ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະມັກປະທານາທິບໍດີ ຂອງພັກຣີພັບບລິກັນ ໂຕ້ວາທີກັນຄັ້ງໃໝ່ (ເບິ່ງວີດີໂອແລະສະໄລດ໌)


ຜູ້ສະມັກປະທານາທິບໍດີ ຂອງພັກຣີພັບບລິກັນ ໂຕ້ວາທີກັນຄັ້ງໃໝ່ (ເບິ່ງວີດີໂອແລະສະໄລດ໌)
ຜູ້ສະມັກປະທານາທິບໍດີ ຂອງພັກຣີພັບບລິກັນ ໂຕ້ວາທີກັນຄັ້ງໃໝ່ (ເບິ່ງວີດີໂອແລະສະໄລດ໌)

ພວກ​ສະໝັກ​ຫວັງ​ເປັນ​ປະທານາທິບໍດີ​ສະຫະລັດ ຂອງພັກຣີພັບ​ບລິ​ກັນ ​ໄດ້ອະພິປາຍກັນ
ອີກ​ຮອບ​ນຶ່ງ​ ເຖິງ​ວິທີການ​ຮັບມືກັບ​ປາ​ກີ​ສຖານ ອັຟກາ​ນີສຖານ ​ແລະໂຄງການນີວ​ເຄລຍ
ຂອງ​ອິຣ່ານ​ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ໃນຕອນແລງຂອງວັນອັງຄານ​ວານນີ້ ​ໃນ​ການ​ໂຕ້
ວາທີຄັ້ງ​ລ່າ​ສຸດ​ທາງ​ທີ​ວີຂອງພວກທ່ານ.

ຕໍ່​ຄໍາ​ຖາມ​ກ່ຽວ​ກັບການ​ຊ່ວຍ​ເຫຼືອ​ຂອງ​ສະຫະລັດ​ແກ່ປາ​ກີ​ສຖານນັ້ນ ທ່ານ Rick Perry
ຜູ້​ປົກຄອງ​ລັດ​ເທ​ກຊັສຕອບ​ວ່າ ທ່ານ​ຈະ​ຕັດ​ການ​ຊ່ວຍ​ເຫຼືອ ​ເວັ້ນ​ເສຍ​ແຕ່​ປາ​ກີ​ສຖານ​ພິສູດ
ໃຫ້​ເຫັນ​ວ່າ​ ຕົນ​ຮູ້ສຶກສຳນຶກ​ໃນ​ຜົນ​ປະ​ໂຫຍດຂອງ​ສະຫະລັດ. ສ່ວນ​ທ່ານນາງ Michele
Bachman ສະມາຊິກ​ສະພາ​ຕໍ່າ​ສະຫະລັດ​ຈາກ​ລັດ Minnesota ຕອບ​ວ່າການ​ຊ່ວຍ​ເຫລືອ
ຂອງສະຫະລັດ​ຖື​ວ່າ​ຈໍາ​ເປັນ ​ເພື່ອ​ຄໍ້າປະກັນ​ໂຄງການ​ນີວ​ເຄລຍຂອງ​ປາ​ກີ​ສຖານໃຫ້ປອດ
ໄພ ​ແລະ​ໃນຖານະທີ່ປາ​ກີ​ສຖານ​ເປັນ​ພັນທະ​ມິດ​ໃນ​ການ​ທໍາ​ສົງຄາມ​ກັບພວກ​ກໍ່​ການ​ຮ້າຍ.

ກ່ຽວ​ກັບ​ເລື່ອງຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍນັ້ນ ທ່ານ Newt Gingrich ອະດີດ​ປະທານ​ສະ
ພາຕໍ່າ ແມ່ນມີຄວາມເຫັນແຕກຕ່າງໄປຈາກຜູ້ເຂົ້າຮ່ວມໂຕ້ວາທີອື່ນໆຫລາຍ​ຄົນ​ ​ໂດຍຮຽກ ຮ້ອງໃຫ້ໃຊ້ວິທີການແບບເມດຕາກາລຸນາ. ທ່ານ Gingrich ​ໄດ້ໄຕ່ເຕົ້າ​ຂຶ້ນມາ​ຢູ່​ອັນ​ນຶ່ງເປັນ
ເທື່ອທຳອິດ ​ຈາກ​ຜົນ​ການ​ຢັ່ງ​ສຽງ​ມະຫາຊົນ​ໃນ​ອາທິດ​ນີ້ ​ໃນການ​ແຂ່ງຂັນ​ເພື່ອໃຫ້ຖືກແຕ່ງ
ຕັ້ງເປັນ​ຜູ້ສະມັກ​ເລືອກ​ຕັ້ງ​ປະທານາທິບໍດີຣີີພັບບລີກັນ.

ຜູ້ປົກຄອງລັດ Perry ບົ່ງ​ຊື່​ຈີນ​ວ່າ​ເປັນ​ໄພ​ຂົ່ມຂູ່​ອັນ​ດັບ​ສູງສຸດ ຕໍ່​ຄວາມ​ໝັ້ນຄົງແຫ່ງ​ຊາດ​ສະ
ຫະລັດ ​ໂດຍ​ປະນາມ​ນະ​ໂຍບາຍ​ໃຫ້​ມີ​ລູກພຽງ​ນຶ່ງ​ຄົນ​ຂອງ​ຈີນນັ້ນ ແລະ​ກ່າວ​ວ່າ​ພວກ​ຜູ້​ນໍາ
ຄອມ​ມີ​ວນີສຈີນ​ບໍ່​ໄດ້​ບໍລິຫານປະ​ເທດ​ດ້ວຍ​ຄຸນ​ນະ​ທໍາ ທ່ານແພຣີກ່າວ​ອີກ​ວ່າ ລະບອບ
ຄອມ​ມີ​ວນີສຈີນ ​ແມ່ນ​ກໍາລັງ​ກ້າວ​ໄປ​ສູ່​ກອງ​ຂີ້​ເຖົ່າ​ໃຫຍ່​ທີ່​ສຸດ​ໃນ​ປະວັດ​ສາດ.

ກ່ຽວ​ກັບເລື່ອງ​ອິຣ່ານນັ້ນ ນັກທຸລະກິດ Herman Cain ກ່າວ​ວ່າ ທ່ານ​ຈະ​ຊ່ວຍ​ເຫລືອ​ອີສ
ຣາ​ແອ​ລ ຖ້າ​ຫາກ​ອີສຣາ​ແອ​ລມີ​ແຜນການ​ທີ່ສາມາດປະ ຕິບັດໄດ້​ກ່ຽວກັບການໂຈມ​ຕີ​ທາງ​ທະ
ຫານ​ຕໍ່​ອິຣ່ານ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ອິຣ່ານ ມີ​ອາວຸດ​ນີວ​ເຄລຍ. ສະມາຊິກ​ສະພາ​ຕໍ່າ Michele
Bachman ​ໃນ​ທັດ ສະນະ​ຂອງ​ທ່ານ​ນາງນັ້ນ ໄດ້​ຕໍາໜິຕິຕຽນ​ປະທານາທິບໍດີ​ໂອ​ບາ​ມາ ​ທີ່
ພະຍາ​ຍາມ​ພົວພັນ​ແລະ​ເຈລະຈາ​ກັບ​ອິຣ່ານ.

ເຫຼືອ​ເວລາ​ອີກ​ພຽງ​ຫົກ​ອາທິດ​ເທົ່າ​ນັ້ນ ພວກ​ປ່ອນ​ບັດ​ອອກສຽງ​ທັງຫລາຍ ຈະ​ເລີ່​ມທໍາ​ການ
ປ່ອນ​ບັດເລືອກຕັ້ງຂັ້ນຕົ້ນ​ຫລາຍໆ​ບັ້ນ ​ແລະກອງປະຊຸມ caucuses ​ເພື່ອ​ເລືອກ​ເອົາ​ຜູ້​ໃດ​ຜູ້
ນຶ່ງ​ໃນ​ຈໍານວນ​ແປດ​ຄົນ​ຂອງ​ຜູ້​ສະມັກ​ເລືອກ​ຕັ້ງ ​ເປັນ​ຕົວ​ແທນ​ພັກຣີພັບ​ບລິ​ກັນ​ເຂົ້າຊິງ​ຕໍາ
ແໜ່​ງປະທານາທິບໍດີ​ນັ້ນ.

XS
SM
MD
LG