ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາເລເຊຍ ປ່ອຍພວກປະທ້ວງ 500 ຄົນ


ພວກປະທ້ວງ ພາກັນເດີນຂະບວນ ຮຽກຮ້ອງໃຫ້ມີການປະຕິຮູບ ການເລືອກຕັ້ງ, ວັນທີ 28 2012 ທີ່ກົວລາ ລໍາເປີ.
ພວກປະທ້ວງ ພາກັນເດີນຂະບວນ ຮຽກຮ້ອງໃຫ້ມີການປະຕິຮູບ ການເລືອກຕັ້ງ, ວັນທີ 28 2012 ທີ່ກົວລາ ລໍາເປີ.

ຕໍາ​ຫຼວດ​ໃນ​ມາ​ເລ​ເຊຍ​ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ປ່ອຍ 500 ຄົນ​ທີ່ຖືກ​ຈັບ​ກຸ​ມ​ໃນລະຫວ່າງ
​ການປະ​ທ້ວງ ​ເພື່ອ​ໃຫ້​ມີ​ການ​ປະຕິ​ຮູບ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ນັ້ນ. ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​
ກ່າວ​ວ່າ ທາງ​ການ​ຈະ​ຕັດສິນໃຈ​ນໍາ​ຫຼັງ​ກ່ຽວ​ກັບ​ວ່າ​ຈະ​ຟ້ອງ​ຮ້ອງ​ຄົນ​ໃດ ​ໃນ​ຈໍານວນ​
ພວກທີ່​ຖືກ​ປ່ອຍ​ໂຕ​ນັ້ນ ​ຫຼື​ບໍ່?

ພວກ​ປະ​ທ້ວງ​ຈໍາ​ນວນ​ຫຼາຍ​ສິບ​ພັນ​ຄົນ ​ໄດ້​ຮວມຕົວ​ກັນ​ໃນ​ວັນເສົາຜ່ານ​ມາ​ໃນກຸງ Kuala
Lumpur ທີ່​ຈະຕຸ​ລັດ​ເອກະລາດ ຫລື Independence Square ທັງໆ​ທີ່ໄດ້​ມີ​ການຫ້າມ
​ບໍ່​ໃຫ້ທີ​ການ​ໂຮມຊຸມນຸມ​ປະ​ທ້ວງ​ກໍ່ຕາມ.

ພວກ​ນັກເຄື່ອນ​ໄຫວ​ກ່າວ​ວ່າ ຄະນະກໍາມະການ​ເລື​ອກຕັ້ງຂອງ​ປະ​ເທດ ມີ​ຄວາມລໍາອຽງ
​ແລະ​ວ່າພັກ​ປະສົມ​ໃນ​ຄະນະ​ລັດຖະບານ​ຂອງ ນາຍົກ​ລົດ​ຖະມົນຕີ Najib Razak ທີ່​ໄດ້​
ຄອງ​ອໍານາດ​ມາ​ຫຼາຍ​ກວ່າ 50 ປີ ​ແລ້ວນັ້ນ ຈະໄດ້​ປຽບ​ຢ່າງ​ບໍ່​ຍຸດຕິ​ທໍາ ​ໃນ​ການ​ເລືອກ
​ຕັ້ງ​ທີ່​ຈະ​ມີ​ຂຶ້ນ​ຢ່າງ​ໄວ​ທີ່​ສຸດໃນ​ເດືອ​ນີມິຖຸນາ​ໜ້າ​ນີ້.

XS
SM
MD
LG