ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ​ແຫ່ງ​ຄວາມ​ຊົງ​ຈໍາ ວັນ​ວິນາດ​ສະ​ກໍາ 9/11


ທຸກ​ຄົນ​ພາກັນ​ອອກ​ມາ​ໄຫວ້​ອາ​ໄລ ຄົບຮອບ 10 ປີ ຂອງ​ວັນ​ວິນາດສະ​ກໍາ
ທຸກ​ຄົນ​ພາກັນ​ອອກ​ມາ​ໄຫວ້​ອາ​ໄລ ຄົບຮອບ 10 ປີ ຂອງ​ວັນ​ວິນາດສະ​ກໍາ

ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ມື້ນີ້ ທ່ານຈະໄດ້ຮັບຟັງການສໍາພາດ ກັບ ທ່ານ ນິກອນ ອົງແກ້ວ ທີ່ເວົ້າເຖິງເຫດການທີ່ເກີດຂຶ້ນແລະຜົນກະທົບຈາກການໂຈມຕີ ຂອງພວກ Al-Qaida ຕໍ່ສະຫະລັດເມື່ອວັນທີ 11 ກັນຍານັ້ນ ຊຶ່ງວັນນະສອນຈະນໍາມາ ສະເໜີທ່ານໃນອັນດັບຕໍ່ໄປ.

ເຫຼືອ​ພຽງ​ແຕ່ 3 ວັນ​ເທົ່ານັ້ນ​ກໍ​ຈະ​ຮອດ​ວັນ​ທີ 11 ກັນຍາ​ຫຼື September 11 ທີ່​ທຸກໆ
ຄົນ​ເອີ້ນ​ກັນນັ້ນ ​ເພື່ອສະດຸດ​ດີ ​ແລະ​ໄຫວ້​ອາ​ໄລ ​ເຖິງ​ດວງ​ວິນ​ຍານ ຂອງ​ບັນດາ​ຜູ້​ເຄາະ
​ຮ້າຍ ເນື່ອ​ງ​ໃນ​ວັນ​ວິນາດສະ​ກໍາທີ່​ໄດ້​ເກີດ​ຂຶ້ນ 10 ປີ​ກ່ອນ​ນັ້ນ. ທາງລາຍການ​ຊີວິດ​ຊາວ
​ລາວໃນ​ຕ່າງ​ແດນ​ຂອງ VOA ຈຶ່ງ​ຢາກ​ຈະ​ນໍາ​ສະ​ເໜີ​ເລື່ອງ​ລາວ​ໃນ​ອະດີດ ​ທີ່​ໜ້າ​ສົນ​ໃຈ,
ໜ້າຮຽນຮູ້​ແລະ​ສຶກສາ​ຈາກ​ປະສົບ​ການ​ຂອງ​ຄົນ​ລາວ ​ທີ່​ໄດ້​ປະສົບ​ກັບ​ເຫດ​ຮ້າຍ​ເຫຼົ່າ​ນີ້​ມາ ສະ​ເໜີ​ທ່ານ.

ເຊົ້າ​ຂອງ​ວັນ 11 ກັນຍາ​ໄດ້​ໄດ້​ມີ​ເຮືອບິນ ສາຍ​ການບິນ United Airline ແລະ ສາຍ
ການບິນ American Airlines ​ສອງລໍາ ໄດ້ບິນ​ມຸ້ງເຂົ້າຕໍາ​ຕຶກ​ແຝດ​ ຫຼື Twin Tower
ສູນກາງຄ້າໂລກຫຼື World Trade Center ໃນນະຄອນ New York ໃນເວລາໄລ່ເລ່ຍ
ກັນຄື ປະມານ 8:45 ແລະຫຼັງ 9 ເຊົ້າໜ້ອຍນຶ່ງ​ ຫຼັງຈາກໄດ້ມີໄຟໄໝ້ຢູ່ຕຶກແລ້ວ ອີກບໍ່
ດົນ ຕຶກທັງສອງຫຼັງກໍພັງທະລາຍລົງ ເຮັດໃຫ້ມີຜູ້ເສຍຊີວິດ 2, 753 ຄົນ.

ໃນຂະນະທີ່ສົນລະວົນ, ສັບສົນ, ງົງງັນກັນໃນເຫດການເຮືອບິນຕໍາຕຶກແລ້ວ ໃນເວລາ
ທີ່ໃກ້ຄຽງກັນ ທ່ຽວບິນ 77 ຂອງອະເມຣິກັນ ແອລາຍ​ ກໍໄດ້ບິນ ເຂົ້າຕໍາທໍານຽບຫ້າແຈ
ຫຼື Pantagon ແລະລໍາທີ 4 United Airlines ທ້ຽວບິນ​ 93 ກໍໄດ້ຕົກໃສ່ພື້ນດິນ ທີ່
ເມືອງ Shanksville, Pennsylvania ໃນເວລາ 10:03 ຕອນເຊົ້າ​ ຊຶ່ງຈິງໆແລ້ວ ເຮືອບິນ
ລໍາດັ່ງກ່າວແມ່ນໄດ້ແນ່ເປົ້າໝາຍ ໃສ່ລັດຖະສະພາ ຫຼືບໍ່ ກໍທໍານຽບຂາວ ແຕ່ຖືກພວກຜູ້
ໂດຍສານຊ່ອຍກັນ ​ສະກັດກັ້ນໄວ້ໂດຍພາກັນບຸກເຂົ້າໄປ​ໃນຫ້ອງນັກບິນ ຈົນພາໃຫ້ເຮືອ
ບິນຕົກລົງໃສ່ພື້ນດິນໃນທີ່ສຸດ.

ມື້ນີ້ທາງລາຍການບີວິດຊາວລາວໃນຕ່າງແດນ ໄດ້ສໍາພາດກັບ ນິກອນ ອົງ​ແກ້ວ ນັກ
ທຸລະກິດ ເຈົ້າຂອງຮ້ານອາຫານລາວ ເອເຊຍທີ່ມີຊື່ວ່າ "Manger Avec Moi," ທີ່
ຕັ້ງຢູ່ຫ່າງຈາກຕຶກ World Trade Center ພຽງແຕ່ 2-3 ຮ່ອມເທົ່ານັ້ນ ຊຶ່ງລາວໄດ້
ໂອ້ລົມສູ່ຟັງດັ່ງນີ້:

/ການ​ສໍາພາດ/

ໜ້າຮ້ານອາຫານ Mangez Avec Moi ທີ່ນະຄອນນິວຢອກ
ໜ້າຮ້ານອາຫານ Mangez Avec Moi ທີ່ນະຄອນນິວຢອກ

ເຖິງແມ່ນວ່າ ການເວລາຈະລ່ວງ
ເລີຍມານານເປັນສິບປີແລ້ວກໍ
ຕາມ ແຕ່ພວກເຮົາທຸກຄົນກໍຍັງ
ອົດອ່ອນໄຫວບໍ່ໄດ້ ທີ່ຈະຈົດຈໍາ
ວັນວິນາດສະກໍາມື້ນັ້ນໄດ້ເປັນ
ຢ່າງດີ. ຜົນຮ້າຍກໍຄືສູນເສຍຜູ້
ຄົນໄປສາມພັນກ່ວາຄົນ ຊຶ່ງ
ພວກທີ່ເຄາະຮ້າຍ ມີໂຮມທັງ
ນັກດັບເພິງ, ຕໍາຫຼວດ, ແລະ
ຫຼາຍໆບຸກຄົນທີ່ເຂົ້າໄປຊ່ອຍ
ກູ້ໄພນໍາ. ຜົນດີທີ່ຕາມມາຈາກ
ເຫດຮ້າຍຄັ້ງນີ້ ໜ້າຈະແມ່ນການ
ມີຄວາມຕື່ນຕົວ, ຮອບຄອບ ລະມັດລະວັງ ແລະກໍທໍາໃຫ້ສະຫະລັດມີຄວາມລະວັງຕົວ
ຫຼາຍຂຶ້ນ ແລະສຶກສາ ເຈາະເລິກເພື່ອນໍາເອົາພວກທີ່ກ່ຽວຂ້ອງມາຮັບໂທດໃຫ້ໄດ້, ໄດ້
ຮຽນຮູ້ກຸ່ມກໍ່ການຮ້າຍ al-Qaida ແລະໃນທີ່ສຸດ ສະຫະລັດກໍສາມາດສັງຫານຫົວໜ້າ
ກໍ່ການຮ້າຍ Osama bin Laden ໄດ້ ໃນເດືອນພຶດສະພາ ປີນີ້.

ຊາວອະເມຣິກັນ ໂດຍສະເພາະ ໃນ New York ນັ້ນແມ່ນເຫັນອົກເຫັນໃຈ ເອົາໃຈໃສ່ ຊ່ວຍເຫຼືອຊຶ່ງກັນແລະກັນເພີ່ມຂຶ້ນ ແລະສະຖານທີ່ບ່ອນເກີດເຫດ ທີ່ເອີ້ນວ່າ Ground
Zero ກໍ​ຈະ​ໄດ້​ຈັດ​ສ້າງ​ໃຫ້​ເປັນ​ສວນສາທາລະນະ​ ຫຼື ສະຖານ​ທີ່​ໄ​ວ້ອາ​ໄລ​ເຖິງ​ດວງ​ວິນ​
ຍານ​ຜູ້​ເຄາະ​ຮ້າຍ​ໃນ​ເຫດການ 9/11 ນີ້.

ອາທິດ​ໜ້າ ​ທາງ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ກໍ​ຈະ​ນໍາ​ເອົາ​ປະສົບ​ການ​ຂອງ
ຄົນ​ລາວ​ອະ​ເມຣິກັນ​ອື່ນໆ​ມາ​ສະ​ເໜີ​ທ່ານ​ຜູ້​ຟັງ​ອີກ. ກະລຸນາ​ຄອຍ​ຕິດຕາມ​ຮັບ​ຟັງ.

XS
SM
MD
LG