ເຈົ້າໜ້າທີ່ຕໍາຫລວດຂອງລັດໂຄໂລຣາໂດ ກ່າວວ່າ ຢ່າງໜ້ອຍ 14 ຄົນໄດ້ຖືກ ຍິງຕາຍ
ແລະອີກປະມານ 50 ຄົນໄດ້ຮັບບາດເຈັບ ໃນການຍິງກັນທີ່ໂຮງຊິເນຫຼືໂຮງສາຍຮູບເງົາ
ແຫ່ງນຶ່ງ ໃນເຂດຊານເມືອງເດນເວີ.
ບັນດາເຈົ້າໜ້າທີ່ ກ່າວວ່າ ການສາຍຮູບເງົາຮອບທ່ຽງຄືນ ເປີດປະຖົມມະເລີກ ເລື້ອງ
“The Dark Knight Rises” ຊຶ່ງເປັນຮູບເງົາຫຼ້າສຸດກ່ຽວກັບມະນຸດຄັງຄາວຫຼື Batman
ຫາກໍ່ເລີ້ມຂຶ້ນໃນວັນສຸກມື້ນີ້ ທີ່ໂຮງຮູບເງົາ Century 16 ໃນເມືອງ Aurora ເວລາຜູ້ຊາຍ
ທີ່ໃສ່ໜ້າກາກຄົນນຶ່ງ ອອກໄປຢືນຢູ່ຕໍ່ໜ້າໂຮງຮູບເງົາ ຫັນໜ້າໄປຫາພວກຜູ້ເບິ່ງທີ່ແໜ້ນ
ໂຮງນັ້ນ ແກ່ວງລະເບີດນໍ້າຕາລູກນຶ່ງເຂົ້າໃສ່ ແລະກໍເລີ້ມຍິງແບບບໍ່ເລືອກໜ້າ. ຜູ້ເຫັນເຫດ
ການກ່າວວ່າ ລາວໄດ້ຍິງໃສ່ເດັກທາລົກຄົນນຶ່ງໃວນໄລຍະເຜົາຂົນ.
ຕໍາຫລວດກ່າວວ່າ ຕົນໄດ້ຈັບມືປືນຄົນນີ້ໄວ້ໃນທັນທີ ຊຶ່ງຜູ້ກ່ຽວມີປືນຍາວນຶ່ງ ກະບອກ
ແລະປືນສັ້ນອີກນຶ່ງກະບອກ. ຜູ້ບັນຊາການຕໍາຫລວດເມືອງ Aurora ທ່ານ Daniel Oates
ກ່າວຕໍ່ພວກນັກຂ່າວວ່າ ມີແຕ່ພຽງແຕ່ຄົນດຽວທີ່ເທົ່ານັ້ນທີ່ພົວພັນໃນເຫດການຄັ້ງນີ້ ຊຶ່ງ
ຕົງກັນຂ້າມກັບລາຍງານກ່ອນໜ້ານີ້ທີ່ວ່າອາດມີຜູ້ສົມຮູ້ຮ່ວມຄິດນຳດ້ວຍ.
ບັນດາເຈົ້າໜ້າທີ່ຕໍາຫລວດໄດ້ສົ່ງໜ່ວຍກວດຄົ້ນລະເບີດ ໄປຄົ້ນເບິ່ງໂຮງຮູບເງົາ ແລະເຮືອນ
ຂອງມືປືນ ທີ່ເມືອງ Aurora ເພື່ອຊອກຫາລະເບີດ.