ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ຕັນທາງເຂົ້າທ່າເຮືອ ໃນເຂດຝັ່ງຕາເວັນຕົກ ຂອງສະຫະລັດ ແລະການາດາ (ເບິ່ງສະໄລດ໌)


ພວກປະທ້ວງ Occupy ກໍາລັງປະທ້ວງທ່າເຮືອສໍາຄັນແຫ່ງຕ່າງໆ ທາງ ຝັ່ງຕາເວັນຕົກສະຫະລັດ ແລະການາດາ
ພວກປະທ້ວງ Occupy ກໍາລັງປະທ້ວງທ່າເຮືອສໍາຄັນແຫ່ງຕ່າງໆ ທາງ ຝັ່ງຕາເວັນຕົກສະຫະລັດ ແລະການາດາ

ພວກ​ປະ​ທ້ວງຕໍ່ຕ້ານວອລສຕຣີທ ຫລື Anti-Wall Street ​ໄດ້​ພາກັນ​ຕັນ​ປະຕູ​ຂອງ​ທ່າ
ເຮືອ​ບາງ​ແຫ່ງ ທີ່​ມີກຳປັ່ນເຂົ້າຈອດຫຼາຍ​ທີ່​ສຸດ ​ໃນເຂດຝັ່ງ​ຕາເວັນຕົກ​ໃນ​ສະຫະລັດ​ແລະ
ກາ​ນາ​ດາ ອັນ​ເປັນ​ພາກສ່ວນ​ຂອງ​ການ​ເຄຶ່ອນໄຫວ​ປະທ້ວງເປັນ​ເວລາດົນ​ເກືອບ​ສາມ​ເດືອນ
ເພື່ອ​ຕໍ່ຕ້ານ​ໃນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ຄວາມໂລບ​ມາກ​ຂອງພວກ​ບໍລິສັດ​ໃຫຍ່.

ການ​ປະ​ທ້ວງ​ຫລາຍ​ບັ້ນ​ຂອງ​ວັນ​ຈັນ​ວານ​ນີ້ ​ໄດ້​ເປັ​ນ​ເຫດ​ໃຫ້​ມີການປິດ​ການ​ປະຕິບັດ​ການ
ບາງ​ພາກສ່ວນ​ລົງ ​ທີ່​ທ່າ​ເຮືອ​ບາງແຫ່ງ​ໃນ​ເມືອງ Oakland ລັດ California ​ແລະ​ເມືອງ
Portland ລັດ Oregon.

ການ​ເດີນ​ຂະ​ບວນປະ​ທ້ວງ​ທໍານອງ​ດຽວ​ກັນ ​ກໍມີຂຶ້ນທີ່​ເມືອ Anchorage ລັດ​ອາ​ລາສກ້າ
ເມືອງ Los Angeles ​ແລະ San Diego ລັດ California ​ແລະ​ເມືອງ​ຊີ​ອາດ​ເຕີ້​ລ ລັດ​ວໍ
ຊິງ​ຕັນ. ພ້ອມ​ດ້ວຍ​ເມືອ​ງ ​ແວນ​ຄູເວີ ຂອງ​ກາ​ນາ​ດາ​ນັ້ນ​ນໍາ.

ພວກ​ເຈົ້າໜ້າ​ທີ່​ປະ​ຈໍາ​ທ່າ​ເຮືອ​ແຊນ​ດິ​ເອ​ໂກ ກ່າວ​ວ່າ ການ​ປະ​ທ້ວງ ແມ່ນ ​ເຮັດ​ໃຫ້​ມີ​ຜົນກະ
ທົບ​ຕໍ່​ທຸລະ​ກິດ​ໜ້ອຍ​ນຶ່ງ ​ແຕ່​ກໍ​ຍັງ​ຜົນ​ໃຫ້​ພວກ​ປະ​ທ້ວງ Occupy ສີ່​ຄົນ​ຖືກ​ຈັບ​ກຸມ.

ພວກ​ເດີນ​ຂະ​ບວນປະ​ທ້ວງ​ທີ່​ເອີ້ນ​ວ່າ Wall Street on the Waterfront ​ແລະ​ກໍາລັງ​
ແນ​ເປົ້າໝາຍ​ໃສ່​ບໍລິສັດ SSA Marine ບໍລິ ສັດ​ຂົນ​ສົ່ງ​ທີ່​ເປັນ​ເຈົ້າຂອງ​ສ່ວນ​ນຶ່ງ​ໂດຍ​ທະ​ນາ
ຄາ​ນການ​ລົ​ງທຶນ Goldman Sachs. ພວກ​ປະ​ທ້ວງ​ໄດ້​ກ່າວ​ຫາ​ບໍລິສັດ​ດັ່ງກ່າວ​ວ່າ​ຊົມ​ໃຊ້
ແຮງ​ງານ​ບໍ່​ຍຸຕິ​ທໍາ ​ແລະ​ທັບ​ມ້າງ​ສະຫະພັນ​ແຮງ​ງານ.

ປົກກະຕິ​ແລ້ວ ບໍລິສັດ Goldman Sachs ຈະ​ຕົກ​ເປັນ​ເປົ້າໝາຍ​ຂອງການ​ປຸກລະດົມ​
ຕໍ່ຕ້ານວອລສະຕຣີທ ຫລື Anti-Wall Street ນັ້ນ.

XS
SM
MD
LG