ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນ ເສຍຊີວິດ ຍ້ອນການໂຈມຕີ ຢູ່ປາກິສຖານ


ເຮືອບິນບໍ່ມີຄົນຂັບຂອງສະຫະລັດ ທີ່ຕິດລູກສອນໄຟ ຢູ່ທີ່ສະໜາມບິນທະຫານ ເມືອງການດາຮາ ອັຟການິສຖານ
ເຮືອບິນບໍ່ມີຄົນຂັບຂອງສະຫະລັດ ທີ່ຕິດລູກສອນໄຟ ຢູ່ທີ່ສະໜາມບິນທະຫານ ເມືອງການດາຮາ ອັຟການິສຖານ

ເຈົ້າ​ໜ້າ​ທີ່​ສື​ບລັບ​ຂອງປາ​ກິ​ສຖານ​ກ່າວ​ວ່າ ​ການ​ໂຈມ​ຕີ​ດ້ວຍລູກ​ສອນ​ໄຟຈາກເຮືອ​ບີນ
ທີ່​ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ ​ໄດ້​ສັງຫານ​ພວກ​ຫົວ​ຮຸນ ​ແຮງ​ຢ່າງ​ນ້ອຍ 3 ຄົນແລະ​ອີກ
2 ຄົນ​ບາດ​ເຈັບ ​ໃນ​ເຂດ​ພາກ​ຕາ​ເວັນຕົກ​ສຽງ​ເໜືອ​ຂອງ​ປະ​ເທດ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລູກ​ສອນ​ໄຟ​ສອງ​ລູກ​ ໄດ້​ຍິງ​ຖືກ​ເຮືອນຫລັງ​ນຶ່ງ​ໃນ​ຕອນ​ເຊົ້າ​ວັນ​ສຸກ
ນີ້ ທີ່ເມຶືອງ Miran Shah ຊຶ່ງ​ເປັນ​ຫົວ​ເມືອງ​ສຳຄັນໃນ Waziristan ​ເໜືອ ຊຶ່ງ​ເປັນ​
ບ່ອນຫຼົບລີ້ທີ່​ສຳຄັນ​ຂອງພວກຕາ​ລີ ບານ ​ແລະ​ພວກ​ກໍ່​ການ​ຮ້າຍ al-Qaida.

ການ​ໂຈມຕີອາດ​ເຮັດໃຫ້​ເກີດ​ຄວາມ​ຍຸ່ງຍາກແກ່ສະຫະລັດທີ່​ພວມພະຍາ ຊັກ​ຊວນ​ໃຫ້
ປາ​ກິ​ສຖານ ​ເປີດດ່ານ​ຂ້າມ​ຊາຍ​ແດນຂອງ​ຕົນ​ ຄືນໃໝ່​ອີກ ​ເພື່ອ​ນໍາ​ເອົາສຳພາລະ​ຕ່າງໆ​
ໄປ​ໃຫ້​ກອງ​ທະຫານອົງການ NATO ​ໃນ​ອັຟກາ​ນິສຖານ. ປາ​ກິ​ສຖານ​ໄດ້​ປິດ​ຊາຍ​ແດນ​
ຂອງ​ຕົນໃນເດືອນພະ​ຈິກ ​ປີ​ກາຍ ເພື່ອ​ຕອບ​ໂຕ້​ຕໍ່​ການທີ່ສະຫະລັດ ໄດ້​ຍິງ​ລູກ​ສອນ​ໄຟ​
ໂຈມ​ຕີ​ ທີ່​ເຮັດ​ໃຫ້ທະຫານປາ​ກິ​ສຖານ​ເສຍ​ຊີວິດໄປ 24 ຄົນ.

ໃນ​ວັນ​ພຸດທີ່​ຜ່ານ​ມາ​ນີ້ ພວກ​ນາຍ​ພົນ​ອະ​ວຸ​ໂສຂອງ​ສະຫະລັດທີ່​ຄວບ​ຄຸມການ​ເຮັດສົງ​ຄາມ​
ໃນອັ​ຟກາ​ນິສຖານຄືນາຍ​ພົນ James Mattis ​ແລະນາ​ຍພົນ John Allen ​ໄດ້​ພົບ​ປະ
ກັບຜູ້ບັນຊາ​ການ​ທະຫານສູງ​ສຸດ​ຂອງປາ​ກິ​ສຖານ ນາຍ​ພົນ Ashfaq Parvez Kayani ​
ເປັນ​ຄັ້ງ​ ທຳ​ອິດ​ນັບ​ແຕ່​ໄດ້​ມີ​ການ​ໂຈມ​ຕີ​ທີ່​ເຮັດ​ໃຫ້​ພວກທະຫານປາ​ກິ​ສຖານ​ໄດ້​ເສຍ​ຊີວິດ​
ໄປນັ້ນ.

ປະທານາທິບໍດີສະຫະລັດ​ ທ່ານ Barack Obama ​ແລະນາຍົກ​ລັດ​ຖະ​ມົນ​ຕີປາ​ກິ​ສຖານ
ທ່ານ Yousuf Raza Gilani ​ໄດ້​ພົບ​ປະກັນ​ໃນ​ວັນ​ອັງຄານຜ່ານ​ມາ ທີ່​ກອງ​ປະ​ຊຸ​ມສຸດ
ຍອດນີວ​ເຄລຍ​ ທີ່​ກຸງ​ໂຊ​ລ.

ລັດ​ຖະ​ມົນຕີ​ການ​ຕ່າງປະ​ເທດປາ​ກິ​ສຖານ​ກ່າວ​ວ່າ ການ​ພົບ​ປະ​ທີ່​ວ່າ​ນີ້ພາ​ໃຫ້​ມີ​ການ​ເຫັນ​
ພ້ອມນຳ​ກັນ​ດີ​ທັງ​ສອງ​ຝ່າຍ ​ເພື່ອ​ຟື້ນຟູ​ຄວາມສໍາພັນ​ໃນ​ບໍ່​ຊ້າ​ນີ້ ​ແລະ​ເປີດເສັ້ນທາງ​ການ​ສົ່ງ
ສຳພາລະຂອງ​ອົງການ​ເນ​ໂຕ້ໄປ ຍັງ​ອັຟກາ​ນິສຖານ​ຄືນ​ໃໝ່ ​ແຕ່​ວ່າ​ ສະພາແຫ່ງ​ຊາດ​ຂອງ
ປາ​ກິ​ສຖານ ຕ້ອງ​ໄດ້ເປັນ​ຜູ້​ອະນຸມັດ​ຂັ້ນ​ສຸດ​ທ້າຍ ກ່ອນການ​ເຈລະ​ຈາຢ່າງ​ເປັນ​ທາງ​ການລະ
ຫວ່າງ​ສອງ​ປະ​ເທດຈະ​ສາມາດ​ເລີ່ມຂຶ້ນ​ໄດ້.

XS
SM
MD
LG