກວ່າ 30 ຄົນ ຊຶ່ງໃນນັ້ນກໍແມ່ນຍາເອື້ອຍ ແສງດາຣາ ມີແກ້ວ ຈາກລັດ
Texas ກໍໄດ້ອອກຄວາມເຫັນກ່ຽວກັບງານຄັ້ງນີ້ວ່າ:

/ສຽງ/

ລໍາລຶກ 55 ປີ ຜົນງານ​ເພງ​ ຂອງ​ ສ. ​ແສງ​ສິຣິວັນ​
ລໍາລຶກ 55 ປີ ຜົນງານ​ເພງ​ ຂອງ​ ສ. ​ແສງ​ສິຣິວັນ​

ສ່ວນຕູ່ ສູນດາຣາ ທີ່ເດີນທາງ
ມາຈາກ Vancouver ປະເທດ
Canada, ທີ່ເຄີຍສະໜັບສະ
ໜູນ ອຸບປະຖໍາ ນໍານັກຮ້ອງ
ນັກສິນລະປິນລາວໃນຕ່າງ
ແດນໄດ້ຟັງກັນນັ້ນ ກໍໄດ້ຝາກ
ເຖິງຊາວລາວໃນການຮັກສາ
ໄວ້ຊຶ່ງເພງລາວ ວ່າ:

/ສຽງ/

ຜົນງານເພງຂອງອາຈານມີມາກມາຍ ເປັນພັນໆເພງ ແລະກໍໄດ້ມີທັງນັກຮ້ອງລາວ, ໄທ,
ມົ້ງແລະມ້ຽນ ນໍາໄປຂັບຮ້ອງ ຊຶ່ງສ້າງຄວາມພູມໃຈ​ໃຫ້​ອາຈານ​ໄດ້​ຊາບ​ຊຶ້ງ ຊຶ່ງ​ອາຈານ​
ໄດ້​ກ່າວ ສະຫຼຸບ​ວ່າ ຢາກ​ໃຫ້ບົດ​ເພງ​ຕ່າງໆ​ນີ້​ເປັນສົມ​ບັດ​ຂອງ​ຄົນ​ລາວ, ລູກ​ລາວ​ຫຼານ
ລາວ​ຕໍ່​ໄປ ຊຶ່ງ​ທ່ານ​ກ່າວ​ສະຫຼຸບ​ວ່າ

ລໍາລຶກ 55 ປີ ຜົນງານ​ເພງ​ ຂອງ​ ສ. ​ແສງ​ສິຣິວັນ​
ລໍາລຶກ 55 ປີ ຜົນງານ​ເພງ​ ຂອງ​ ສ. ​ແສງ​ສິຣິວັນ​

ງານ​"ລໍາ​ລຶກ 55 ປີ ຂອງ​ຜົນງານ​ເພງ​ຂອງ​ອາ​ຈານ ສ. ແສງສາຣິວັນ" ກໍ​ໄດ້​ລຸ​ລ່ວງ​
ໄປ​ດ້ວຍ​ດີ, ສ້າງ​ຄວາມ​ກະຕືລື​ລົ້ນ ຟື້ນ​ຟູ​ເພງ​ລາວ​ໃນ​ຕ່າງ​ແດນ​ໃຫ້​ສິນລະປິນ​ລາວ​ໄດ້​ສືບ​
ທອດ​ກັນ​ຕໍ່​ໄປ ຕາບ​ນານ​ເທົ່າ​ນານ.

ອາທິດ​ໜ້າ​ທາງ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ກໍ​ຈະ​ນໍາ​ເອົາ​ປະສົບ​ການ​ຂອງ​ຄົນ​
ລາວ​ອະ​ເມຣິກັນ​ອື່ນໆ​ມາ​ສະ​ເໜີ​ທ່ານ​ຜູ້​ຟັງ​ອີກ. ກະລຸນາ​ຄອຍ​ຕິດຕາມ​ຮັບ​ຟັງ.



XS
SM
MD
LG