ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທະຫານ ສະຫະລັດ ຊ່ວຍປ່ອຍພະນັກງານ ທີ່ຖືກລັກພາຕົວ ຢູ່ໂຊມາເລຍ


​ນາງ Jessica Buchanan ແລະນາຍ Poul Hagen Thisted ສອງໂຕປະກັນທີ່ທະຫານ Navy SEALS ຂອງສະຫະລັດ ເຂົ້າໄປຊ່ວຍປົດປ່ອຍ ຈາກພວກຄົນຮ້າຍທີ່ໂຊມາເລຍ, ວັນທີ 24 ມັງກອນ 2012.
​ນາງ Jessica Buchanan ແລະນາຍ Poul Hagen Thisted ສອງໂຕປະກັນທີ່ທະຫານ Navy SEALS ຂອງສະຫະລັດ ເຂົ້າໄປຊ່ວຍປົດປ່ອຍ ຈາກພວກຄົນຮ້າຍທີ່ໂຊມາເລຍ, ວັນທີ 24 ມັງກອນ 2012.

ການ​ປະຕິບັດ​ງານ​ຂອງທະຫານ​ສະຫະລັດ ​ໄດ້​ຊ່ວຍ​ປົດ​ປ່ອຍ​ພະນັກ​ງານຊ່ວຍ​ເຫລືອ​ ຊຶ່ງ​ເປັນ
ຜູ້ຍິງອະ​ເມຣິກັນ​ນຶ່ງ​ຄົນ ​ແລະຜູ້​ຊາຍຊາວ​ເດັນ​ມາກ​ນຶ່ງ​ຄົນ ທີ່​ໄດ້​ຖືກພວກ​ມື​ປືນລັກ​ພາ​ຕົວໄປ
ຫວ່າງ​ສາມ​ເດືອນ​ກ່ອນ​ຢູ່​ພາກ​ກາງຂອງໂຊ​ມາ​ເລຍ.

ສະພາ​ຊ່ວຍ​ເຫລືອ​ອົບ​ພະ​ຍົບຂອງ​ເດັນ​ມາກ ກ່າວ​ວ່າ ​ນາງ Jessica Buchanan ແລະ
ນາຍ Poul Hagen Thisted ​ໄດ້​ຖືກຊ່ວຍອອກ​ມາ​ໄດ້ ໃນ​ຕອນ​ເຊົ້າ​ຂອງ​ວັນ​ພຸດ​ມື້​ນີ້ ​ໃນ
ລະຫວ່າງ​ການປະ​ຕິ​ບັດ​ງານທາງ​ທະຫານທີ່​ໂຊ​ມາ​ເລຍ. ອົງການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະ
ທໍາດັ່ງກ່າວເວົ້າວ່າ ທັງ​ສອງ​ຄົນ​ໄດ້​ຖືກ​ຊ່ວຍ​ໃຫ້ເປັນ​ອິດ​ສະລະ​ ​ໂດຍບໍ່​ໄດ້​ຮັບ​ບາດ​ເຈັບ​ໃດໆ ​
ແລະ​ປັດ​ຈຸ​ບັນ​ນີ້ ​ຢູ່ໃນບ່ອນທີ່ປອດ​ໄພ.

ເຈົ້າ​ໜ້າ​ທີ ໂຊ​ມາ​ເລຍ​ກ່າວ​ວ່າ ​ເຮືອບິນ​ເຮ​ລີ​ຄອບ​ເຕີ ຂອງ​ສະຫະລັດ ​ໄດ້ບຸກ​ເຂົ້າ​ໄປ​ຊ່ວຍ
ພາຍ​ໃຕ້​ເງົາ​ຂອງຄວາ​ມມືດ. ​ເຂົາ​ເຈົ້າ​ກ່າວ​ອີກ​ວ່າ ​ໄດ້​ມີ​ການ​ຍິງ​ປືນ​ຕໍ່ສູ້​ກັນ ​ແລະພວກຄົນ
ຮ້າຍຢ່າງໜ້ອຍ​ເກົ້າ​ຄົນໄດ້ຖືກ​ຂ້າ​ຕາຍ.

ເຈົ້າໜ້າ​ທີ​ທ​ະຫານ​ຂອງ ສະຫະລັດ ປະຕິ​ເສດທີ່​ຈະໃຫ້ການ​ຢັ້ງຢືນ​ໃນ​ເລື້ອງ​ດັ່ງ​ກ່າວນີ້ ​ເຖິງ
ແມ່ນ​ເຈົ້າ​ໜ້າ​ທີ​ຮັກສາຄວາມ​ປອດ​ໄພ​ຂອງ​ຕາວັນ​ຕົກຫລາຍ​ຄົນກ່າ​ວວ່າ​ ແມ່ນ​ກໍາລັງຂອງ​ສະ
ຫະລັດ ທີ່ປະຕິບັດ​ການ​ຊ່ວຍ​ເຫລືອ​ດັ່ງກ່າວ.

ປະທານາທິບໍດີ ໂອບາມາ ກັບພັນລະຍາ ທ່ານນາງມີແຊລ ໂອບາມາ ໂທລະສັບໄປສະແດງຄວາມດີໃຈ ກັບພໍ່ຂອງນາງ Jessica Buchanan ຢູ່ທໍານຽບຂາວ ຫລັງຈາກກ່າວຄໍາປາໄສຕໍ່ລັດຖະສະພາ, ຄືນວັນອັງຄານ ທີ 24 ມັງກອນ 2012. (AP Photo/Pete Souza, White House)
ປະທານາທິບໍດີ ໂອບາມາ ກັບພັນລະຍາ ທ່ານນາງມີແຊລ ໂອບາມາ ໂທລະສັບໄປສະແດງຄວາມດີໃຈ ກັບພໍ່ຂອງນາງ Jessica Buchanan ຢູ່ທໍານຽບຂາວ ຫລັງຈາກກ່າວຄໍາປາໄສຕໍ່ລັດຖະສະພາ, ຄືນວັນອັງຄານ ທີ 24 ມັງກອນ 2012. (AP Photo/Pete Souza, White House)

ກ່ອນໜ້າ​ກ່າວ​ຄໍາ​ປາໃສ​ຕໍ່​ລັດຖະ
ສະພາ​ໃນຄືນ​ວັນອັງຄານນັ້ນ ຜູ້
​ຊົມ​ໂທລະພາບ​ໄດ້​ຍິນສຽງປະທາ
ນາທິບໍດີ ບາຣັກ ​ໂອ​ບາ​ມາ ​ດັງ​
ອອກ​ມາ​ທາງ​ໄມ​ໂກຣ​ໂຟນຂອງ​
ໂທລະ​ພາບ ກ່າວ​ຊົມເຊີຍລັດຖະ
ມົນ​ຕີ​ກະ​ຊ່ວງ​ປ້ອງ​ກັນປະ​ເທດ
ທ່ານ Leon Panetta ສໍາລັບ
​ອັນ​ທີ່​ຄົງ​ຈະ​ແມ່ນຜົນ​ສໍາ​ເລັດ​ຂອງ
​ການ​ປະຕິບັດ​ງານກູ້​ຊີວິດ​ທີ່​ໂຊ​ມາ​ເລຍ​ນັ້ນ.

ທັງ​ສອງ​ຄົນ Buchanan ​ແລະ
Thisted ​ເຮັດ​ວຽກໃຫ້​ແກ່ອົງ
ການ​ເກັບ​ກູ້​ລະ​ເບີດ Danish
Demining Group ຂອງ​ເດັນ
​ມາກ ຊຶ່ງ​ເປັນໜ່ວຍ​ງານ​ນຶ່ງ​
ຂອງອົງການ Danish
Refugee Council ທີ່​ຊ່ວຍ​ເຫລືອ​ໃນການກູ້​ລະ​ເບີດ​ຝັງ​ດີ​ນ ​ແລະລະ​ເບີດ​ຕ່າງໆ​ທີ່​ຢູ່​ໃນ​ຂົງ
ເຂດທີ່​ມີ​ການສູ້​ລົບກັນ​ໃນອາ​ຟຣິກາແລະພາກຕາ​ເວັນ​ອອກ​ກາງ. ທັງ​ສອງ​ຄົນໄດ້ຖືກ​ລັກ​ພາ​
ຕົວ​ໄປ ​ໃນເດືອນຕຸລາ​ຂະນະ​ທີ່​ເຂົາ​ເຈົ້າ​ກໍາ​ລັງພາກັນ​ເດີນທາງ​ໄປ​ສະໜາມ​ບິນຢູ່​ເມືອງ
Galkayo ​ໃນພາກ​ກາງຂອງ​ໂຊ​ມາ​ເລຍ ​.

XS
SM
MD
LG