ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອີຣັກມີແຜນການ ຢາກຮ່ວມມືກັບ ສະພາການຄ້າສະຫະລັດ (ເບິ່ງວີດີໂອ)


ໃນວັນຈັນ ທີ 12 ທັນວາ, 2011, ທ່ານ ໂອ​ບາ​ມາ ​ແລະ​ທ່ານ Maliki ​ໄດ້​ໄປ​ວາງ​ພວງ​ມະລາ ທີ່ສຸສານ​​ແຫ່ງ​ຊາດສະຫະລັດຊຶ່ງ​ເປັນ​ບ່ອນຝັງ​​ສົບຂອງທະຫານອະເມຣິກັນ​ເກືອບຮອດ 4,500 ຄົນ​ ທີ່ຖືກ​ຂ້າ​ຕາຍ​ໃນ​ອີຣັກນັບ​ຕັ້ງ​ແຕ່​​ເລີ້ມມີ​ສົງຄາມ​​ ໃນ ປີ 2003 ເປັນຕົ້ນມາ.
ໃນວັນຈັນ ທີ 12 ທັນວາ, 2011, ທ່ານ ໂອ​ບາ​ມາ ​ແລະ​ທ່ານ Maliki ​ໄດ້​ໄປ​ວາງ​ພວງ​ມະລາ ທີ່ສຸສານ​​ແຫ່ງ​ຊາດສະຫະລັດຊຶ່ງ​ເປັນ​ບ່ອນຝັງ​​ສົບຂອງທະຫານອະເມຣິກັນ​ເກືອບຮອດ 4,500 ຄົນ​ ທີ່ຖືກ​ຂ້າ​ຕາຍ​ໃນ​ອີຣັກນັບ​ຕັ້ງ​ແຕ່​​ເລີ້ມມີ​ສົງຄາມ​​ ໃນ ປີ 2003 ເປັນຕົ້ນມາ.

ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ​ມີກຳນົດທີ່​ຈະໄປ​ປາກົດ​ຕົວ ທີ່​ສະພາ​
ການ​ຄ້າ​ສະຫະລັດ ​ມື້ນຶ່ງຫລັງຈາກໄດ້​ພົບ​ປະ​ກັບປະທານາທິບໍດີສະຫະລັດ ບາຣັກ ​ໂອບາ
ມາ ​ເພື່ອວາງແຜນການຮ່ວມມືອັນ​ກວ້າງໆ ຫລັງ​ສົງຄາມ.

ເຫ​ດການ​ດັ່ງກ່າວນີ້ ມີ​ຂຶ້ນ​ໃນ​ວັນ​ອັງຄານ ລຸນ​ຫລັງ​ທີ່​ຜູ້​ນໍາ​ທັງ​ສອງໄດ້​ໃຫ້​ຄໍາໝັ້ນສັນຍາ​ວ່າ
ຈະຮັບປະກັນ​ຄວາມໝັ້ນຄົງ​ທາງ​ການ​ເມືອງ ​ແລະ​ເສີມ​ສ້າງ​ຄວາມໝັ້ນຄົງ​ຂອງ​ອີຣັກ.

ທ່ານໂອ​ບາ​ມາກ່າວ​ວ່າ ອີຣັກສາມາດ​ເປັນ “​ແບບຢ່າງ​ໃຫ້​ແກ່​ປະ​ເທດ​ອື່ນ ທີ່​ມີ​
ຄວາມ​ມຸ້ງ​ຫວັງ​ຢາກ​ຈະ​ສ້າງ​ປະຊາທິປະ​ໄຕ”
ແລະ​ເວົ້າວ່າ ສິ່ງ​ນີ້ ​ແມ່ນ​ເປັນ​ສິ່ງ​ທີ່​ພິສູດ
ໃຫ້​ເຫັນ​ວ່າ​ “ຢາດ​ເລືອດ ​ແລະ​ຊັບ​ສິນ” ຂອງ​ສະຫະລັດ​ທີ່​ເສຍ​ໄປ​ນັ້ນ​ແມ່ນ​ເໝາະສົມ. ທ່ານ​
ກ່າວ​ອີກວ່າ ທະຫານ​ສະຫະລັດ ​ໄດ້ຮັບ​ໃຊ້ຢູ່​ອີຣັກຢ່າງ​ມີ​ກຽດ ​ແລະໃນອັນທີ່​ປະກົດວ່າ
ເປັນການອ້າງອີງເຖິງ​ອີຣ່ານ ​ນັ້ນ ທ່ານໄດ້ເຕືອນ​ປະ​ເທດ​ອື່ນໆວ່າ “ບໍ່ໃຫ້ເຂົ້າໄປ​
ແຊກ​ແຊງໃນອີຣັກ”
ພາຍຫລັງ​ທີ່ສະຫະລັດ ​ໄດ້​ຖອນ​ອອກ​ໄປແລ້ວ.

ຜູ້​ນໍາອີຣັກ ​ໄດ້​ຂອບ​ໃຈ​ສະຫະລັດ​ທີ່​ ມີຄ​ວາ​ມມຸ້ງໝັ້ນຊ່ວຍ​ເຫລືອ​ອີຣັກ”. ທ່ານ​ກ່າວ​
ອີກ​ວ່າ ອີຣັກຍັງ​ຕ້ອງການການຮ່ວມມືກັບ​ສະຫະລັດ, ​ໂດຍ​ສະ​ເພາະແມ່ນ​ໃນ​ການ​ຕ້ານ
ພວກກໍ່ການຮ້າຍ, ການຝຶກ​ອົບຮົມກໍາລັງຮັກສາ​ຄວາມ​ສະຫງົບ ​ແລະ​ການປະກອບ
ອາວຸດໃຫ້ແກ່​ກອງທັບ​ອີຣັກ. ທ່ານ​ Maliki ກ່າວ​ມ້ວນທ້າຍ​ວ່າ ການ​ຖອນ​ທະຫານ​
ສະຫະລັດ ​ເປັນ​ການສໍ່ສະ​ແດງ​ໃຫ້​ເຫັນວ່າ ສົງຄາມ​ທີ່​ໄດ້​ດໍາ​ເນີນ​ໄປ​ເປັນ​ເວລາ​ເກືອບ
9 ປີນັ້ນ ​ໄດ້ຮັບຜົນ​ສໍາ​ເລັດ.

ການ​ໂອ້​ລົມ​ສົນທະນາຢູ່​ທີ່ທໍານຽບຂາວ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ເພັ່ງ​ເລັງ​ໃສ່ເລື້ອງທີ່ວ່າ ​
ສະຫະລັດ ​ແລະ​ອີຣັກຈະ​ຮ່ວມມື​ກັນ​ແນວ​ໃດ ໃນ​ເວລາທີ່​ ​ບໍ່ມີກໍາລັງທະຫານຂອງສະຫະ
ລັດປະ​ຈໍາຢູ່​ອີຣັກ​ແລ້ວ ຊຶ່ງຢູ່​ໃນຊ່ວງ​ໄລຍະ​ຂອງ​ການ​ຖອນ​ກໍາລັງ​ບັ້ນສຸດ​ທ້າຍ ​ໃນ​ວັນ​ທີ
31 ທັນວາ​ນີ້. ນອກ​ນັ້ນ ຜູ້​ນໍາ​ທັງ​ສອງ​ປະ​ເທດ ຍັງ​ໄດ້​ສົນທະນາ​ກັນ​ກ່ຽວກັບປະ​ເດັນ​
ຕ່າງໆ ເຊ່ນ ການ​ຄ້າ, ພະລັງງານ, ​ການ​ສຶກສາ ​ແລະ​ການ​ລົງທຶນ​ຂອງ​ສະຫະລັດ​ໃນ​ອີຣັກ.

ຫລັງ​ຈາກ​ນັ້ນ ທ່ານ ໂອ​ບາ​ມາ ​ແລະ​ທ່ານ Maliki ​ໄດ້​ໄປ​ວາງ​ພວງ​ມະລາ ທີ່ສຸສານແຫ່ງ​
ຊາດສະຫະລັດຊຶ່ງ​ເປັນ​ບ່ອນຝັງສົບຂອງທະຫານອະເມຣິກັນ​ເກືອບ ຮອດ 4,500 ຄົນ​
ທີ່ຖືກ​ຂ້າ​ຕາຍ​ໃນ​ອີຣັກນັບ​ຕັ້ງ​ແຕ່ເລີ້ມມີ​ສົງຄາມ ໃນປີ 2003 ເປັນຕົ້ນມາ​.

XS
SM
MD
LG