ແຜ່ນດີນໄຫວທີ່ມີຄວາມແຮງ 6.3 ຣິກເຕີ້ ໄດ້ເກີດຂຶ້ນໃນພາກຕາເວັນຕົກທີ່ ສອກຫຼີກ
ຫ່າງໄກຂອງຈີນ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງນ້ອຍ 17 ຄົນ.
ຫ້ອງການສໍາຫລວດທໍລະນີວິທະຍາດຂອງສະຫະລັດກ່າວວ່າ ແຜ່ນດີນໄຫວໄດ້ເກີດ
ຂຶ້ນໃນຕອນເຊົ້າວັນເສົາມື້ນີ້ ໃນພາກເໜືອຂອງເຂດ Xinjang ທີ່ເລິກລົງໄປຈາກໜ້າດິນ
18 ກິໂລແມັດ. ຫ້ອງການສໍາຫລວດທໍລະນີວິທະຍາດສະ ຫະລັດກ່າວວ່າ ຄວາມແຮງ
6.3 ຂອງແຜ່ນດີນໄຫວນີ້ ສາມາດສ້າງຄວາມເສຍຫາຍຮ້າຍແຮງໄດ້ ແຕ່ວ່າມັນໄດ້ເກີດ
ຂື້ນຢູ່ໃນຂົງເຂດ ທີ່ມີປະຊາຊົນຢູ່ຢ່າງກະຈັດກະຈາຍ ດ່ັງນັ້ນຄວາມເສຍຫາຍຈຶ່ງບໍ່ຮ້າຍ
ແຮງ.
ອົງການຂ່າວຊິນຫົວຂອງທາງການຈີນ ກ່າວວ່າ ສ່ວນໃຫ່ຍຂອງຜູ້ໄດ້ຮັບບາດເຈັບ
ແມ່ນພວກນັກທອງທ່ຽວ.
ນອກນັ້ນ ຍັງມີເຮືອນບາງຫລັງໄດ້ພັງລົງມາຢູ່ໃກ້ກັບຈຸດສູນກາງບ່ອນເກີດແຜ່ນດີນ
ໄຫວ ປະມານ 99 ກິໂລແມດ ຫ່າງຈາກເມືອງ Dushanzi ຂອງຈີນ ໄປ ທາງທິດໃຕ້.