ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ສະຫຼອງໄຊຊະນະ ຈະໄດ້ເປັນເຈົ້າພາບ ຈັດງານ ກິລາໂອລິມປິກ


ຄະນະຜູ້ແທນເກົາຫຼີໃຕ້ ສະແດງຄວາມຊົມເຊີຍ ລຸນຫຼັງທີ່ມີການປະກາດວ່າ ເກົາຫຼີໃຕເປັນຜູ້ຊະນະການປະມູນ ໃນການຈັດການແຂ່ງຂັນກິລາໂອລິມປິກລະດູໜາວ ປີ 2018 (6 ກໍລະກົດ 2011)
ຄະນະຜູ້ແທນເກົາຫຼີໃຕ້ ສະແດງຄວາມຊົມເຊີຍ ລຸນຫຼັງທີ່ມີການປະກາດວ່າ ເກົາຫຼີໃຕເປັນຜູ້ຊະນະການປະມູນ ໃນການຈັດການແຂ່ງຂັນກິລາໂອລິມປິກລະດູໜາວ ປີ 2018 (6 ກໍລະກົດ 2011)

ເກົາຫຼີໃຕ້ໄດ້ສະເຫຼີມສະຫຼອງດ້ວຍການຈູດບັ້ງໄຟດອກແລະໂຫ່ຮ້ອງສະແດງຄວາມດີອົກດີໃຈ
ພ້ອມ​ທັງ​ນໍ້າຕາ​ໄຫລ​ກໍ​ມີໃນວັນພຸດວານນີ້ ຫລັງ​ຈາກໄດ້ຮັບໄຊຊະນະໃນການປະມູນເປັນເຈົ້າ ພາບຈັດການແຂ່ງຂັນກິລາໂອລິມປິກລະດູໜາວປີ 2018.

ປະຊາຊົນທີ່ເມືອງຕາກອາກາດ Pyeongchang ໄດ້ສະແດງຄວາມປາບປື້ມຍິນດີເປັນທີ່ສຸດ
ເມື່ອ​ໄດ້​ຍິນຂ່າວວ່າ ເມືອງຂອງເຂົາເຈົ້າໄດ້ຊະນະນະຄອນ Munich ຂອງເຢຍຣະມັນ ແລະ
ເມືອງ Annecy ຂອງຝຣັ່ງ. ເມືອງ Pyeongchang ໄດ້ຮັບ​ຄະ​ແນນສຽງສ່ວນຫຼາຍ ໃນ
ການປ່ອນບັດ ຂອງຄະນະກຳມະການ ກິລາໂອລິມປິກສາກົນ ຊຶ່ງມີຂຶ້ນ ທີ່ເມືອງ Durban
ອາຟຣິກາໃຕ້ໃນຕອນເຊົ້າຂອງວັນພຸດວານນີ້.

ຝູງຊົນໄດ້ໄປເຕົ້າໂຮມກັນຢູ່ບ່ອນແລ່ນສະກີຂອງເມືອງ Pyeongchang ເພື່ອລໍຮັບຟັງການ
ຕັດສິນໃຈຂອງຄະນະກຳມະການກິລາໂອລິມປິກ.

ທີ່ເມືອງ Durban ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-Bak ກ່າວວ່າຂ່າວດັ່ງ
ກ່າວນີ້ແມ່ນໄຊຊະນະສຳລັບຊາວເກົາຫຼີໃຕ້ທັງມວນ. ທ່ານໄດ້ຈັບມືກັບນາງ Kim Yu-Na
ນັກແລ່ນສະເກັດເຕັ້ນລະ​ບໍາເທິງນໍ້າກ້ອນ ຂອງເກົາຫຼີໃຕ້ ທີ່ຄອງ​ຕໍາ​ແໜ່​ງແຊ້ມໂລກແມ່ຍິງ
ໂອລິມປິກ ທີ່ດີ​ໃຈ​ຈົນນໍ້າຕາຊຶມ. ກ່ອນ​ໜ້າ​ນັ້ນ ໃນມື້ວານນີ້ທ່ານ Lee ໄດ້ກ່າວຄຳປາໄສ
ເປັນພາສາອັງກິດທີ່ບໍ່ຄອຍໄດ້ເຫັນກັນ ເພື່ອຊັກຊວນໃຫ້ສະມາຊິກຂອງຄະນະກຳມະການ
ກິລາໂອລິມປິກສາກົນ ປ່ອນບັດເລືອກເອົາເມືອງ Pyeongchang.

ສ່ວນຫົວໜ້າຄະນະປະມູນຂອງເກົາຫຼີໃຕ້ ທ່ານ Cho Yang-Ho ກ່າວວ່າ ມັນເປັນວັນທີ່
ແສນດີໃຈທີ່ສຸດວັນນຶ່ງຂອງປະເທດຂອງທ່ານ.

ເມືອງ Pyeongchang ໄດ້ຂໍປະມູນຈັດການແຂ່ງຂັນກິລາໂອລິມປິກລະດູໜາວເປັນຄັ້ງທີ
3 ຫຼັງຈາກໄດ້ປລາໄຊຢ່າງຫວຸດຫວິດ ໃນການປະມູນຈັດການແຂ່ງຂັນກິລາໂອລິມປິກລະດູ
ໜາວໃນປີ 2010 ແລະປີ 2014 ໃຫ້ແກ່ນະຄອນ Vancouover ຂອງການາດາແລະ
ເມືອງ Sochi ຂອງຣັດເຊຍ ຕາມລຳດັບ.

XS
SM
MD
LG