ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

DISREGARD --- 2002525 Graace Baiout 6



ສະພາ​ແຫ່ງຊາດຂອງກຣິສ ໄດ້ຮັບຜ່ານ​ແຜນການ​ຕັດ​ການ​ໃຊ້ຈ່າຍແລະໜ້າ ວຽກລົງ ທີ່ເປັນຂໍ້ບັງຄັບຂອງພວກ​ໃຫ້​ເງິນ​ກູ້​ຢືມນາໆຊາດ ຊຶ່ງພາໃຫ້ກຣິສ ຫຍັບເຂົ້າໃກ້ຄວາມເປັນຈິງ​ຫລາຍ​ຂຶ້ນ ​ໃນ​ການ​ທີ່​ຈະ​ໄດ້​ເງິນ​ຊ່ອຍເຫລືອ​ກູ້​ໜີ້​ສິນ​ກ້ອນ​ໃໝ່​ນັ້ນ.

ພວກ​ຜູ້​ແທນ​ກຣິສ ​ໄດ້​ຮັບຮອງ​ເອົາ​ແຜນການ​ປະຢັດ​ມັດທະຍັດດັ່ງກ່າວ​ໃນ​ຕອນ​ເດິກວັນອາທິດວານ​ນີ້​ ຫຼັງຈາກທີ່ພວກປະທ້ວງໄດ້ຈູດເຜົາຕຶກອາຄານ,​ທຸບແກ້ວກະຈົກ ແກວ່ງກ້ອນຫີນແລະລະເບີດນໍ້າມັນ ໃສ່ພວກຕໍາຫລວດ ທີ່​ໄດ້ຮັບມືກັບພວກປະທ້ວງ ດ້ວຍແກສນໍ້າຕາ.
ມີພວກປະທ້ວງປະມານ 100,000 ພາກັນ​ເດີນ​ຂະ​ບວນ​ໄປຕາມຖະໜົນຫົນ​ທາງໃນນະຄອນຫລວງ Athens ແລະ​ໃນ Thessaloniki ເມືອງໃຫຍ່ອັນ​ດັບສອງຂອງກຣິສ.

ມີຕຶກຢ່າງນ້ອຍ 10 ຫຼັງໄດ້ຖືກຈຸດໄຟເຜົາ ​ໃນ​ກຸງ Athens ຊຶ່ງຮວມທັງ ໂຮງຮູບເງົາ ​ຮ້ານກາເຟ ແລະທະນາຄານນໍາ.

ນາຍົກລັດຖະມົນຕີ Lucas Papademos ໄດ້ປະນາມ​ການ​ກໍ່ຄວາມຮຸນ
ແຮງນີ້ ວ່າ​ເປັນການກະທໍາທີ່ບໍ່ມີ ຢູ່​ໃນ​ລະບອບປະຊາທິປະໄຕ.

ພວກປະທ້ວງທັງຫຼາຍນັ້ນແມ່ນມີຫຼາກຫຼາຍ ຮວມທັງພວກຊາຍໜຸ່ມທີ່ໃສ່ໜ້າ
ກາກແລະແຖຫົວ ພວກຄອບຄົວ​ແລະຜູ້ເຖົ້າຜູ້ແກ່. ຊາວກຣິສຈໍານວນຫຼາຍ ກ່າວວ່າ ພວກເຂົາເຈົ້ານັ້ນໄດ້​ເສຍ​ສະລະມາຫຼາຍພໍແລ້ວ​ ​ໃນ​ຂະນະ​ທີ່ທາງ ລັດຖະບານພະຍາຍາມ​ດິ້ນຮົນ ​ເພື່ອ​ໃຫ້​ພົ້ນ​ຈາກໜີ້ສິນອັນ​ມະຫາສານ​ຂອງປະ
ເທດ ​ແລະ​ການລົ້ມລະລາຍນັ້ນ.

XS
SM
MD
LG