ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

21 ຄົນເສຍຊີວິດ ຍ້ອນການວາງລະເບີດ ໃສ່ໂບດ ທີ່ໄນຈີເຣຍ


ເຫດລະເບີດໄດ້ສັ່ນສະເທື່ອນໂບດສາມແຫ່ງ ໃນພາກເໜືອຂອງ ໄນຈີເຣຍ ເຮັດໃຫ້ມີຜູ້ ເສຍຊີວິດ 21 ຄົນ ແລະບາດເຈັບຢ່າງໜ້ອຍ 100 ກວ່າຄົນໃນວັນອາທິດ ວ່ານນີ້.

ເຫດລະ​ເບີດ​ໄດ້​ສັ່ນ​ສະ​ເທື່ອ​ນ​ໂບດ​ສາມ​ແຫ່ງ ຢູ່ໃນ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ ​ເຮັດ​ໃຫ້​
ມີ​ຜູ້​ເສຍ​ຊີວິດ 21 ຄົນ ​ແລະ​ໄດ້​ຮັບ​ບາ​ດ​ເຈັບ​ຢ່າງ​ໜ້ອຍ 100 ຄົນ ​ໃນ​ວັນ​ອາທິດ​ວານ​ນີ້.

​ເຫດລະ​ເບີດເກີ​ດຂື້ນ​ທີ່​ລັດ Kaduna ທີ່ແບ່ງ​ແຍກ​ເຂດ​ພາກ​ເໜືອຂອງ​ປະ​ເທດ ທີ່ມີ
ຊາວ​ມຸສລິ​ມອາ​ໄສ​ຢູ່​ເປັນສ່ວນ​ໃຫຍ່ ​ກັບ​ເຂດພາກໃຕ້ທີ່​ມີຊາວຄຣິສຕຽນຄອບ​ງໍາ​ຢູ່​ນັ້ນ.

​ເຫດ​ລະ​ເບີດ​ສອງ​ບັ້ນ​ໄດ້​ເກີດ​ຂື້ນ​ທີ່​ໂບດ​ສອງ​ແຫ່ງໃນ​ເມືອງ Zaria ອິງ​ຕາມ​ບັນດາເຈົ້າ​
ໜ້າ​ທີ່ທ້ອງ​ຖິ່ນ. ລະ​ເບີດ​ລູກ​ທີ່​ສາມ ​ໄດ້​ແຕກ​ຂື້ນ​ທີ່​ໂບດ​ແຫ່ງ​ນຶ່ງ​ໃນ​ເມືອງ Kaduna​.

ຜູ້​ເຫັນ​ເຫດການ​ໄດ້​ບອກ​ວີ​ໂອ​ເອ ວ່າ ຫລາຍ​ຮ້ອຍ​ຄົນ​ພາກັນກໍ່​ຈະລາຈົນ ຫລັງ​ຈາກ
ເຫດ​ລະ​ເບີດ​ຢູ່ໃນ​ເມືອງ Kaduna ​ແຕ່​ວ່າ ​ຕໍາຫລວດໄດ້​ເຄື່ອນ​ກໍາລັງ​ເຂົ້າ​ໄປ​ລະ​ຫງັບ
ຄວາມ​ວຸ້ນວາຍ​ໄວ້​ໄດ້. ຜູ້​ປົກຄອງ​ລັດ ທ່ານ Patrick Ibrahim Yakowa ​ໄດ້​ປະກາດ ​
ຫ້າມ​ອອກ​ນ​ອກ​ເຮືອນຕະຫລອດ 24 ຊົ່ວ​ໂມງ.

ບັນດາ​ເຈົ້າ​ໜ້າ​ທີ່​ບໍ່​ຍັງໄດ້​ປະກາດເຖິງຜູ້​ຕ້ອງ​ສົງ​ໃສໃນ​ທັນໃດ. ​ແຕ່​ຜ່ານ​ມາ ​ໄດ້​ມີ​ການ
ຖິ້ມ​ໂທດ​ໃສ່​ກຸ່​ມຫົວ​ຮຸນ​ແຮ​ງມຸສລິ​ມ Boko Haram​ ວ່າ​ເປັນ​ຜູ້​ທໍາການ​ໂຈມ​ຕີ​ທີ່​ຄ້າຍ
ຄື​ກັນນີ້.

XS
SM
MD
LG