ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ຂອບໃຈ ພວກທະຫານ ທີ່ປະຕິບັດການໃນອີຣັກ (ເບິ່ງວີດີໂອ)


ນາຍົກລັດຖະມົນຕີອີຣັກ ທ່ານ al-Maliki ແລະປະທານາທິບໍດີໂອບາມາ
ເມືອວັນທີ່ 13 ເດືອນທັນວານີ້
ນາຍົກລັດຖະມົນຕີອີຣັກ ທ່ານ al-Maliki ແລະປະທານາທິບໍດີໂອບາມາ ເມືອວັນທີ່ 13 ເດືອນທັນວານີ້

ເມື່ອ​ວັນ​ພຸດ​ມື້​ນີ້ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກໍາ​ລັງ​ຢ້ຽມຢາມ​ຄ້າຍ​ທະຫານ​ແຫ່ງ​ນຶ່ງ
ໃນ​ລັດ North Carolina ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດບ່ອນ​ທີ່​ທໍານຽບ
ຂາວ​ກ່າວ​ວ່າ ທ່ານ​ຈະ​ໄປ​ຂອບ​ອົກ​ ຂອບ​ໃຈ​ພວກ​ທະຫານ​ທີ່​ໄດ້​ປະຕິບັດ​ໜ້າ​ທີ່ຢູ່​ໃນ​ອີຣັກ.

ທ່ານ Jay Carney ​ໂຄສົກ​ທໍານຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາຈະໄດ້ເວົ້າເຖິງ​ຄວາມ​ເສຍ
ສະຫຼະທີ່​ຊາວ​ອາ​ເມຣິກັນ​ໄດ້​ປະຕິບັດ​ມາ​ໃນ​ລະຫວ່າງ​ສົງຄາມໃນ​ອີຣັກ​ເປັນ​ເວລາ​ເກືອບ​ເກົ້າ
ປີ​ນັ້ນ ​ຂະນະ​ດຽວ​ກັນ​ກໍ​ຍັງ​ຍຶດໝັ້ນ​ສືບ​ຕໍ່​ມີຄວາມ​ສໍາພັນ​ກັນ​ລະຫວ່າງ​ສະຫະລັດ​ແລະ​ອີຣັກ
ຕໍ່​ໄປ​ຂ້າງ​ໜ້າ.

ທ່ານ ຄາ​ເນ​ເອີ້ນ​ການ​ຖອນ​ທະຫານ​ສະຫະລັດ​ອອກ​ຈາກ​ອີຣັກ​ພາຍໃນ​ວັນ​ທີ່ 31 ​ເດືອນ
ທັນວາ​ຈະ​ເຖິງ​ນີ້ວ່າ​ເປັນ “ຊ່ວງ​ເວລາ​ທີ່​ສໍາຄັນ​ທີ່​ສຸດ” ​ແລະ​ທ່ານກ່າວ​ຕໍ່​ໄປ​ວ່າ ການ​ຢ້ຽມຢາມ​
ຄ້າຍ Fort Bragg ຂອງ​ທ່ານ​ໂອ​ບາ​ມາ​ຄັ້ງ​ນີ້ ​ນັ​ບວ່າ​ເປັນ​ໂອກາດ​ແຫ່ງ​ຄວາມ​ຊົງ​ຈໍາ​ກ່ຽວ
ກັບວ່າ ເລຶ່ອງສົງຄາມຢູ່​ອີຣັກນັ້ນ ​ເປັນບັນຫາໃຫຍ່​ຂະໜາດ​ໃດຢູ່ທີ່ສະຫະລັດ.

ທ່ານ Nouri al-Maliki ນາ​ຍົດ​ລັດຖະມົນຕີ​ອີຣັກ ຄາດ​ວ່າ​ຈະ​ຮ່ວມເດີນ ທາງ​ໄປ​ກັບ​ທ່ານ​
ໂອ​ບາ​ມາ ​ໃນ​ຂະນະ​ທີ່​ທ່ານ​ສືບຕໍ່​ການ​ຢ້ຽມຢາມ​ສະຫະລັດ​ຢູ່ນັ້ນ. ​ເມື່ອ​ວັນ​ອັງຄານ​ວານ​ນີ້
ທ່ານ ນາຍົກ ມາ​ລິ​ກີ ​ໄດ້​ຂໍ​ເຊື້ອ​ເຊີນ​ຢ່າງ ​ເປີດເຜີຍ​ຕໍ່​ບັນດາ​ບໍລິສັດ​ຕ່າງ​ຂອງ​ສະຫະລັດ​ເພື່ອ
ຊ່ວຍ​ສ້າງສາ​ບູລະນະ ປະ​ເທດ​ຊາດ​ຂອງ​ທ່ານ​ຄືນ​ໃໝ່.

ທ່ານ​ໄດ້​ບອກ​ສະພາ​ການ​ຄ້າວ່າ ມັນ​ບໍ່​ແມ່ນ​ແຕ່​ພວກ​ນາຍ​ພົນ​ເທົ່າ​ນັ້ນ ທີ່​ໄດ້​ເອົາ​ບົດບາດ​
ການ​ນໍາພາ​ໃນ​ອະນາຄົດ​ນະຄອນຫຼວງ​ແບກ​ແດດ ​ແຕ່​ກົງກັນ​ຂ້າມ​ແລ້ວ ຈະແມ່ນ​ພວກ​ຜູ້​
ນໍາ​ບໍລິສັດ​ໃຫຍ່ໆ ​ແລະ​ວົງ​ການ​ທຸລະ​ກິດ.

ນອກ​ນີ້​ແລ້ວ ທ່ານ ມາ​ລິ​ກີ ກ່າວ​ອີກ​ວ່າ ພວກ​ເຈົ້າໜ້າ​ທີ່​ອີຣັກ ຍັງບໍ່ພໍ​ໃຈ​ກ່ຽວກັບຈໍານວນ
ບໍລິ​ສັດ​ສະຫະລັດ​ຢູ່​ໃນອີຣັກ ​ແລະ​ຕ້ອງການ​ໃຫ້ບໍລິສັດສະຫະລັດຫລາຍ​ຂື້ນກວ່ານີ້.

ເບິ່ງວີດີໂອລາຍງານ ກ່ຽວກັບການກຽມຖອນອອກຈາກອິຣັກ ຂອງທະຫານສະຫະລັດ:

XS
SM
MD
LG