ຝົນຕົກໜັກຢູ່ໃນເຂດນະຄອນຫຼວງມະນີລາຂອງຟິລິບປີນພາໃຫ້ເກີດໄພນໍ້າຖ້ວມເຄິ່ງເມືອງ ພ້ອມທັງດິນເຈື່ອນລົງມາທັບຢ່າງຮ້າຍແຮງ ແລະເຮັດໃຫ້ປະຊາຊົນ ຫຼາຍກວ່າ 250,000 ຄົນຕ້ອງໄດ້ອົບພະຍົບຈາກເຮືອນຊານຂອງພວກເຂົາເຈົ້າ.
ຝົນຕົກແຮງໃນລະດູລົມ monsoon ດັ່ງກ່າວເຮັດໃຫ້ບາງເຂດໃນນະຄອນຫຼວງມະນີລາເກີດນໍ້າຖ້ວມສູງເຖິງຄໍບ່ອນທີ່ປະຊາຊົນໄດ້ພາກັນຂຶ້ນເຮືອກູ້ໄພຫຼົບໜີໃນຂະນະທີ່ອີກຈຳນວນນຶ່ງ ພາກັນນັ່ງເບິ່ງຈາກເທິງຫຼັງຄາເຮືອນ.
ດິນເຈື່ອນໃນເຂດຊານເມືອງກໍ້າເໜືອຂອງກຸງມະນີລາ ໄດ້ເຮັດໃຫ້ມີຢ່າງນ້ອຍ 8 ຄົນເສຍຊີວິດ.
ເຂດນະຄອນຫຼວງຂອງຟີລິບປິນ ໄດ້ມີຝົນຕົກໜັກເລີ້ມມາແຕ່ອາທິດແລ້ວເວລາລົມພາຍຸ
ເສົາຫລາພັດເຂົ້າຖະຫຼົ່ມຊຶ່ງເຮັດໃຫ້ຫຼາຍກວ່າ 50 ຄົນໄດ້ເສຍຊີວິດໃນຮອບອາທິດຜ່ານມາ.
ນໍ້າຖ້ວມຄັ້ງນີ້ ແມ່ນຮ້າຍແຮງສຸດໃນຟີລິບປິນ ທີ່ເຄີຍພົບເຫັນມາໃນຮອບ 3 ປີ ແລະພວກນັກພະຍາກອນອາກາດຄາດວ່າ ຝົນຍັງຈະສືບຕໍ່ຕົກລົງມາອີກຈົນຮອດວັນພຸດມື້ອື່ນນີ້.