ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົບຮອບ 50 ປີ ຂອງ VOA ພະແນກພາສາລາວ


ຄະນະເຈົ້າໜ້າທີ່ VOA ສຽງອາເມຣິກາພະແນກພາສາລາວ
ຈາກຊ້າຍຫາຂວາ: ທອງປານ ເທບວົງສາ, ສິງ ບູຣົມມະວົງ, ບົວສະຫວັນ ສິມມາລາ, ວັນນະສອນ ແກ້ວດາຣາ, ດາຣາ ບັກຄໍາ, ກິ່ງສະຫວັນ ປະຖັມມະວົງ, ສາລີ ຈິດຕະວໍຣະວົງ ແລະ ໄພສານ ວໍຣະຈັກ
ຄະນະເຈົ້າໜ້າທີ່ VOA ສຽງອາເມຣິກາພະແນກພາສາລາວ ຈາກຊ້າຍຫາຂວາ: ທອງປານ ເທບວົງສາ, ສິງ ບູຣົມມະວົງ, ບົວສະຫວັນ ສິມມາລາ, ວັນນະສອນ ແກ້ວດາຣາ, ດາຣາ ບັກຄໍາ, ກິ່ງສະຫວັນ ປະຖັມມະວົງ, ສາລີ ຈິດຕະວໍຣະວົງ ແລະ ໄພສານ ວໍຣະຈັກ

ຄະນະເຈົ້າໜ້າທີ່ລະດັບສູງຂອງວີໂອເອ ມອບໂຫລ້ ຄົບຮອບ 50 ປີ ໃຫ້ພະແນກພາສາລາວ, ວັນທີ 1 ມີນາ 2012.
ຄະນະເຈົ້າໜ້າທີ່ລະດັບສູງຂອງວີໂອເອ ມອບໂຫລ້ ຄົບຮອບ 50 ປີ ໃຫ້ພະແນກພາສາລາວ, ວັນທີ 1 ມີນາ 2012.

ວິທະຍຸສຽງອາເມຣິກາພະ​ແນກພາສາລາວ ໄດ້ກໍາເນີດຂຶ້ນມານັບຕັ້ງແຕ່ 1962 ໂດຍໄດ້ຮັບ
ໃຊ້ມວນຊົນ ເປັນແຫຼ່ງຂ່າວທີ່ຖືວ່າ ຊັດເຈນ ຕົງໄປຕົງມາ​ ບໍ່ເຂົ້າຂ້າງອອກຂາ ແລະເຊື່ອໄດ້
ຕະຫຼອດມາ​ ຈົນເທົ່າເຖິງປະຈຸບັນນີ້ ກໍ 50 ປີແລ້ວ. ມື້ນີ້ທາງ VOA ໄດ້ສໍາພາດ​ກັບຫຼາຍໆ
ບຸກຄົນ ທີ່ຈະມາເວົ້າເຖິງເບື້ອງຫຼັງຄວາມເປັນມາຂອງສະຖານີວິທະຍຸສຽງອາເມຣິກາ ຜູ້ນຶ່ງ
ໃນນັ້ນກໍຄື ທ່ານຖະຫວັນ ສະແຫວງສຸກ ສະມາຊິກກໍ່ຕັ້ງຜູ້ນຶ່ງແລະກໍໄດ້ເປັນຜູ້ອໍານວຍການ
ຂອງວິທະຍຸສຽງອາເມຣິກາ ພະແນກພາສາລາວໃນສະໄໝຊຸມປີ 1970 ຊຶ່ງທ່ານຖະຫວັນໄດ້
ມາອະທິບາຍແລະໃຫ້ຄວາມກະຈາງແຈ້ງກ່ຽວກັບສຽງອະເມຣິກາ ໂດຍກ່າວໃນຕອນນຶ່ງວ່າ:

ຍາເອື້ອຍ ດາຣາ ບັກຄໍາ ແລະຍາອ້າຍ ຖະຫວັນ ສະແຫວງສຸກ
ຍາເອື້ອຍ ດາຣາ ບັກຄໍາ ແລະຍາອ້າຍ ຖະຫວັນ ສະແຫວງສຸກ
“ຂ້າພະເຈົ້າເຊື່ອວ່າ ພວກເຮົານີ້
ຢູ່ສຽງອາເມຣິກາ
ມີບົດບາດ
ລະທຸກມື້ນີ້ຂ້າພະເຈົ້າກໍຍັງຟັງ
ພວກທ່ານອອກອາກາດຢູ່
ຂ້າພະເຈົ້າກະພູມໃຈ ທີ່ວ່າ
ພະນັກງານທຸກມື້ນີ້ ກໍຍັງອອກ
ອາກາດເປັນສຽງຜູ້ໃຫຍ່ ບໍ່ໂຈມ
ຕີໃຜ ແລະກໍອອກຂ່າວຕາມ
ຄວາມຈິງແລະກໍບໍ່ເກີນໄປ ຢູ່
ໃນຂັ້ນເໝາະສົມ. ຂ້າພະເຈົ້າ
ຂໍເຕືອນ​ທ່ານຜູ້ຟັງ ຄື ສຽງອາ
ເມຣິການີ້ ຊຶ່ງດຽວນີ້ເອີ້ນວ່າ​
VOA ນີ້ແມ່ນສຽງຂອງລັດຖະ
ບານ ຂະເຈົ້າເວົ້າ ຄໍານີ້ແມ່ນ
ຂອງລັດຖະບານ​ອາເມຣິກາ
ຢູ່ໃນຂອບເຂດຂອງລັດຖະບານ.”

ສ່ວນທ່ານລິນທອງ ນ້ອຍນາລາ ຜູ້ຫາກໍກະສຽນຈາກການເປັນຜູ້ອໍານວຍການຂອງ VOA
ພະແນກພາສາລາວນັ້ນ ກໍໄດ້ໃຫ້ຄວາມຄິດຄວາມເຫັນ ກ່ຽວກັບຄວາມສໍາຄັນຂອງວິທະຍຸ
ສຽງອາເມຣິກາ ແລະສະແດງຄວາມພູມໃຈທີ່ໄດ້ເປັນພາກສ່ວນນຶ່ງຂອງສະຖາບັນແຫ່ງນີ້
ຜ່ານທາງ​ໂທລະສັບຈາກປະເທດໄທ ຊຶ່ງທ່ານກ່າວໃນຕອນນຶ່ງວ່າ:

ທ່ານ ລິນທອງ ນ້ອຍນາລາ
ທ່ານ ລິນທອງ ນ້ອຍນາລາ


ຄວາມພູມໃຈບ່ອນວ່າ
VOA ໄດ້ທໍາໜ້າທີ່ໃຫ້
ຄວາມຮູ້ແກ່ທ່ານຜູ້ຟັງທັງ
ຫຼາຍ ຊຶ່ງ
VOAໄດ້ຄົ້ນຄ້ວາ
ອອກມາສະເໜີຂ່າວໃຫ້
ຄວາມຮູ້ແກ່​ທ່ານຜູ້ຟັງ ຂໍໃຫ້
VOA ທີ່ມີອາຍຸຍືນຍາວມາ
ໄດ້ 50 ປີແລ້ວນີ້ ຂໍໃຫ້ຍືນ
ຍົງຢູ່ຕໍ່ໄປອີກ​ 50 ປີ ຕໍ່ໆ
ໄປ ຕໍ່ໆໄປ.”

ທ່ານວໍຣະເດດ ດິດທະວົງ ອະດີດໂຄສົກຂອງວິທະຍຸສຽງອາເມຣິກາພະແນກພາສາລາວ
ຜູ້ຊຶ່ງເປັນທັງນັກຮ້ອງ, ນັກສິນລະປິນ ທີ່ໄດ້ຮັບໃຊ້ມວນຊົນໃນການກະຈາຍຂ່າວມານານ
ນັບສິບປີ ກໍໄດ້ສະແດງຄວາມຄິດເຫັນກ່ຽວກັບ ວິທະຍຸສຽງອາເມຣິກາ ພະແນກພາສາ
ລາວ ດັ່ງນີ້:

ບັນຍາກາດໃນງານລ້ຽງຄົບຮອບ 50 ປີຂອງພະແນກພາສາລາວ, ວັນທີ 22 ກຸມພາ 2012. ກາງຈາກຊ້າຍ: ທ່ານຖະຫວັນ ສະແຫວງສຸກ(ນັ່ງ), ທ່ານເດວິດ ແອນຊໍ(ຜູ້ອໍານວຍການ VOA), ທ່ານບິລ ບອມ(ຜູ້ອໍານວຍ ການ EAP Division), ຖັດມາແມ່ນທ່ານດິກ ໂລໂບ (Director of IBB), ວັນທີ 22 ກຸມພາ 2012.
ບັນຍາກາດໃນງານລ້ຽງຄົບຮອບ 50 ປີຂອງພະແນກພາສາລາວ, ວັນທີ 22 ກຸມພາ 2012. ກາງຈາກຊ້າຍ: ທ່ານຖະຫວັນ ສະແຫວງສຸກ(ນັ່ງ), ທ່ານເດວິດ ແອນຊໍ(ຜູ້ອໍານວຍການ VOA), ທ່ານບິລ ບອມ(ຜູ້ອໍານວຍ ການ EAP Division), ຖັດມາແມ່ນທ່ານດິກ ໂລໂບ (Director of IBB), ວັນທີ 22 ກຸມພາ 2012.

“ຂ້າພະເຈົ້າຄິດວ່າໃນເລື່ອງ
ຂອງການອອກຂ່າວ ໃນເລື່ອງ
ຂອງການປ້ອນຂ່າວການທີ່
ໃຫ້ຂ່າວ ການໃຫ້ຂ່າວນັ້ນ
ຍິ່ງມີຄວາມສໍາຄັນຍິ່ງ
ໂດຍສະເພາະໃນໂລກ
ປັດຈຸບັນນີ້ ໃນສະພາບປັດ
ຈຸບັນນີ້ ໂລກຂອງເຮົາມີການ
ປ່ຽນແປງ. ການທີ່ຍືນຍາວມາ
ໄດ້ນີ້ ຂ້າພະເຈົ້າພູມໃຈທີ່ວ່າ
ມັນເປັນພາສາລາວ​ ມີຄູ່ກັບ
ພາສາຊາດອື່ນໆ ແລະມີຈຸດ
ພິເສດໃນຖານະ ທີ່ວ່າ
ເຖິງຢ່າງໃດ​ກໍຍັງຄົງຄວາມ
ເປັນລາວຢູ່ຄືເກົ່າ.”


ປະຈຸບັນນີ້ກໍໄດ້ມີຜູ້ອໍານວຍການຄົນໃໝ່ທີ່ເປັນແມ່ຍິງໄດ້ເຂົ້າຮັບຕໍາແໜ່ງນີ້ໃນປີ 2010 ກໍຄື
ຍາ​ເອື້ອຍ​ດາຣາ ບັກ​ຄໍາ ຊຶ່ງ​ໄດ້​ເປັນ​ທັງ​ຜູ້​ປະກາດ​ຂ່າວ​, ​ໂຄສົກ​ແລະ​ຮັບ​ໃຊ້​ພະ​ແນ​ກພາສາ​ລາວ
ມາ​ນານ​ຫຼາຍໆ​ສິບ​ປີ ຈົນ​ໃນ​ທີ່​ສຸດ​ກໍ​ໄດ້​ຮັບ​ຕໍາ​ແໜ່​ງຜູ້​ອໍານວຍ​ການ ຊຶ່ງ​ເພິ່ນ​ກໍ​ໄດ້​ມາສະ​ແດງ​
ຄວາມ​ຄິດ​ຄວາມ​ເຫັນ​ໃນໂອກາດ​ຄົບຮອບ 50 ປີ ຂອງ ສຽງ​ອາ​ເມຣິກາ ໃນຕອນນຶ່ງ​ວ່າ:

ທ່ານ Victor Ashe(ຊ້າຍ) ສະມາຊິກສະພາຜູ້ວ່າການກະຈາຍສຽງ (BBG)ຂອງສະຫະລັດ ກັບທ່ານ David Ensor ຜູ້ອໍານວຍການ ວິທະຍຸ VOA (ຂວາ)​ ມອບໂຫລ້ຄົບຮອບ 50 ປີ ໃຫ້ຫົວໜ້າພະແນກ ພາສາລາວ, ວັນທີ 1 ມີນາ 2012.
ທ່ານ Victor Ashe(ຊ້າຍ) ສະມາຊິກສະພາຜູ້ວ່າການກະຈາຍສຽງ (BBG)ຂອງສະຫະລັດ ກັບທ່ານ David Ensor ຜູ້ອໍານວຍການ ວິທະຍຸ VOA (ຂວາ)​ ມອບໂຫລ້ຄົບຮອບ 50 ປີ ໃຫ້ຫົວໜ້າພະແນກ ພາສາລາວ, ວັນທີ 1 ມີນາ 2012.
“ຜົນງານທີ່ພວກເຮົາໄດ້ປັບປຸງ
ໃຫ້ດີຂຶ້ນໃນລະຍະເກືອບ 2 ປີ
ຜ່ານມາ ກໍແມ່ນເວັບໄຊ້ທ໌
ແລະກໍຈະປັບປຸງໃຫ້ດີຂຶ້ນໄປ
ເລື້ອຍໆ. ພ້ອມດຽວກັນນີ້ ຂ້າ
ພະເຈົ້າຂໍຂອບໃຈບັນດາທ່ານ
ທີ່ໄດ້ຕິດຕາມຟັງ
ວີໂອເອ ພະ
ແນກພາສາລາວ ມາຕະຫຼອດ
ຊຶ່ງກໍມີຫຼາຍໆທ່ານຂຽນເຂົ້າ
ມາແລະບອກວ່າ​ ເຄີຍຟັງມາ
ຕັ້ງແຕ່ສະໄໝພໍ່ ສະໄໝປູ່
ຕອນທີ່ເພິ່ນຍັງມີຊີວິດຢູ່ ກະ
ຂໍຂອບໃຈຫລາຍໆທີ່ຂຽນ
ເຂົ້າມາໃຫ້ກໍາລັງໃຈພວກເຮົາ.”


ວັນນະ​ສອນຂໍຖື​ໂອກາດ​ນີ້​ຕາງໜ້າ​ໃຫ້ VOA ກ່າວຂອບໃຈທຸກໆທ່ານ ທີ່ຕິດຕາມຮັບຟັງ
ວິທະຍຸສຽງອາເມຣິກາ ມາຕະຫຼອດ ແລະຂໍໃຫ້ຕິດຕາມຮັບຟັງພວກເຮົາຕະຫຼອດໄປ.

XS
SM
MD
LG