ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Leon Panetta ໄດ້ກ່າວຢໍ້າເລື້ອຍໆ ກ່ຽວກັບຄວາມຢ້ານກົວຂອງທ່ານທີ່ວ່າການຕັດງົບປະມານຂອງທຳນຽບຫ້າແຈຈະບັງຄັບໃຫ້
ມີການຕັດວຽກການໃນຕຳແໜ່ງຕ່າງໆຂອງພົນລະເຮືອນແລະການຕັດກຳລັງພາກພື້ນດິນລົງ
ຢ່າງເປັນປະວັດການ.
ສະມາຊິກລັດຖະສະພາບາງທ່ານໄດ້ໃຫ້ຄຳໝັ້ນສັນຍາໄປແລ້ວວ່າຈະຊອກຫາຊ່ອງທາງເພື່ອ
ຫຼີກລ່ຽງ ບໍ່ໃຫ້ມີການຕັດງົບປະມານລົງໂດຍອັດຕະໂນມັດ ແຕ່ປະທານາທິບໍດີບາຣັກໂອບາ
ມາກ່າວໃນຕອນແລງຂອງມື້ວັນຈັນ ຜ່ານມານີ້ວ່າ ທ່ານຈະໃຊ້ສິດຢັບຢັ້ງ ຫຼືວີໂຕ້ ຕໍ່ຮ່າງກົດ
ໝາຍໃດໆກໍຕາມ ທີ່ແນໃສ່ເພື່ອຫາທາງຫຼີກລ່ຽງບໍ່ໃຫ້ມີການຕັດງົບປະມານ ຖ້າຫາກວ່າບໍ່ມີ
ແຜນການບັງຄັບໃຫ້ຕັດການຂາດດຸນງົບປະມານລົງນັ້ນ.
ການຕັດງົບປະມານແບບອັດຕະໂນມັດນີ້ ອາດສາມາດມີຜົນກະທົບຢ່າງໜັກຕໍ່ບັນດາອົງການ ທີ່ກາງຕໍ່ອາໄສນຳເງິນທຶນຂອງລັດຖະບານສະຫະລັດ ເພື່ອໃຫ້ການຊ່ອຍເຫຼືອແກ່ຕ່າງປະເທດ
ຫຼັງຈາກທີ່ໄດ້ພະຍາຍາມຢ່າງລໍາບາກ ມາເປັນເວລາຫຼາຍໆປີ ໃນການສະໜອງການບໍລິການ
ຂອງຕົນທ່າມກາງສະພາບເສດຖະກິດໂລກທີ່ອ່ອນແອນັ້ນ. ນາງ Katie Porter ຮອງຜູ້ອຳ
ນວຍການຝ່າຍຄວາມສຳພັນກັບລັດຖະບານ ຂອງອົງການຊ່ອຍເຫຼືອ CARE ເວົ້າວ່າ ການ
ຕັດງົບປະມານດັ່ງກ່າວຈະມີຜົນກະທົບຢ່າງເລິກເຊິ່ງຕໍ່ການປະຕິບັດງານຂອງອົງການ CARE
ໃນເຂດ Horn of Africa ຫຼືເຂດແຫຼມຕາເວັນອອກຂອງອາຟຣິກາບ່ອນທີ່ອົງການ CARE ພວມໃຫ້ການຊ່ອຍເຫຼືອແກ່ພວກອົບພະຍົບທີ່ຫຼົບໜີຄວາມຮຸນແຮງແລະໄພອຶດຢາກນັ້ນ.
ນາງ Porter ເວົ້າວ່າ “ເວລາທ່ານຄິດກ່ຽວກັບການຕັດລົງປະມານ 20% ຫຼືຫຼາຍ
ກວ່ານັ້ນ ໃນຈໍານວນເງິນຊ່ອຍເຫຼືອທີ່ບໍ່ແມ່ນສໍາລັບແຕ່ການຊ່ອຍເຫຼືອໃນດ້ານອາ
ຫານສຸກເສີນທໍ່ນັ້ນ ແຕ່ດ້ານການພັດທະນານໍາ ຊຶ່ງເປັນເຄື່ອງມື ທີ່ພວກເຮົານໍາ
ໃຊ້ເພື່ອຊ່ອຍຜູ້ຄົນກະກຽມສຳລັບໄພພິບັດໃນອະນາຄົດນັ້ນແລ້ວ ທ່ານກໍຈະເຫັນ
ໄດ້ວ່າ ມັນຈະມີ ຜົນກະທົບຢ່າງໃຫຍ່ຫຼວງຕໍ່ຜູ້ຄົນຫຼາຍກວ່ານຶ່ງລ້ານຄົນ ທີ່ພວກ
ເຮົາພວມໃຫ້ການບໍລິການຢູ່ໃນເວລານີ້.”
ນາງ Marianne Rowden ປະທານແລະຫົວໜ້າບໍລິຫານຂອງສະມາຄົມຜູ້ນຳເຂົ້າແລະສົ່ງ
ອອກຂອງສະຫະລັດກ່າວວ່າການຕັດງົບປະມານດັ່ງກ່າວ ຍັງຈະມີຜົນກະທົບທີ່ສຳຄັນຕໍ່ການ ຄ້າກັບຕ່າງປະເທດນຳດ້ວຍ. ນາງເວົ້າອີກວ່າ ຍັງຈະຕ້ອງໄດ້ລໍຖ້າເບິ່ງກັນຕໍ່ໄປຢູ່ວ່າພະແນກ ຄວບຄຸມຊາຍແດນຂອງລັດຖະບານກາງ ຈະໄດ້ຮັບຜົນກະທົບ ຫຼືບໍ່ຈາກການຕັດງົບປະມານ
ທີ່ວ່ານີ້ ຫຼືວ່າໃນຖານະທີ່ເປັນພາກສ່ວນນຶ່ງຂອງກະຊວງຮັກສາຄວາມປອດໄພພາຍໃນຂອງ
ສະຫະລັດນັ້ນ ຈະຖືກຍົກເວັ້ນ ພາຍໃຕ້ຂໍ້ກຳນົດ ທີ່ໃຫ້ການປົກປ້ອງຄຸ້ມຄອງພະແນກການ
ຕ່າງໆທີ່ຮັບຜິດຊອບເລື່ອງຄວາມໝັ້ນຄົງແຫ່ງຊາດ.
ນາງເວົ້າວ່າ ອົງການຄຸ້ມຄອງອາຫານແລະຢາຂອງສະຫະລັດກໍອາດສະແດງ ປະຕິກິລິຍາຕໍ່
ການຕັດງົບປະມານກ່ຽວກັບລະບຽບການນຳເຂົ້າແລະສົ່ງອອກສິນຄ້າໂດຍເກັບຄ່າທຳນຽມ
ຈາກບໍລິສັດສົ່ງອອກ ແລະນຳເຂົ້າ ເປັນຄ່າບໍລິການ. ແຕ່ນາງເວົ້າວ່າ ນາງເຊື່ອວ່າຜົນກະທົບ
ຈາກການຕັດງົບປະມານໂດຍອັດຕະໂນມັດນີ້ ໂດຍທົ່ວໄປແລ້ວແມ່ນຈະເປັນໄປໃນທາງລົບ.
ນາງ Rowden ເວົ້າວ່າ “ຂ້າພະເຈົ້າຄິດວ່າ ຜົນການຕັດງົບປະມານໂດຍອັດຕະໂນ
ມັດນີ້ ເຖິງແມ່ນຂ້າພະເຈົ້າຈະເຂົ້າໃຈດີວ່າ ມັນມາຈາກໃສກໍຕາມ ແຕ່ຖ້າຫາກວ່າ
ພວກນັກການເມືອງ ບໍ່ສາມາດຜ່ອນສັ້ນຜ່ອນຍາວແລ້ວທຸກໆຄົນກໍຕ້ອງໄດ້ເສຍສະ
ລະ.”
ນາງ Britney Nystrom ຜູ້ອຳນວຍການດ້ານນະໂຍບາຍແລະກິດຈະການທາງກົດໝາຍ
ຂອງກຸ່ມສະພາວ່າດ້ວຍຄົນເຂົ້າເມືອງແຫ່ງຊາດກ່າວວ່າ ວິກິດການທີ່ວ່ານີ້ ອາດຈະຕັດເງິນ
ທີ່ຈໍາເປັນແລະຕ້ອງການທີ່ສຸດນັ້ນ ລົງຈາກໂຄງການຕ່າງໆ ທີ່ປະສົບກັບຄວາມເດືອດຮ້ອນ
ຢູ່ແລ້ວ. ແຕ່ໃນອີກດ້ານນຶ່ງນັ້ນ ນາງເວົ້າວ່າ ການຕັດງົບປະມານໂດຍອັດຕະໂນມັດນີ້ອາດ
ຈະຊຸກຍູ້ໃຫ້ມີການຕັດການໃຊ້ຈ່າຍທີ່ໜ້າຍິນດີລົງ ໃນໂຄງການຕ່າງໆທີ່ພົວພັນກັບເລື່ອງຄົນ
ເຂົ້າເມືອງທີ່ນາງເວົ້າວ່າໄດ້ ຮັບເງິນຫຼາຍກວ່າທີ່ຕ້ອງການຢູ່ແລ້ວນັ້ນ.
ນາງ Nystrom ເວົ້າວ່າ “ໃນທັດສະນະຂອງຂ້າພະເຈົ້ານັ້ນທີ່ຈິງແລ້ວຍັງມີຫຼາຍໆ ບ່ອນທີ່ອາດຈະໄດ້ຮັບຜົນປະໂຫຍດ ຈາກການຊັ່ງຊາຕີລາຄາຄືນໃໝ່ກ່ຽວກັບສິ່ງ
ທີ່ພວກເຮົາໄດ້ຮັບຈາກເງິນທີ່ພວກເຮົາໃຊ້ຈ່າຍໄປນັ້ນ.”
ນາງ Nystrom ກ່າວວ່າການປະຢັດເງິນກ້ອນໃຫຍ່ອາດສາມາດເຮັດໄດ້ໂດຍການປະຕິຮູບ ລະບົບຄຸມຂັງຂອງພະແນກຄົນເຂົ້າເມືອງ. ນາງເວົ້າວ່າ ລະບົບດັ່ງກ່າວສາມາດຫຼຸດຜ່ອນລົງ
ໄດ້ຢ່າງຫຼວງຫຼາຍ ຜູ້ຄົນຈຳນວນ 400,000 ຄົນທີ່ຖືກກັກຂັງໃນແຕ່ລະປີນັ້ນໂດຍຄຸມຂັງແຕ່
ພວກທີ່ອາດຈະຫຼົບໜີທໍ່ນັ້ນ ບໍ່ແມ່ນຜູ້ທີ່ເຄົາລົບນັບຖືກົດໝາຍ.
ໃນໄລຍະ 13 ເດືອນຕໍ່ໜ້າ ຄືແຕ່ດຽວນີ້ໄປຫາເວລາທີ່ການຕັດງົບປະມານເລີ່ມມີຜົນບັງຄັບ
ໃຊ້ນັ້ນ ລັດຖະສະພາສະຫະລັດກໍອາດຈະສາມາດຕົກລົງກັນໄດ້ ຢູ່ກ່ຽວກັບແຜນການທີ່ປະຕິ
ບັດໄດ້ ເພື່ອຫຼຸດການຂາດດຸນງົບປະມານ 1,200 ຕື້ໂດລາລົງຕາມທີ່ມີກົດໝາຍບັງຄັບເພື່ອ ຫຼີກລ່ຽງບໍ່ໃຫ້ມີການຕັດງົບປະມານ ແບບອັດຕະໂນມັດນັ້ນ. ໃນມື້ວັນຈັນຜ່ານມານີ້ ປະທາ
ນາທິບໍດີໂອບາມາໄດ້ສະແດງຄວາມຫວັງອອກມາວ່າ ເລື່ອງດັ່ງກ່າວຈະເກີດຂຶ້ນໄດ້ ແຕ່ວ່າ
ໃນປັດຈຸບັນນີ້ຄວາມບໍ່ແນ່ນອນແມ່ນຍັງຄອບງຳກຸງວໍຊິງຕັນຢູ່.