ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ມີແຜນຈະໃຫ້ກຽດແກ່ພວກທີ່ເສຍຊີວິດໄປໃນປາງສົງຄາມຂອງປະເທດ ໃນວັນ Memorial Day ວັນຈັນມື້ນີ້ ໂດຍຈະໃຊ້ເວລາຢູ່ກັບນັກລົບເກົ່າຈໍານວນນຶ່ງ ແລະພວກຄອບຄົວຂອງເຂົາເຈົ້າ ໃນຂະນະທີ່ພວກປະຊາຄົມຕ່າງໆໃນທົ່ວປະເທດພາກັນຈັດພິທີຕ່າງໆ ເພື່ອເປັນຂີດໝາຍວັນດັ່ງກ່າວ.
ປະທານາທິບໍດີ ໂອບາມາ ມີກໍານົດໄປຢ້ຽມຢາມອະນຸສາວະລີນັກລົບເກົ່າຫວຽດນາມ ຕະຫຼອດທັງປ່າຊ້າແຫ່ງຊາດ Arlington ຫຼື Arlington National Cemetery ຢູ່ນອກກຸງວໍຊິງຕັນ ໃນລັດເວີຈີເນຍ ບ່ອນທີ່ພວກທະຫານໄດ້ເອົາທຸງຊາດອາເມຣິກັນ ໄປປັກໃສ່ຂຸມຝັງສົບເກືອບ 260 ພັນ ຂຸມນັ້ນ.
ການລະນຶກເຖິງຄັ້ງໃຫຍ່ເທື່ອທໍາອິດ ເພື່ອເປັນຂີດໝາຍມື້ທີ່ທໍາອິດທໍາອໍ່ເອີ້ນກັນວ່າ ວັນ Decoration Day ນັ້ນ ໄດ້ມີຂຶ້ນທີ່ປ່າຊ້າດັ່ງກ່າວໃນປີ 1868 ຊຶ່ງເປັນເວລາ 3 ປີຫຼັງຈາກສົງຄາມກາງເມືອງທີ່ນອງເລືອດທີ່ໄດ້ເອົາຊີວິດຜູ້ຄົນໄປຫຼາຍກວ່າ 6 ແສນຄົນນັ້ນ.
ໃນຄໍາປາໄສປະຈໍາສັບປະດາຂອງທ່ານ ເມື່ອວັນເສົາຜ່ານມານັ້ນ ທ່ານໂອບາມາ ກ່າວວ່າ ວັນພັກດັ່ງກ່າວເປັນຊ່ວງເວລາສໍາລັບໃຫ້ປະເທດໃຫ້ກຽດແກ່ພວກທີ່ໄດ້ເສຍສະລະຂັ້ນສູງສຸດ ກໍຄືສະລະຊີບຂອງເຂົາເຈົ້າເພື່ອປະເທດຊາດ ແລະເພື່ອຢືນຢັນຄໍາໝາຍໝັ້ນຂອງຕົນຄືນໃໝ່ ຕໍ່ການດູແລເບິ່ງແຍງ ພວກທີ່ລອດຊີວິດກັບຄືນມາຈາກສົງຄາມນັ້ນ.
ປະຊາຊົນອາເມຣິກັນຫຼາຍຄົນ ພາກັນຢຸດພັກການແລະໂຮງຮຽນກໍປິດແລະທ້າຍສັບປະດາທີ່ຍາວນີ້ ຖືກັນວ່າເປັນຈຸດເລີ້ມຕົ້ນຢ່າງບໍ່ເປັນທາງການຂອງວັນພັກລະດູຮ້ອນ. ການສະເຫຼີມສະຫຼອງໃນມື້ນີ້ມີຮວມທັງການກິນເຂົ້າປ່າ ຫຼື picnics ຫຼືການເດີນທາງໄປຫຼິ້ນຕາມແຄມທະເລ ສວນສາທາລະນະ ຫຼືໄປພັກແຮມຄືນຢູ່ຕາມສະຖານທີ່ພັກຜ່ອນແຫ່ງຕ່າງໆ.
ດິນຟ້າອາກາດທີ່ບໍ່ເອື້ອອໍານວຍໄດ້ສົ່ງຜົນກະທົບຕໍ່ແຜນການສະຫຼອງວັນພັກມື້ນີ້ຢູ່ຫລາຍແຫ່ງ ໂດຍມີລົມພາຍຸຝົນຕົກແຮງ ທີ່ໄດ້ພາໃຫ້ການສະແດງຄອນເສີດປະຈໍາປີ ຕ້ອງຢຸດລົງຢູ່ທີ່ສະໜາມຫຼວງກຸງວໍຊິງຕັນ ໃນຄືນວັນອາທິດວານນີ້ ແລະເກີດພາຍຸຝົນເຂດຮ້ອນພັດເຂົ້າປະທະລັດ ຟລໍຣິດາໃນພາກຕາເວັນອອກສຽງໃຕ້ຂອງສະຫະລັດ.
ວີດີໂອກ່ຽວກັບພິທີຕ່າງໆໃນວັນ Memorial Day ໃນສະຫະລັດແລະອັຟການິສຖານ: